ຄົນລາວຕ້ອງຮູ້ໄວ້! ການຄ້າຂາຍສັດປ່າ ອາດຕິດຄຸກເຖິງ 3 ປີ

107

ສັດປ່າແມ່ນຊັບສົມບັດທີ່ສຳຄັນຂອງປະເທດຊາດ ເຊິ່ງໃນປັດຈຸບັນພວມມີຈຳນວນທີ່ຫຼຸດໜ້ອຍຖອຍລົງເຊິ່ງເປັນຜົນມາຈາກຫຼາຍປັດໃຈເປັນຕົ້ນແມ່ນ ການລ່າສັດປ່າເພື່ອນຳມາເປັນອາຫານ, ລ່າເພື່ອນຳມາຂາຍ, ການຕັດໄມ້ທຳລາຍປ່າທຳລາຍພື້ນທີ່ຢູ່ອາໄສຂອງສັດປ່າ ແລະ ອື່ນໆ ເປັນສາເຫດທີ່ເຮັດໃຫ້ສັດປ່າຫຼຸດລົງຢ່າງວ່ອງໄວ ແລະ ໃກ້ຈະສູນພັນ.

Project 3-149 Vietnam Cambodia Laos

ດັ່ງນັ້ນ, ເພື່ອເປັນການປົກປ້ອງຄຸ້ມຄອງສັດປ່າບໍ່ໃຫ້ຫາຍໄປຈາກຜືນປ່າຂອງປະເທດເຮົາ ແລະ ເພື່ອເປັນການຈັດຕັ້ງປະຕິບັດບັນດາກົດໝາຍນິຕິກຳຕ່າງໆກ່ຽວກັບການຄຸ້ມຄອງສັດປ່າໃຫ້ເຂັ້ມງວດ ແລະ ເຫັນຜົນ ກະຊວງກະສິກຳ ແລະ ປ່າໄມ້ຈິຶ່ງໄດ້ອອກແຈ້ງການ ໃນວັນທີ 29 ພຶດສະພາ 2023 ໃຫ້ຢຸດຕິການຄ້າຂາຍສັດປ່າຫວງຫ້າມ ແລະ ຫ້າມລົງໂຄສະນາຄ້າຂາຍຜ່ານອອນລາຍ ເຊິ່ງມີລາຍລະອຽດຄື:

ເພື່ອຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ບັນດານິຕິກຳທີ່ກ່ຽວຂ້ອງ ລວມທັງ ສົນທິສັນຍາກົນ ວ່າດ້ວຍການຄ້າຂາຍ ຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES) ໃຫ້ເຂັ້ມງວດໃຫ້ທຸກຄົນຮ່ວມເປັນເຈົ້າການປະຕິບັດຮ່ວມກັນດັ່ງນີ້:

  1. ໃຫ້ ຢຸດຕິ ການຄ້າ-ຂາຍ, ຄອບຄອງ, ເຄື່ອນຍ້າຍ, ນຳເຂົ້າ-ສົ່ງອອກ ສັດປ່າ, ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າ ປະເພດຫວງຫ້າມ (ບັນຊີ I) ຢ່າງເດັດຂາດ, ຖ້າລະເມີດ ຈະຖືກລົງໂທດ ຕາມປະມວນກົດໝາຍອາຍາໝວດທີ 9 ມາດຕາ 334, 335 ແລະ 337 ຊຶ່ງຈະຖືກຕັດອິດສະລະພາບ (ຕິດຄຸກ) ແຕ່ ຫົກເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ;
  2. ຢຸດຕິ ການປະກາດ ຊື້-ຂາຍ, ສ້າງສື່ໂຄສະນາ, ວີດີໂອ, ຖ່າຍຮູບພາບ ການລຳ, ທໍລະມານສັດປ່າ ປະເພດຫວງຫ້າມຜ່ານສື່ອອນລາຍ ເຊັ່ນ: ເຟສບູກ, ວິແຊັດ, ຢູທູບ, ຕິກຕັອກ, ກຸ່ມວັອດແອັບ, ກຸ່ມລາຍ ແລະ ອື່ນໆ ຢ່າງເດັດຂາດ, ຫາກເຈົ້າໜ້າທີ່ ສືບຮູ້ ແລະ ຈັບໄດ້ ຈະຖືກລົງໂທດ ຕາມປະມວນກົດໝາຍອາຍາ ໝວດທີ 9 ມາດຕາ 331 ຊຶ່ງຈະຖືກລົງໂທດຕັດອິດສະລະພາບ(ຕິດຄຸກ) ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ 3.000.000 ກີບ ຫາ 10.000.000 ກີບ

ไม่มีคำอธิบาย

ไม่มีคำอธิบาย