ມອບເງິນ 200 ລ້ານກີບ ສົມທົບເຂົ້າກອງທຶນພັດທະນາບ້ານຕູບ

47

ໃນຕອນບ່າຍຂອງວັນທີ 9 ມີຖຸນາ 2023 ທີ່ຜ່ານມາ ບໍລິສັດອະນຸລັກຊີວະນາໆພັນ ຈໍາກັດຜູ້ດຽວ ໄດ້ນໍາເອົາເງິນຈໍານວນ 100.000.000 ກີບ ມາມອບໃຫ້ແກ່ຫ້ອງວ່າການແຂວງບໍ່ແກ້ວ ເພື່ອສົບທົບໃສ່ໃນກອງທຶນພັດທະນາບ້ານຕູບ ຂອງໂຄງການປ່າສະຫງວນແຫ່ງຊາດນໍ້າການ ບ້ວງປີ 2023.

อาจเป็นรูปภาพของ 12 คน, ผู้คนกำลังอ่านหนังสือ, ตาราง, แท่นบรรยาย และ ข้อความ

ຕາງໜ້າບໍລິສັດມອບໂດຍແມ່ນ ທ່ານ ເຊັງຝຣອງຊົວ ເຮີໂມ ແລະ ຕາງໜ້າຮັບໂດຍ ທ່ານ ຄໍາຫຼ້າ ຈັນທະວົງ ຮອງຫົວໜ້າ ຫ້ອງວ່າການແຂວງບໍ່ແກ້ວ, ໂດຍມີ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ທ່ານ ຫົງແກ້ວ ວິໄນວົງ ເຈົ້າເມືອງຫ້ວຍຊາຍ ແລະ ບັນດາພາກສ່ວນທີ່ກ່່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 7 คน, โรงพยาบาล, แท่นบรรยาย และ ข้อความ

ພ້ອມກັນກັນນັ້ນ ທາງອົງການປົກຄອງແຂວງບໍ່ແກ້ວ ກໍໄດ້ມອບເງິນສົດເພີ່ມຕື່ມ 100.000.000 ກີບ ເພື່ອເປັນການສົມທົບທຶນທັງຂອງບໍລິສັດ ແລະ ແຂວງ ລວມເປັນຈໍານວນເງິນທັງໝົດ 200.000.000 ກີບ. ຫຼັງຈາກນັ້ນທາງຫ້ອງວ່າການແຂວງໄດ້ສ້າງບົດບັນທຶກ ມອບ-ຮັບ ເງິນລະຫ່ວາງ ອົງການປົກຄອງແຂວງ ກັບ ອໍານາດການປົກຄອງ ບ້ານຕູບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອສ້າງເປັນເງິນກອງທຶນພັດທະນາໃຫ້ແກ່ປະຊາຊົນບ້ານຕູບ ເພື່ອໃຊ້ໃນການສ້ອມແປງເສັ້ນທາງ ຈາກຈຸດທາງແຍກ ບ້ານດອນໃຈ ເຂົ້າຫາບ້ານຕູບ ແນໃສ່ອໍານວຍຄວາມສະດວກໃນການສັນຈອນໄປມາໃຫ້ດີຂຶ້ນ.

ไม่มีคำอธิบายรูปภาพ

ໂດຍທາງບ້ານຈະໄດ້ໃຫ້ຄວາມຮ່ວມມືກັບບໍລິສັດ ແລະ ໃຫ້ການສະໜັບສະໜູນ ໃນການອະນຸລັກ ປົກປັກຮັກສາ ພັດທະນາປ່າສະຫງວນແຫ່ງຊາດນໍ້າການ ແລະ ບ້ານໃຫ້ມີຄວາມສະອາດ, ສະກັດກັ້ນ ແລະ ຕ້ານການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້, ສັດປ່າ ແລະ ຊີວະນາໆພັນ. ເຮັດໃຫ້ເຂດດັ່ງກ່າວມີຄວາມອຸດົມສົມບູນ, ສະຫງົບ ແລະ ປອດໄພ  ສ້າງເງື່ອນໄຂສະດວກໃຫ້ແກ່ນັກທ່ອງທ່ຽວພາຍໃນແລະຕ່າງປະເທດ ທີ່ຈະມາທ່ຽວບ້ານຕູບ ແລະ ປ່າສະຫງວນແຫ່ງຊາດນໍ້າການໃຫ້ນັບມື້ຫຼາຍຂຶ້ນ.

อาจเป็นรูปภาพของ ต้นไม้ และ ภูเขา

 

ໂດຍ: ໂທລະພາບແຂວງບໍ່ແກ້ວ