ນັບຖອຍຫຼັງອີກ 2 ອາທິດເທົ່ານັ້ນ ວຽງຈັນ-ຄຸນໝິງເລີ່ມໃຫ້ບໍລິການ

191

ໃກ້ເຂົ້າມາທຸກຂະນະແລ້ວ ສຳລັບຖ້ຽວລົດໄຟຂ້າມຊາຍແດນລາວ – ຈີນ ພາຍຫຼັງທີ່ສອງຝ່າຍຕົກລົງກັນຫຼ້າສຸດນີ້ ເຫັນດີເປັນເອກະພາບ ກໍານົດເອົາ ວັນທີ 13 ເມສາ 2023 ເປັນມື້ເປີດລົດໄຟ ຈາກນະຄອນຄຸນໝິງ ສປ ຈີນ ເຖິງ ນະຄອນຫຼວງວຽງຈັນ ສປປລາວ.

May be an image of 10 people and outdoors
ໃນວັນວັນທີ 30 ມີນາ 2023 ທີ່ໂຮງແຮມລາວພລາຊາ , ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ທ່ານ ຫວັງ ໜິງ, ເລຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ.

No description available.
ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ.

No description available.
ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອມີຜົນສຳເລັດອັນໃຫມ່ໃຫຍ່ຫຼວງກວ່າເກົ່າ, ໃນນັ້ນ ສອງຝ່າຍ ໄດ້ປຶກສາຫາລືກັນໃນບາງດ້ານທີ່ຄວນເອົາໃຈໃສ່ໃນຕໍ່ໜ້າເຊັ່ນ: ດ້ານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງດ່ວນຈາກ ລາວໄປຈີນ ໃນສ່ວນທີ່ຢູ່ໃນແຜນການ ໃຫ້ມີຄວາມຄືບຫນ້າໄວ, ດ້ານການທ່ອງທ່ຽວ ການເປີດເສັ້ນທາງລົດໄຟສາກົນ ລາວ-ຈີນ, ວຽງຈັນ-ຄຸນມິງ ດ້ານການອຳນວຍຄວາມສະດວກໃນການຜ່ານດ່ານ ແລະ ການຂົນສົ່ງທາງລົດໄຟ ໃຫ້ມີຜົນປະໂຫຍດຕໍ່ສອງຝ່າຍຫຼາຍຂຶ້ນ.

No description available.
ດ້ານກະສິກຳ ເພື່ອຮ່ວມມືກັນຜະລິດສິນຄ້າສົ່ງໄປຕະຫຼາດຈີນ, ການຮ່ວມມືໃນຂະແໜງບໍ່ແຮ່, ການປຸງແຕ່ງແຮ່ທາດ ແລະ ການຜະລິດສິນຄ້າ, ການລົງທຶນຂອງວິສາຫະກິດຈີນຢູ່ລາວ, ການສຶກສາ, ພະລັງງານ, ການແລກປ່ຽນຄະນະຜູຸ້ແທນນຳກັນ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ. ພິເສດ, ສອງຝ່າຍ ໄດ້ເຫັນດີນຳກັນຕໍ່ການກະກຽມເປີດຖ້ຽວລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ໃນວັນທີ 13 ເມສາ 2023 ນີ້, ເຊິ່ງຈະມີພິທີຮັບຕ້ອນນັກທ່ອງທ່ຽວຈີນ ຊຸດທຳອິດຢູ່ເບື້ອງດິນລາວ.