ເລົ່ານາທີພົບພະ ໃນຖ້ຳລະຫວ່າງໄປຫາໂຕເຈຍຢູ່ເມືອງວຽງທອງ

99

ເມື່ອຫຼາຍວັນມານີ້ ສື່ອອນລາຍຫຼາຍສື່ໄດ້ລາຍງານໄປແລ້ວກ່ຽວກັບການພົບເຫັນພະພຸດທະຮູບເກົ່າແກ່ໃນຖ້ຳແຫ່ງໜຶ່ງເຂດບ້ານນາດີ ເມືອງວຽງທອງ ແຂວງບໍລິຄຳໄຊ.

May be an image of temple
ເຫດການເກີດຂຶ້ນໃນວັນທີ 23 ເມສາ2023, ຢູ່ບ້ານນາດີ ເມືອງວຽງທອງ ແຂວງບໍລິຄຳໄຊ ຕາມການລາຍງານຂອງ ທ່ານ ຊຽງທອງ ປະທຳມະວົງ ນາຍບ້ານນາດີໃຫ້ຮູ້ວ່າ: ໃນວັນທີ 23 ເມສາໄດ້ມີປະຊາຊົນພາຍໃນບ້ານຈຳນວນ 3 ຄົນຄື: ທ້າວ ສົມຈັນ, ທ້າວ ແສງຈັນ, ທ້າວ ຫອມ ໄດ້ອອກໄປຊອກຕີເຈຍຢູ່ໃນຖຳ້(ຍອດນຳ້ເອົາ) ຫ່າງຈາກບ້ານປະມານ 3 ກິໂລແມັດ, ທັງສາມໄດ້ເຂົ້າໄປໃນຖໍ້າແຍງໄຟຊອກຫາເຈຍໄດ້ໄປຢຽບເອົາເຫຼັກຈຶ່ງໄດ້ແຍງໄຟເບີ່ງແມ່ນຄ້າຍຄືດາບຈື່ງໄດ້ຊອກເຂົ້າໄປໃນຕື່ມຈຶ່ງເຫັນພະພຸດທະຮູບທີ່ລົ້ມຢູ່ຈຶ່ງໄດ້ເຂົ້າໄປຕັ້ງຂຶ້ນ ຫຼັງຈາກນັ້ນກໍ່ກົ້ມກາບນົບແລ້ວກໍ່ອອກມາລາຍງານຕໍ່ອຳນາດການປົກຄອງບ້ານ.

May be an image of 11 people and temple

ຈາກນັ້ນກໍ່ໄດ້ລາຍງານຕໍ່ອຳນາດການປົກຄອງເມືອງ ແລະ ອພສ ເມືອງຮູ້ພ້ອມທັງຂໍຄຳຄິດເຫັນ, ຕໍ່ມາ ອພສ ເມືອງຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາຕົວຈິງ, ຜ່ານການກວດກາເຫັນວ່າມີຈິງແທ້ ຢູ່ໃນຖຳ້ມີພະພຸດທະຮູບທີ່ເຮັດດ້ວຍທອງຈຳນວນ 13 ອົງ, ພະຂີ້ຄັ່ງ 1 ອົງ, ດາບ29 ດວງ ໃນນັ້ນດວງດີ 22 ດວງ, ຄ້ອງ1 ວົງ, ພາຍຫຼັງກວດກາແລ້ວກໍ່ມອບໃຫ້ອຳນາດການປົກຄອງບ້ານຈັດຕັ້ງການເວນຍາມຮັກສາ.

May be an image of 8 people and temple

ວັນທີ24ເມສາ2023, ທ່ານ ພັອ ຄໍາແພນ ວິລື້ທໍາ ເຈົ້າເມືອງວຽງທອງ, ພະຄູ ຄຳພອນ ທາອີນໄຊຍະວົງ ປະທານ ອພສ ເມືອງກໍ່ໄດ້ນຳພາພາກສ່ວນກ່ຽວຂ້ອງ,ພໍ່ແມ່ປະຊາຊົນຊາວເມືອງວຽງທອງ(ບ້ານນາດີ)ໄປອັນເຊີນເອົາພະພຸດທະຮູບ ແລະ ເຄື່ອງຈຳນວນດັ່ງກ່າວອອກຈາກຖຳ້ມາປະດິດສະຖານໄວ້ຢູ່ວັດບ້ານນາດີ ຈາກນັ້ນກໍ່ຈະມີການປືກສາຫາລືກັນເພື່ອນຳເອົາພະ ແລະ ວັດຖຸບູຮານດັ່ງກ່າວໄປໄວ້ຢູ່ບ່ອນໃດໃຫ້ມີຄວາມປອດໄພ.

ຂ່າວ: ສາຍຄຳ