ຂ່າວດ່ວນ! ອັດຕາແລກປ່ຽນ ໃຫ້ກຳນົດຕາມນີ້

7902

ໃນໄລຍະປັດຈຸບັນ ອັດຕາແລກປ່ຽນແມ່ນມີການຜັນຜວນຂຶ້ນ-ລົງອັນເນື່ອງມາຈາກປັດໄຈພາຍໃນ ແລະ ພາຍນອກ ສປປ ລາວ, ຄວາມຕ້ອງການເງິນຕາຕ່າງປະເທດຂອງສັງຄົມ, ການກໍານົດອັດຕາດອກເບ້ຍຂອງທະນາຄານ ທັງພາຍໃນ ແລະ ຕ່າງປະເທດ ແລະ ປັດໄຈອື່ນ ຊຶ່ງຕາມປົກກະຕິແລ້ວອັດຕາແລກປ່ຽນແມ່ນຄ່າຂອງສະກຸນເງິນໜຶ່ງທຽບໃສ່ຄ່າຂອງສະກຸນເງິນອື່ນ ເຊັ່ນ: ກີບ-ບາດ, ກີບ-ໂດລາສະຫະລັດ ໂດຍການກໍານົດອັດຕາແລກປ່ຽນໃນແຕ່ລະຄັ້ງ ຕ້ອງສອດຄ່ອງກັບກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ໂດຍປະຕິບັດ ດັ່ງນີ້:

4 ​ເດືອນ ຕົ້ນ​ປີ ອັດ​ຕາ​ແລກປ່ຽນ​ເງິນ​ກີບ​

  1. ກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄົ້ນຄວ້າກຳນົດອັດຕາແລກປ່ຽນອ້າງອີງ ແລະ ແຈ້ງອັດຕາແລກປ່ຽນດັ່ງກ່າວ ຜ່ານເວັບໄຊຂອງທະນາຄານແຫ່ງ ສປປ ລາວ (bol.gov.la) ພາຍໃນເວລາ 08:10 ໂມງໃນຕອນເຊົ້າຂອງແຕ່ລະວັນລັດຖະການເພື່ອເປັນບ່ອນອີງໃຫ້ແກ່ກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ ແລະ ບັນດາທະນາຄານທຸລະກິດກຳນົດອັດຕາແລກປ່ຽນຂອງຕົນ ຕາມຂອບເຂດທີ່ທະນາຄານແຫ່ງ ສປປ ລາວ ກໍານົດໃນແຕ່ລະໄລຍະ. ສຳລັບການກຳນົດອັດຕາແລກປ່ຽນໃນວັນພັກລັດຖະການ ແມ່ນໃຫ້ຖືເອົາອັດຕາແລກປ່ຽນອ້າງອີງຂອງທະນາຄານແຫ່ງ ສປປ ລາວ ກຳນົດອອກໃນວັນສຸດທ້າຍກ່ອນວັນພັກລັດຖະການເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

อาจเป็นรูปภาพของ ข้อความ

  1. ການກໍານົດອັດຕາແລກປ່ຽນຂອງທະນາຄານທຸລະກິດແມ່ນປະຕິບັດຕາມຂອບເຂດ ແລະ ຫຼັກການທີ່ທະນາຄານແຫ່ງ ສປປ ລາວ ກຳນົດ ຄື:

– ກໍານົດອັດຕາແລກປ່ຽນສຳລັບການຊື້ ຫຼື ຂາຍເງິນກີບກັບເງິນໂດລາສະຫະລັດ ໃນຂອບເຂດບໍ່ເກີນ + ຫຼື – 4,50% ທຽບໃສ່ອັດຕາແລກປ່ຽນອ້າງອີງທີ່ກົມນະໂຍບາຍເງິນຕາປະກາດອອກໃນແຕ່ລະວັນ ແລະ ສ່ວນຕ່າງລະຫວ່າງອັດຕາຊື້-ຂາຍ ບໍ່ເກີນ 1%.

– ກໍານົດໃຫ້ສ່ວນຕ່າງ ລະຫວ່າງອັດຕາຊື້ ແລະ ອັດຕາຂາຍບໍ່ເກີນ 1% ສໍາລັບການແລກປ່ຽນເງິນກີບກັບເງິນບາດ, ເງິນຢວນ ແລະ ເງິນເອີໂຣ.

ເງິນ ເເລະ ເງິນຕາ ມີຄວາມໝາຍເເນວໃດ? - bitqik insight - bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

ການກຳນົດອັດຕາແລກປ່ຽນຕາມທີ່ໄດ້ລະບຸໄວ້ຂ້າງເທິງນັ້ນ ກໍເພື່ອເຮັດໃຫ້ການກໍານົດອັດຕາແລກປ່ຽນຂອງລະບົບທະນາຄານບໍ່ແຕກໂຕນຫຼືຫຼຸດລື່ນກັນຫຼາຍເກີນໄປ ແລະ ຢູ່ໃນຂອບເຂດທີ່ທະນາຄານແຫ່ງ ສປປ ລາວ ກໍານົດ.