ຊື່ນໃຈກັນທົ່ວໜ້າ ສາມຫຼ່ຽມຄຳປະກາດໃຫ້ນຳໃຊ້ເງິນກີບຊື້-ຂາຍພາຍໃນເຂດ

179

ເວົ້າເຖິງສາມຫຼ່ຽມຄຳ ທຸກຄົນຕ້ອງຄິດເຖິງເງິນຢວນ ທີ່ຜ່ານມາແມ່ນມີການໃຊ້ຈ່າຍເງິນຢວນຢ່າງແຜ່ຫຼາຍໃນເຂດນີ້ ແຕ່ມາຮອດມື້ນີ້ມີຂ່າວດີທີ່ເຂດດັ່ງກ່າວມີປະກາດແຈ້ງການໃຫ້ນຳໃຊ້ເງິນກີບຂອງລາວເຂົ້າໃນການຈັບຈ່າຍໃຊ້ສອຍ.

ไม่มีคำอธิบาย

ຕາມຂ່າວລາຍງານວ່າ ເພື່ອເປັນການປະຕິບັດຕາມຂໍ້ກຳນົດນະໂຍບາຍໃນການຄຸ້ມຄອງເງິນຕາຕ່າງປະເທດຂອງລັດຖະບານ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈຶ່ງໄດ້ອອກແຈ້ງການ ໃນວັນທີ 16 ມິຖຸນາ ທີ່ຜ່ານມາ ໃຫ້ນຳໃຊ້ສະກຸນເງິນກີບຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເນື້ອໃນແຈ້ງການລະບຸໄວ້ດັ່ງນີ້:

  1. ສິນຄ້າ ແລະ ຄ່າບໍລິການທັງໝົດມີເຄື່ອງໝາຍການຄ້າຢ່າງຊັດເຈນຢູ່ພາຍໃນເຂດຕ້ອງລະບຸລາຄາເປັນສະກຸນເງິນກີບ (ອັດຕາແລກປ່ຽນແມ່ນໃຫ້ກໍານົດຕາມອັດຕາແລກປ່ຽນຂອງທະນາຄານກາງແຫ່ງສປປ ລາວ).
  2. ທຸກໆຮ້ານຄ້າຕ້ອງໄດ້ຕິດປ້າຍປະໂຫຍກທີ່ວ່າ ” ສົ່ງເສີມການບໍລິໂພກນຳໃຊ້ສະກຸນເງິນກີບ ” ເປັນພາສາລາວ ແລະ ພາສາຈີນ, ບັນດາວິສາຫະກິດ ແລະ ຮ້ານຄ້າ ສາມາດມາເອົາໄດ້ທີ່ຫ້ອງການສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ຫ້ອງ 103.
  3. ຖ້າຫາກວ່າວິສາຫະກິດ ຫຼື ບຸກຄົນໃດຫ້າມບໍ່ໃຫ້ຮັບເອົາສະກຸນເງິນກີບໃນການຊໍາລະສິນຄ້າ, ກໍລະນີພະນັກງານຂອງຂະແໜງການທີ່ກ່ຽວຂ້ອງກວດພົບເຫັນຈະໄດ້ໃຫ້ໂຈະກິດຈະການທັງໝົດພ້ອມທັງປັບໃໝ.

ນີ້ຖືເປັນໜຶ່ງບາດກ້າວສຳຄັນໃນການສົ່ງເສີມເງິນກີບລາວ ເງິນສະກຸນຂອງຊາດ ແລະພວກເຮົາຈົ່ງຊ່ວຍກັນເປັນເຈົ້າການນຳກັນນຳໃຊ້ຕະກຸນເງິນແຫ່ງຊາດ ເຈົ້າໃຊ້ຂ້ອຍໃຊ້ ທຸກຄົນໃຊ້ເງິນກີບກໍ່ຈະກັບມາແຂງຄ່າຂຶ້ນ.

ไม่มีคำอธิบาย