ເປີດແລ້ວ ງານເທດສະການອາຫານ-ໝາກໄມ້ໄທ ທີ່ ລິມປີງ ໂພນສີນວນ ແຕ່ວັນທີ 14-18 ມິຖຸນາ 2023.

84

ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ຂອງໄທ ທີ່ນະຄອນຫຼວງວຽງຈັນ ຮ່ວມກັບ ລິມປິງ ຊຸບເປີມາເກັດ ສາຂາໂພນສີນວນ ໄດ້ຈັດພິທີເປີດງານເທດສະການອາຫານ ແລະ ໝາກໄມ້ໄທ 2023 (Thai Food and Fruit Festival 2023) ຂຶ້ນ, ພາຍໃຕ້ແນວຄິດ “Farm to Table” ແລະ ງານດັ່ງກ່າວນີ້ແມ່ນເປີດໃນວັນທີ 14 ມິຖຸນາ 2023  ຈົນຮອດວັນທີ 18 ມິຖຸນາ 2023.

ພິທີເປີດງານເຂົ້າໂດຍ ທ່ານນາງ ມໍລະກົດ ສີສະຫວັດ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ, ທ່ານ ກະວິນ ວິຣິຍະພານິດ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ຂອງໄທ ທີ່ນະຄອນຫຼວງວຽງຈັນ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ທະນະພົງ ວໍຣະເນດ ແລະ ທ່ານນາງ ທິດາ ວໍຣະເນດ ຜູ້ບໍລິຫານໃຫຍ່ ລິມປີງ ຊຸມເປີມາກເກັດ, ພ້ອມດ້ວຍແຂກຜູ້ມີກຽດ, ຄະນະທູດ, ພາກລັດ ແລະ ພາກເອກະຊົນເຂົ້າຮ່ວມງານ.

ທ່ານ ທະນະພົງ ວໍຣະເນດ ຜູ້ບໍລິຫານໃຫຍ່ ລິມປິງ ຊຸບເປີມາເກັດ ກ່າວວ່າ: ພວກເຮົາໄດ້ລວມເອົາຮ້ານຄ້າມາຈາກປະເທດໄທ ປະມານ 30 ຮ້ານຄ້າມາວາງສະແດງຈຳໜ່ວຍສິນຄ້າ ແລະ ຮູ້ສຶກດີໃຈທີ່ ລິມປິງ ຊຸບເປີມາເກັດ ໄດ້ເປັນສ່ວນໜຶ່ງໃນການຈັດງານ ເພື່ອຊ່ວຍຊຸກຍູ້ສິນຄ້າໄທໃນນະຄອນຫຼວງວຽງຈັນ ຜ່ານການຈັດງານເທດສະການອາຫານ ແລະ ໝາກໄມ້ໄທ 2023 (Thai Food and Fruit Festival 2023) ເຊິ່ງບັນດາຮ້ານຄ້າທີ່ມາວາງສະແດງແມ່ນພວກເຮົາໄດ້ຄັດເລືອກເອົາແຕ່ສິນຄ້າຄຸນະພາບດີ ຈາກຈັງຫວັດທີ່ມີຊື່ສຽງຕ່າງໆມາ ແລະ ອີກສ່ວນໜຶ່ງແມ່ນສິນຄ້າທີ່ມີຂາຍສິນຄ້າຢູ່ ລິມປີງ ຢູ່ແລ້ວ ທ່ານໃດທີ່ຢາກສະໜັບສະໜູນສິນຄ້າໄທຢູ່ນະຄອນຫຼວງວຽງຈັນແມ່ນສາມາດຊື້ໄດ້ທີ່ລິມປິງ ສາຂາ ວິວມໍ ແລະ ໂພນສີນວນ.

ທ່ານ ກະວິນ ວິຣິຍະພານິດ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ວຽງຈັນ ໄດ້ກ່າວເພີ່ມຕື່ມວ່າ ການຈັດງານດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 5 ມື້ ລະຫວ່າງວັນທີ 14-18 ມິຖຸນາ 2023 ໂດຍໄດ້ຄັດສັນສິນຄ້າຈາກ ລິມປິງຊຸບເປີມາເກັດ ມາຈັດສ່ວນຫຼຸດຫຼາຍກວ່າ 30 ລາຍການ ໂດຍເນັ້ນກຸ່ມໝາກໄມ້ເປັນຫຼັກໃຫ້ຜູ້ເຂົ້າຮ່ວມງານໄດ້ສຳພັດກັບຄວາມສົດໃໝ່ຈາກສວນ ສອດຄ່ອງກັບແນວຄິດ Farm to Table ເຊັ່ນ: ຖົ່ວລຽນ, ມັງຄຸດ, ໝາກມ່ວງ…

ນອກຈາກນີ້, ຍັງມີອາຫານທະເລສົດໆ ພ້ອມສຳລັບປຸງແຕ່ງ ແລະ ສິນຄ້າອາຫານອື່ນໆ ທີ່ໜ້າສົນໃຈໃຫ້ທຸກທ່ານໄດ້ເລືອກຊື້ນອກຈາກນີ້ ການຈັດງານໃນຄັ້ງນີ້ຍັງມີກິດຈະກຳສຸດພິເສດຄື: ການນຳສະເໜີອາຫານກຸ່ມ Future Food ທີ່ມີໂປຣຕິນສູງ ໄດ້ແກ່: ຈີ່ນາຍ ທີ່ຜ່ານການລ້ຽງແບບອໍການິກ ມານຳສະເໜີເພື່ອເປັນທາງເລືອກໃຫ້ແກ່ຜູ້ບໍລິໂພກ ແລະ ການເປີດຄົວສະຖານທູດໄທ ທີ່ໄດ້ຮັບກຽດຈາກ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ມາສາທິດການປຸງແຕ່ງອາຫານ ລົດຊາດຕາມແບບຕົ້ນສະບັບໄທ ໂດຍປະຍຸກດ້ວຍຜະລິດຕະພັນ ເຄື່ອງປຸງຕ່າງໆ ທີ່ຈຳໜ່າຍໃນລິມປິງ.

ທ່ານນາງ ມໍລະກົດ ສີສະຫວັດ ເອກອັກຄະລາຊະທູດໄທ ປະຈຳ ລາວ ກ່າວບາງຕອນວ່າ: ງານຄັ້ງນີ້ແມ່ນເປັນການລວບລວມເອົາສິນຄ້າທີ່ໜ້າສົນໃຈຫຼາກຫຼາຍຊະນິດມາວາງສະແດງ ດັ່ງນັ້ນຂໍເຊີນຊວນບັນດາທ່ານມາຮ່ວມຊັອບປີ້ງຊື້ເຄື່ອງຕ່າງໆໄປຊິມໄດ້ ເຊິ່ງສິນຄ້າ ແລະ ໝາກໄມ້ໄທ ກໍເປັນທີ່ຍອມຮັບໃນຕະຫຼາດໃນລາວ ແລະ ຢູ່ ລິມປິງ ເປັນຊຸບເປີມາເກັດໜຶ່ງທີ່ຄັດສັນເອົາສິນຄ້າທີ່ມີຄຸນນະພາບມາວາງຈຳໜ່າຍ.

ການຈັດງານໃນຄັ້ງນີ້ ນອກຈາກຈະເປັນການນຳສະເໜີສິນຄ້າລາຄາພິເສດໃຫ້ແກ່ຜູ້ບໍລິໂພກແລ້ວ ພາຍໃນງານຍັງມີການຈັດກິດຈະກຳອື່ນໆສຳລັບເດັກນ້ອຍ ເພື່ອໃຫ້ເກີດການມີສ່ວນຮ່ວມພາຍໃນຄອບຄົວ. ດັ່ງນັ້ນ, ຈຶ່ງຂໍຊວນເຊີນທຸກທ່ານເຂົ້າມາທ່ຽວຊົມງານໄດ້ໃນລະຫວ່າງ 14-18 ມິຖຸນາ 2023 ແລະ ໃນເດືອນຕໍ່ໄປ ສຳນັກງານຍັງມີການຈັດງານ Thai Fair and Food Festival 2023 ທີ່ ລິມປິງ ຊຸບເປີມາເກັດ ສາຂາ ວິວມໍ ລະຫວ່າງວັນທີ 5-9 ກໍລະກົດ 2023 ເຊິ່ງຈະມີສິນຄ້າອຸປະໂພກ, ອາຫານ, ສຸຂະພາບ, ຄວາມງາມ ມາໃຫ້ທຸກທ່ານໄດ້ເລືອກຊິມ ເລືອກຊື້ອີກ.