ຣັດເຊຍ ຄາດ ຈີດີພີ ຈະເຕີບໂຕ 1%

11

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ເມື່ອວັນທີ 6 ມິຖຸນາຜ່ານມາ, ທ່ານ Anton Siluanov ລັດຖະມົນຕີກະຊວງການເງິນຂອງຣັດເຊຍ ກ່າວວ່າ ລວມຍອດຜະລິດຕະພັນພາຍໃນຂອງປະເທດຈີດີພີ ( GDP ) ຈະຂະຫຍາຍຕົວຂຶ້ນ 1% ໃນປີ ນີ້. ນອກຈາກນັ້ນ, ລາຍໄດ້ທີ່ແທ້ຈິງຂອງປະຊາຊົນ ກໍຄາດວ່າຈະເພີ່ມຂຶ້ນເຊັ່ນກັນ.

ທ່ານ Anton Siluanov ລະບຸວ່າ: ຣັດເຊຍ ປະຕິບັດຕາມພັນທະຜູກພັນດ້ານງົບປະມານຢ່າງເຕັມທີ່ ເຊິ່ງເສດຖະກິດຂອງຣັດເຊຍ ຄາດວ່າຈະເຕີບໂຕໃນລະດັບ 1% ໃນປີ 2023. ລາຍໄດ້ທີ່ແທ້ຈິງຂອງປະຊາຊົນໄດ້ເລີ່ມສູງຂຶ້ນ ນັບແຕ່ທ້າຍປີ 2022 ແລະ ມີທ່າອ່ຽງທີ່ຈະຄົງທີ່ໃນປີ 2023.

ລັດຖະມົນຕີກະຊວງການເງິນ ຍັງຢືນຢັນວ່າ: ເຖິງແມ່ນວ່າຈະມີການຂວ້ຳບາດຈາກບັນດາປະເທດຕາເວັນຕົກ, ແຕ່ລັດຖະບານຣັດເຊຍ ກໍຍັງຮັກສາບັນດາກິດຈະກຳຫຼັກໃນການສ້າງ ຄວາມໝັ້ນໃຈວ່າ ປະຊາຊົນຈະບໍ່ໄດ້ຮັບຜົນກະທົບ ແລະ ສາມາດຮັກສາມາດຕະການຄອງຊີບທີ່ບໍ່ຕໍ່າກວ່າ ກ່ອນທີ່ຊາດຕະເວັນຕົກຈະກຳນົດມາດຕະການຂວໍ້າບາດ.

ຈີດີພີ ຣັດເຊຍເຕີບໂຕຂຶ້ນຈາກຄວາມສົມດຸນທີ່ດີຂອງງົບປະມານ ການສະສົມທຶນສຳຮອງໃນກອງທຶນການລົງທຶນແຫ່ງຊາດ, ບັນດາກົນລະຍຸດອຸດສາຫະກຳເຊີງບຸກ ແລະ ມາດຕະການສະໜັບສະໜູນສຳລັບປະຊາຊົນ.