ທ້າຍອາທິດແລ້ວໄປທ່ຽວໃສດີ? ຄິດບໍອອກແອັດບອກໃຫ້ໄປ ພູຜາມ່ານ

80

ເຊື່ອວ່າຫຼາຍໆຄົນ ເມື່ອຮອດທ້າຍອາທິດ ຫຼັງງົມຢູ່ໜ້າຈໍຄອມມາໜຶ່ງອາທິດເຕັມໆກໍ່ຕ້ອງຄິດຢາກໄປພັກກາຍພັກໃຈ ຮັບເອົາອາກາດບໍລິສຸດຢູ່ປ່າຢູ່ດົງ ບ່ອນງຽບສະຫງົບ ຊຶ່ງພູຜາມ່ານເປັນຈຸດໜຶ່ງທີ່ໜ້າສົນໃຈ.

No photo description available.
ພູຜາມ່ານ ຫຼື (The Rock View Point) ເປັນແຫຼ່ງທ່ອງທ່ຽວທີ່ມີຄວາມກົມກືນໄປກັບທຳມະຊາດ ມີວິວພູຜາແຫຼມທີ່ຕັ້ງລຽງລາຍສະລັບສະຊ້ອນກັນຢ່າງສວຍສົດງົດງາມ ແລະ ປ່າໄມ້ທີ່ອຸດົມສົມບູນ ໂດຍໄດ້ຮັບການພັດທະນາຈາກບໍລິສັດ ທ່ອງທ່ຽວກຣິນດິສໂຄເວີຣີ ແລະ ໄດ້ເປີດໃຫ້ບໍລິການມາແຕ່ທ້າຍປີ 2019.

May be an image of mountain and fog

ພູຜາມ່ານເປັນແຫລ່ງທ່ອງທ່ຽວທີ່ເໝາະແກ່ນັກທ່ອງທ່ຽວສາຍອະນຸລັກທຳມະຊາດ ແລະ ສາຍພະຈົນໄພ  ອັນສຳຄັນຕ້ອງສຸຂະພາບແຂງແຮງດີ ພ້ອມທີ່ຈະພິຊິດກັບພູເຂົາ ແລະເດີນທາງໄກ.

May be an image of 1 person and nature

ໃນນັ້ນມີຫຼາຍກິດຈະກຳ ບໍ່ວ່າຈະເປັນ ຂີ່ສະລິງ (Ziplines), ຂົວອູ່, ຍ່າງຊົມທຳມະຊາດ, ເດີນປ່າ, ປີນຜາ ແລະ ອີກຫຼາຍກິດຈະກຳທີ່ເຮັດໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບທຳມະຊາດ. ນອກຈາກນັ້ນຍັງມີທີ່ພັກທີ່ໜ້າຕື່ນຕາຕື່ນໃຈເຊັ່ນ: ເຮືອນພັກແບບແຄັບຊູນ, ເຮືອນພັກເທິງຕົ້ນໄມ້ ແລະ ມີຮ້ານອາຫານຕາມສັ່ງ ຄອຍໃຫ້ບໍລິການລູກຄ້າ ນັ່ງກິນອາຫານ ແລະ ຊົມທຳມະຊາດໄປພ້ອມໆກັນ.

No photo description available.
ພູຜາມ່ານ ຫລື The rock viewpoint ແມ່ນຕັ້ງຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ອອກໄປຕາມເສັ້ນທາງເລກ 8 ເປັນເສັ້ນທາງໄປຫາເມືອງຄໍາເກີດ ອອກສູ່ດ່ານສາກົນນໍ້າພາວ ແຂວງບໍລິຄໍາໄຊ. ທີ່ຕັ້ງຂອງພູຜາມ່ານ ແມ່ນຫ່າງຈາກສັ້ນທາງເລກທີ 13 ໃຕ້ ປະມານ 33 ກິໂລແມັດ.