ປັກຫຼັກໝາຍກຳນົດຂອບເຂດສຸສານພໍ່ກະດວດ ທີ່ບ້ານເຫຼົ່າໜາດ

38

ພໍ່ກະດວດເປັນບຸກຄົນໃນປະຫວັດສາດທີ່ໄດ້ສະຫຼະເລືອດເນື້ອ ແລະຊີວິດເພື່ອແຜ່ນດິນລາວ ເພິ່ນເປັນຜູ້ທີ່ຮັກໃນບ້ານເກີດເມືອງນອນຂອງພວກເຮົາ ແລະໄດ້ນຳພາປະຊາຊົນລາວຕໍ່ສູ້ເພື່ອຍາດແຍ່ງຄວາມເປັນເອກະລາດ ແລະຜືນແຜ່ນດິນລາວມາຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ.

May be an image of 2 people, people studying, motorcycle, table and text

ໃນວັນທີ 9 ມີຖຸນາ 2023 ນີ້ ຢູ່ທີ່ທີ່ບ້ານເຫຼົ່າໜາດ, ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານບູລະນະ,ສ້ອມແປງເສັ້ນທາງ ແລະ ປັກຫຼັກໝາຍກຳນົດຂອບເຂດສຸສານພໍ່ກະດວດ ທີ່ບ້ານເຫຼົ່າໜາດ .ໃຫ້ການເປັນປະທານຂອງທ່ານ ປອ ພູລຳພອນ ສີຫາວົງ ເຈົ້າເມືອງ ເມືອງຈໍາພອນ,ມີທ່ານ ສີສະຫວັດ ອິນສີຊຽງໃໝ່ ພະນັກງານບຳນານ ອາດິດປະທານແນວລາວສ້າງຊາດເມືອງ,ຄະນະກຳມະການທີ່ຮັບຜິດຊອບຂັ້ນເມືອງ,ເລຂາຄະນະພັກຮາກຖານ,ການຈັດຕັ້ງຂອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

May be an image of 12 people, chess and table
ໃນທີ່ປະຊຸມ ທ່ານ ສຳລິດ ບຸດຊາກິດຕິລາດ ນາຍບ້ານໆເຫຼົ່າໜາດ ກໍ່ໄດ້ນຳສະເໜີຈຸດປະສົງ ເພື່ອຢາກສ້າງແລະພັດທະນາ ສຸສານພໍ່ກະດວດ,ຈາກນັ້ນທ່ານ ປອ ພູລຳພອນ ສີຫາວົງ ເຈົ້າເມືອງກໍ່ໄດ້ໂອລົມນຳພໍ່ແມ່ປະຊາຊົນ ,ເຊິ່ງທ່ານໄດ້ເລົ່າໃຫ້ເຫັນເຖິງຜົນງານ ການໄຫວນຳພາການຕໍ່ສູ້ຂອງພໍ່ກະດວດ ເພື່ອປົດປ່ອຍຊາດອອກຈາກແອກປົກຄອງຂອງຊາດອື່ນ, ທ່ານແມ່ນຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ.

No photo description available.

ດັ່ງນັ້ນ ການນຳຂັ້ນເມືອງພ້ອມດ້ວຍພໍ່ແມ່ປະຊາຊົນຈິ່ງສະແດງຄວາມຮູ້ບຸນ ຢ່າງລົ້ນເຫຼືອຕໍ່ທ່ານ ຈຶ່ງໄດ້ມີແຜນຈະປັບປຸງ ບູລະນະ,ສ້ອມແປງ ,ເສັ້ນທາງໄປ ແລະໄດ້ປັກຫຼັກໝາຍກຳນົດຂອບເຂດສຸສານພໍ່ກະດວດໃນເນື້ອທີ່ 1 ເຮັກຕາ 100 X 100 ,ສ່ວນເສັ້ນທາງມີຄວາມຍາວ 800 ແມັດ ກວ້າງ 8 ແມັດ ພ້ອມທັງຈະສ້າງເປັນແຫຼ່ງທ່ອງທ່ຽວ ແລະ ເປັນບ່ອນສັກກະລະບູຊາ ກາບໄຫວ້ຂອງ ປວງຊົນລາວໃນຕໍ່ໜ້າ ເພື່ອໃຫ້ລູກຫຼານໄດ້ເຫັນ ແລະຮັບຮູ້ຄຸນງາມຄວາມດີຂອງເພິ່ນ.

No photo description available.