ສຸມແກ້ບັນຫາເງິນຕາ ທຫລ ສ້າງຕັ້ງກົມຄຸ້ມຄອງສະເພາະຂຶ້ນ

533

ອີງໃສ່ສະພາບປັດຈຸບັນຂອງ ສປປ ລາວ ທີ່ມີການເຊື່ອມໂຍງ ແລະ ເປີດກວ້າງດ້ານການຄ້າ-ການລົງທຶນຈາກຕ່າງປະເທດ ໃນຂະນະທີ່ຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອນຳເຂົ້າສິນຄ້າຈາກຕ່າງປະເທດມີທ່າອ່ຽງສູງຂຶ້ນ. ສະນັ້ນ, ເຫັນໄດ້ເຖິງສະພາບຄວາມຈໍາເປັນຕົວຈິງຂອງວຽກງານດັ່ງກ່າວ ພັກ ແລະ ລັດຖະບານ ຈຶ່ງເຫັນດີໃຫ້ ທຫລ ດໍາເນີນການຄົ້ນຄວ້າສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ຕາມແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 04/ຫສພ, ລົງວັນທີ 13 ມັງກອນ 2023 ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 09/ຫສນຍ, ລົງວັນທີ 27 ມັງກອນ 2023.

May be an image of 2 people, dais and text

ໃນວັນທີ 01 ມິຖຸນາ 2023 ທີ່ຜ່ານມາ ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງພິທີປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເປັນປະທານໃນພິທີຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ພ້ອມດ້ວຍການເຂົ້າຮ່ວມຂອງທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ, ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທຫລ, ຄະນະກົມພາຍໃນ ທຫລ, ຫົວໜ້າສາຂາ ທຫລ ປະຈຳພາກ, ບັນດາຜູ້ຕາງໜ້າຈາກອົງການກະຊວງ, ຄະນະອຳນວຍການທະນາຄານທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 1 person, dais and text

ກົມດັ່ງກ່າວນີ້ຈະເຮັດໜ້າທີ່ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ພ້ອມທັງຈັດຕັ້ງປະຕິບັດວຽກງານການຄຸ້ມຄອງລາຍຮັບຈາກການຄ້າ, ການບໍລິການ, ການລົງທຶນ, ໜີ້ສິນ ແລະ ສິນເຊື່ອການຄ້າລະຫວ່າງປະເທດ, ຕິດຕາມ, ກວດກາ ກະແສເງິນໄຫຼເຂົ້າ-ອອກ ສປປ ລາວ ໃຫ້ທັນສະພາບ, ຄົບຖ້ວນ, ທັນສະໄໝ ແລະ ສາມາດເຊື່ອມຈອດກັບພາກສ່ວນກ່ຽວຂ້ອງ ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດເປັນລະບົບຄົບຊຸດ; ຊຸກຍູ້ສົ່ງເສີມການນໍາໃຊ້ເງິນກີບ, ຫຼຸດຜ່ອນການນຳໃຊ້ເງິນຕາຕ່າງປະເທດແບບຊະຊາຍໃນສັງຄົມ.

May be an image of 1 person, dais and newsroom

ດ້ານກົງຈັກການຈັດຕັ້ງຂອງກົມດັ່ງກ່າວ ແມ່ນໄດ້ແຕ່ງຕັ້ງທ່ານ ເພັດສະຖາພອນ ແກ້ວວົງວິຈິດ ເປັນຫົວໜ້າກົມ ແລະ ທ່ານ ວັດທະນາ ຊານຸບານ ເປັນຮອງຫົວໜ້າກົມ ພ້ອມທັງໄດ້ມີການຍົກຍ້າຍພະນັກງານຈຳນວນໜຶ່ງຈາກກົມຕ່າງໆພາຍໃນ ທຫລ ເພື່ອປະກອບເຂົ້າໃນໂຄງປະກອບການຈັດຕັ້ງຂອງກົມດັ່ງກ່າວ.

May be an image of 1 person, dais and text
ທ່ານຜູ້ວ່າການ ທຫລ ໄດ້ໃຫ້ກຽດໂອ້ລົມໃນກອງປະຊຸມ, ໂດຍທ່ານໄດ້ເນັ້ນໜັກໃຫ້ກົມດັ່ງກ່າວ ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດຂອງຕົນ, ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ແລະ ດຳເນີນມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ. ພ້ອມທັງພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແນໃສ່ເຮັດໃຫ້ກະແສເງິນຕາຕ່າງປະເທດຜ່ານ ແລະ ລວມສູນຢູ່ໃນລະບົບທະນາຄານຫຼາຍຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານະການຊຳລະກັບຕ່າງປະເທດ, ຄັງສຳຮອງເງິນຕາຕ່າງປະເທດ, ຮັກສາສະຖຽນລະພາບຂອງເງິນກີບຕໍ່ກັບເງິນຕາຕ່າງປະເທດ ແລະ ສົ່ງເສີມການຈໍລະຈອນສິນຄ້າ-ເງິນຕາພາຍໃນປະເທດ ເຮັດໃຫ້ເງິນຕາຂອງຊາດມີຄ່າທີ່ໝັ້ນທ່ຽງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ຂ່າວຈາກ: ທະນາຄານແຫ່ງ ສປປ ລາວ