ກະກຽມເປີດບັ້ນໂຄສະນາປີທ່ອງທ່ຽວລາວ 2024

439

ໃນວັນທີ 8 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ ກົມໂຄສະນາການທ່ອງທ່ຽວ ແລະ ກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມເປີດບັ້ນໂຄສະນາປີທ່ອງທ່ຽວລາວ 2024 ຂຶ້ນໃນຮູບແບບເຊິ່ງໜ້າ ແລະ ທາງໄກ (ໂດຍການສະໜັບສະໜູນຈາກໂຄງ ການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 ADB) ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ມີທ່ານນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດ ທະນາການທ່ອງທ່ຽວ ປະທານເຄືອຂ່າຍພັດທະນາສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວຂັ້ນສູນກາງ, ມີທ່ານ ອິນທີ ເດືອນສະຫວັນ ຮອງປະທານກຳມາທິການທ່ອງທ່ຽວສະພາອຸດສາຫະກຳ-ການຄ້າແຫ່ງຊາດລາວ ຮອງປະທານເຄືອຂ່າຍພັດທະນາສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວຂັ້ນສູນກາງ, ມີຕາງໜ້າບັນດາກະຊວງທີ່ກ່ຽວຂ້ອງ ແລະ ສະມາຄົມທຸລະກິດທ່ອງທ່ຽວໂຮງແຮມ-ຮ້ານອາຫານ, ສະມາຄົມສົ່ງເສີມທຸລະກິດຂະໜາດນ້ອຍ-ກາງ, ຜູ້ປະກອບການທຸລະກິດທ່ອງທ່ຽວ ແລະ ບັນດາໂຄງການຂອງອົງການຈັດຕັ້ງສາກົນທີ່ຕິດພັນກັບການທ່ອງທ່ຽວເຂົ້າຮ່ວມ.

May be an image of 1 person, studying, television and text
ທ່ານ ຄົມ ດວງຈັນທາ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປີດກວ້າງ ລະດົມແນວຄວາມຄິດຂອງທຸກພາກສ່ວນໃນການສົ່ງເສີມ, ໂຄສະນາຜະລິດຕະພັນທ່ອງທ່ຽວທີ່ເປັນທ່າແຮງ, ສົ່ງເສີມກິດຈະກໍາທີ່ເປັນທ່າແຮງຂອງແຕ່ລະທ້ອງຖິ່ນ ແລະ ບຸນປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເພື່ອກຳນົດກິດຈະກຳບັນຈຸເຂົ້າໃນປະຕິທິນປີທ່ອງທ່ຽວລາວ 2024 ໃຫ້ມີຂະບວນການຟົດຟື້ນ. ພ້ອມນີ້ຍັງເປັນການເປີດໂອກາດໃຫ້ແກ່ຜູ້ເຂົ້າຮ່ວມທັງພາກລັດ, ພາກທຸລະກິດທ່ອງທ່ຽວ ແລະ ທ້ອງຖິ່ນ ໄດ້ສົ່ງເສີມຜະລິດຕະພັນທ່ອງທ່ຽວທີ່ມີຢູ່ແລ້ວໃຫ້ຂະຫຍາຍຫຼາຍຂຶ້ນ ແລະ ທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວທີ່ມີຢູ່ໃນທ້ອງຖິ່ນຂອງຕົນ ເພື່ອສະເໜີເຂົ້າໃນລາຍການທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ແລະ ນຳໃຊ້ເສັ້ນທາງລົດໄຟລາວ-ຈີນທີ່ເປັນທ່າ ແຮງສຳຄັນເຂົ້າໃນວຽກງານທ່ອງທ່ຽວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເປັນການດຶງດູດນັກທ່ອງທ່ຽວພາຍໃນ ແລະ ສາກົນເຂົ້າມາທ່ອງທ່ຽວໃນ ສປປ ລາວ ໃຫ້ນັບມື້ນັບເພີ່ມຂຶ້ນ.

May be an image of 1 person, dais and text
ໂອກາດນີ້, ທ່ານນາງ ພອນມະລີ ອິນທະພົມ ໄດ້ໃຫ້ຮູ້ກ່ຽວກັບທ່າອ່ຽງຂອງການທ່ອງທ່ຽວປີ 2023 ຊຶ່ງເປັນການທ່ອງທ່ຽວແບບຍືນຍົງ, ທັງນີ້ເພື່ອຮ່ວມກັນກຳນົດບັນດາໜ້າວຽກສໍາລັບໂຄສະນາການທ່ອງທ່ຽວລາວໃນປີ 2024 ທີ່ຈະມາເຖິງນີ້ເເພື່ອສາມາດດຶງຈຸດຂາຍທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນມາໂຄສະນາດ້ວຍຮູບແບບໃດ? ຊຶ່ງໃນປີ 2023 ຜ່ານມາເຫັນໄດ້ວ່າ: ນັກທ່ອງທ່ຽວປະມານ 65% ຮູ້ສຶກດີຂຶ້ນເມື່ອເຂົ້າພັກໂຮງແຮມ ທີ່ໄດ້ຮັບການຢັ້ງຢືນ ແລະ ມີກາໝາຍຄວາມຍືນຍົງ, ນັກທ່ອງທ່ຽວ 59% ມີຄວາມຕັ້ງໃຈທີ່ຈະເລືອກຜະລິດຕະພັນ ການທ່ອງທ່ຽວແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ນັກທ່ອງທ່ຽວ 65% ຄິດວ່າການປົກປ້ອງສິ່ງແວດລ້ອມທາງທຳມະຊາດເປັນຮູບແບບການເດີນທາງທີ່ຍືນຍົງ ແລະ 43% ຂອງນັກທ່ອງທ່ຽວ ເລືອກກິດຈະກຳ ແລະ ລາຍການທ່ອງທ່ຽວທີ່ສົ່ງເສີມເສດຖະກິດທ້ອງຖິ່ນ.

May be an image of 9 people and table
ຂ່າວຈາກ: ປະຊາຊົນ