ທຸ່ມທຶນ 20 ຕື້ກີບ ສ້າງສວນສາທາລະນະໃໝ່ຢູ່ໄຊສົມບູນ

253

ໃນວັນທີ 2 ມິຖຸນາ 2023 ທີ່ຜ່ານມາ, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ຜ່ານຮ່າງບົດວິພາກເສດຖະກິດ ເຕັກນິກ ໂຄງການລົງທຶນກໍ່ສ້າງພັດທະນາສວນສາທາລະນະ 3 ຈຸດ ຂອບເຂດບໍລິເວນແຄມຕາຝັ່ງເຈື່ອນນໍ້າຈັ້ງ ເມືອງອະນຸວົງ ແຂວງໄຊສົມບູນ ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີເຈົ້າເມືອງອະນຸວົງ, ຜູ້ຕາງໜ້າບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ, ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 8 people, people studying, table and text
ໃນກອງປະຊຸມ ທ່ານ ທົງສະຫວັນ ໂພສະລາດ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເປັນການຄົ້ນຄວ້າ, ປຶກສາຫາລື, ຄວາມເປັນເອກະພາບ, ປະກອບຄຳຄິດ-ຄຳເຫັນ ໃສ່ຮ່າງບົດວິພາກເສດຖະກິດເຕັກນິກ ໂຄງການລົງທຶນກໍ່ສ້າງພັດທະນາສວນສາທາລະນະ 3 ຈຸດ ຂອບເຂດບໍລິເວນແຄມຕາຝັ່ງເຈື່ອນນໍ້າຈັ້ງ ເມືອງອະນຸວົງ ຊຶ່ງມີເນື້ອທີ່ 3.500 ຕາແມັດ.

May be an image of 1 person, dais and text

ຈາກນັ້ນ ຜູ້ຕາງໜ້າບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຂຶ້ນຜ່ານຮ່າງບົດວິພາກເສດຖະກິດເຕັກນິກ ໂຄງການລົງທຶນກໍ່ສ້າງພັດທະນາສວນສາທາລະນະ 3 ຈຸດ ຂອບເຂດບໍລິເວນແຄມຕາຝັ່ງເຈື່ອນນໍ້າຈັ້ງ, ປັດຈຸບັນ ການທ່ອງທ່ຽວທຳມະຊາດ ໃນແຂວງໄຊສົມບູນກຳລັງມີທ່າກ້າວດີຂຶ້ນ ແລະຂະຫຍາຍຕົວຢ່າງວ່ອງໄວ ຍ້ອນເຫັນໄດ້ທ່າແຮງເຫຼົ່ານັ້ນ ເພື່ອເພີ່ມທາງເລືອກໃໝ່ແກ່ການທ່ອງທ່ຽວ ວິສາຫະກິດເອກະຊົນລາວຈິ່ງສະແດງເຈດຈຳນົງພັດທະນາແຫຼ່ງທ່ຽວທ່ຽວໃໝ່ທີ່ເປັນມິດກັບສິ່ງແວດລ້ອມ ແລະເປັນຜູ້ສຳປະທານ ດຳເນີນການລົງທຶນເປັນມູນຄ່າ 20 ຕື້ກີບ, ກຳນົດໄລຍະເວລາການກໍ່ສ້າງ 4 ປີ ກໍ່ຄືປີ 2023-2027.

May be an image of 1 person and dais

ໂດຍຈຸດປະສົງ ຂອງໂຄງການ ແມ່ນແນໃສ່ສ້າງຜົນກຳໄລທາງດ້ານທຸລະກິດ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງ ທັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ, ບັນດາເມືອງຢູ່ອ້ອມຂ້າງ ໃຫ້ມີລາຍຮັບທີ່ໝັ້ນຄົງ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ຫລຸດຜ່ອນ ແລະ ແກ້ໄຂຄວາມທຸກຍາກເທື່ອລະກ້າວ ຕາມແນວທາງຂອງພັກ-ລັດ ອັນສຳຄັນໂຄງການນີ້ໃຫ້ເປັນມິດກັບສິ່ງແວດລ້ອມທີ່ຍືນຍົງ.

No photo description available.
ໂດຍ: ຈົດໝາຍຂ່າວໄຊສົມບູນ