ສປປ ລາວ ຈະມີການນຳໃຊ້ພະລັງງານໄຮໂດຣເຈນມາເປັນທາງເລືອກເພີ່ມ

127

ໃນວັນທີ 05 ມິຖຸນາ 2023 ທີ່ຜ່ານມາ, ທີ່ນະຄອນຫຼວງພະບາງ, ໄດ້ຈັດກອງປະຊຸມປຶກສາຫາລື ການຫັນປ່ຽນພະລັງງານ ໄປສູ່ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ ຄັ້ງທີ 3 ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວວມ.

May be an image of 1 person and text
ໃນໂອກາດທ່ານ ຮອງລັດຖະມົນຕີ ໄດ້ກ່າວມີຄຳເຫັນວ່າ: ກອງປະຊຸມສຳມະນາ ກ່ຽວກັບ ການສືກສາຄວາມເປັນໄປໄດ້ ໃນການຫັນປ່ຽນພະລັງງານໃນ ສປປ ລາວ ແລະ ໂອກາດຄວາມເປັນໄປໄດ້ການນໍາໃຊ້ພະລັງງານໄຮໂດຣເຈນ-ເອມໂມເນຍ ສີຂຽວ ໃນ ສປປ ລາວ, ເຊິ່ງເປັນພະລັງງານທາງເລືອກໃນອະນາຄົດ, ເນື່ອງຈາກສະພາບການປ່ຽນແປງດີນຟ້າອາກາດ, ສະະພາບການຂອງໂລກມີການປ່ຽນແປງໂດຍສະເພາະດ້ານພະລັງງານທີ່ມີການເໜັງຕີງຢ່າງຕໍ່ເນື່ອງ.

May be an image of 3 people and text
ທ່ານກ່າວຕື່ມອີກວ່າ: ສໍາລັບ ສປປ ລາວ ພວກເຮົາ ລັດຖະບານໄດ້ມີຍຸດທະສາດກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມຂົນສົ່ງ ໂດຍສະເພາະພະລັງງານໄຣໂດຣເຈນ ພ້ອມດຽວກັນນັ້ນລັດຖະບານກຳລັງຮ່າງຍຸດທະສາກ່ຽວກັບພະລັງງານໄຮໂດຣເຈນ ແລະ ເອກະສານດ້ານນິຕິກຳທີ່ກ່ຽວຂ້ອງເພື່ອສົ່ງເສີມວຽກງານດັ່ງກ່າວ.

May be an image of 15 people, lighting, table and text

ປັດຈຸບັນ ສປປ ລາວ ເປັນປະເທດທີ່ນໍາເຂົ້ານ້ຳມັນເຊື້ອໄຟ 100%, ໃນປີ 2021 ນໍາເຂົ້ານໍ້າມັນເຊື້ອໄຟປະມານ 1,4 ລ້ານລິດ ແລະ ນໍາເຂົ້າປຸຍເຄມີ ຈາກຕ່າງປະເທດ ໃນປີ 2022 ເພີ່ມຂື້ນປະມານ 4 ເທື່ອທຽບໃສ່ປີ 2020 ເນື່ອງຈາກວ່າລາຄາຕົ້ນທຶນປຸຍເຄມີໄດ້ເພີ່ມຂື້ນ ຖ້າທຽບໃສ່ປີດຽວກັນ, ພ້ອມດຽວກັນນັ້ນ, ປະເທດຂອງພວກເຮົາກໍ່ມີທ່າແຮງໃນການຜະລິດພະລັງງານຫລາຍດ້ານເປັນຕົ້ນ: ພະລັງງານໄຟຟ້ານໍ້າຕົກ, ພະລັງງານແສງຕາເວັນ ແລະ ພະລັງງານລົມ ທີ່ສາມາດນໍາໃຊ້ຫັນປ່ຽນມາເປັນພະລັງງານໄຮໂດຼເຈນ ເພື່ອທົດແທນການນໍາໃຊ້ພະລັງງານຈາກ Fossil Fuel.

May be an image of text

ໂຄງການສຶກສານີ້ ເຫັນວ່າມີຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນ ສຳລັບພວກເຮົາໃນການກຳນົດຍຸດທະສາດ ກ່ຽວກັບພະລັງງານດັ່ງກ່າວໃນອານາຄົດໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນ ແມ່ນລະບົບການເກັບຮັກສາ, ຄວາມປອດໄພ, ການຜະລິດໄຟຟ້າ, ຂະແໜງຄົມມະນາຄົມຂົນສົ່ງທີ່ມີຕົ້ນທຶນຕໍ່າ, ຂະແໜງອຸດສາຫະກຳບໍ່ແຮ່-ອຸດສາຫະກຳໜັກ ແລະ ຂະແໜງກະສິກຳ ເພື່ອປະກອບສ່ວນໃນການຫລຸດຜ່ອນມົນລະຜິດ ຕາມນະໂຍບາຍການປ່ຽນແປງດີນຟ້າອາກາດ ແລະ ການພັດທະນາສີຂຽວຕາມທິດຍືນຍົງ.

ໂດຍ: ສູນຂ່າວພະລັງງານ ແລະ ບໍ່ແຮ່