ນະຄອນຫຼວງ ໄຖປົກຕໍເຟືອງ ແລະ ຫວ່ານຝຸ່ນໃສ່ນາເຂົ້າ ເພື່ອປັບປຸງບໍາລຸງດິນ

18

ໃນທ້າຍເດືອນພຶດສະພາ 2023 ທີ່ຜ່ານມາ ເພື່ອເປັນການປະກອບສ່ວນຊຸກຍູ້ສົ່ງເສີມການຜະລິດເຂົ້ານາປີໃນລະດູຝົນນີ້ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ນະຄອນຫຼວງວຽງຈັນ (ຂຄພດກ.ນວ) ໄດ້ສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ຈັດຂະບວນການໄຖປົກຕໍເຟືອງ ແລະ ຫວ່ານຝຸ່ນໃສ່ນາເຂົ້າ ເພື່ອປັບປຸງບໍາລຸງດິນ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ.

May be an image of 15 people, tree, grass and text

ໃນນີ້, ໄດ້ມີການປະກອບສ່ວນຝຸ່ນຊີວະພາບຈາກ ບໍລິສັດ ໄກອາ ວີຕ້າ Gaia Vita Laos ເພື່ອນໍາໃຊ້ເຂົ້າໃນຂະບວນການດັ່ງກ່າວ.

May be an image of 5 people and grass

ການໄຖກົບຕໍເຟືອງເປັນກິດຈະກໍາທີ່ຂະແໜງຄຸ້ມຄອງ ແລະພັດທະນາທີ່ດິນນະຄອນຫຼວງເຮັດເປັນປະຈຳ  ວິທີການນີ້ຈະຊ່ວຍປັບປຸງໂຄງສ້າງຂອງດິນ, ຊ່ວຍສະສົມອາຫານໃນດິນ ແລະເພີ່ມຈຸລິນຊີທີ່ເປັນປະໂຫຍດໃນດິນ.
May be an image of 14 people, grass and text