1 ມິຖຸນາທ່ານນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ຢູ່ອັດຕະປື

56

ໃນຕອນເຊົ້າວັນທີ 1 ມິຖຸນາ 2023 ນີ້ ທີ່ແຂວງອັດຕະປື ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນຄົບຮອບ 43 ປີ ( 1 ມິຖຸນາ 1980-1 ມິຖຸນາ 2023 ) ແລະ ວັນສິ່ງແວດລ້ອມໂລກກໍຄື: ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ, ຢູ່ຈຸດພື້ນທີ່ຫໍຫຼັກເມືອງ ແລະ ພື້ນທີ່ຫໍປະຊຸມໃຫຍ່ ເມືອງສາມັກຄີໄຊ ແຂວງອັດຕະປືໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍບັນດາທ່ານຄະນະນໍາຂອງແຂວງ, ຄະນະນໍາ 5 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No description available.
ໂດຍຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້, ແມ່ນເພື່ອຟື້ນຟູພື້ນທີ່ໃນ 2 ຈຸດນີ້ໃຫ້ກາຍເປັນປ່າທີ່ອຸດົມສົມບູນ, ເປັນຮົ່ມເງົາ ທັງເປັນແຫຼ່ງເຕົ້າໂຮມພັນໄມ້ປະເພດປະດັບຕ່າງໆໃນຕົວເມືອງກໍຄືໃນ 2 ຈຸດນີ້ ໃຫ້ມີຫຼາຍສີສັນພ້ອມທັງເພີ່ມເນື້ອທີ່ສີຂຽວໃຫ້ກາຍເປັນປອດຫາຍໃຈເອົາອາກາດທີ່ສະອາດ ແລະ ຫຼຸດຜ່ອນມົນລະພິດໃນອາກາດໃຫ້ແກ່ຊາວແຂວງ ອັດຕະປືອີກດ້ວຍ.

No description available.

ຈຸດພື້ນທີ່ຫໍຫຼັກເມືອງ ມີເນື້ອທີ່ທັງໝົດປະມານເກືອບເຮັກຕາ ມີເບ້ຍໄມ້ທີ່ປູກຕົວຈິງ 21 ເບ້ຍ ແລະ ພື້ນທີ່ຫໍ່ປະຊຸມໃຫຍ່ຫລາຍກວ່າ 1 ເຮັກຕາ, ມີເບ້ຍໄມ້ທີ່ປູກ 21ເບ້ຍ, ເຊິ່ງທັງສອງຈຸດເຫັນວ່າຕ້ອງໄດ້ຟື້ນຟູ ແລະ ປູກໄມ້ປະດັບຊະນິດຕ່າງໆ ເພື່ອເຮັດໃຫ້ໂຄງປະກອບດ້ານຊະນິດພັນໄມ້ປະດັບມີຄວາມຫຼາກຫຼາຍຍິ່ງຂຶ້ນ, ກາຍເປັນສະຖານທີ່ເພື່ອການສຶກສາຄົ້ນຄ້ວາທາງດ້ານວິທະຍາສາດ ແລະ ການສຶກສາຮໍ່າຮຽນໃຫ້ນັກຮຽນ ແລະ ນັກສຶກສາໃນອະນາຄົດ ແລະ ເປັນບ່ອນຈັດງານລ້ຽງ, ງານປະຊຸມຂັ້ນຕ່າງໆ ແລະ ເປັນບ່ອນຈອດລົດອື່ນໆໂດຍມີເບ້ຍໄມ້ຫຼາຍສະຫນິດເຊັ່ນ: ເບ້ຍດອກຈໍາປາ, ເບ້ຍຕົ້ນຄູນ ແລະ ເບ້ຍດອກໄມ້ອື່ນໆ.

May be an image of 4 people and text

ສຳລັບປີນີ້, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ອັດຕະປືມີແຜນປູກຕົ້ນໄມ້ຕາມມະຕິສະພາປະຊາຊົນແຂວງໄດ້ຮັບຮອງຕົວເລກເພື່ອປູກໄມ້ ແລະ ພື້ນຟູປ່າໃນທົ່ວແຂວງມີແຜນການທັງຫມົດ 21.684 ເຮັກຕາ, ເຊິ່ງໃນນີ້, ສໍາລັບແຜນປູກໄມ້ 3.660 ເຮັດຕາ, ໃນນັ້ນຈະປູກໃນປ່າປ້ອງກັນ 320 ເຮັກຕາ, ປ່າສະຫງວນ 22 ເຮັກຕາ ແລະ ປ່າຜະລິດ 3.240 ເຮັກຕາ, ສ່ວນນອກປະເພດປ່າມີ 73 ເຮັກຕາ. ສໍາລັບແຜນຟື້ນຟູປ່າໄມ້ໃນທົ່ວແຂວງ ອັດຕະປື ປີ 2023 ມີທັງຫມົດ 18.024 ເຮັກຕາ. ໃນນັ້ນ, ປ່າປ້ອງກັນ 11.584 ເຮັກຕາ, ປ່າສະຫງວນ 5.000 ເຮັກຕາ ແລະ ປ່າຜະລິດ 1.440 ເຮັກຕາ, ສ່ວນໃຫຍ່ແມ່ນເປັນໄມ້ອຸດສາຫະກໍາເຊັ່ນ: ໄມ້ດູ່, ໄມ້ກະຍູງ, ໄມ້ແຄນ, ໄມ້ໃຫ້ຫມາກ ແລະ ໄມ້ປະດັບອື່ນໆ ສ່ວນການກະກຽມປູກຕົ້ນໄມ້ໃນວັນທີ 1 ມິຖຸນາ ເປັນວັນປູກໄມ້ແຫ່ງຊາດຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນໃນທົ່ວແຂວງຈະປູກມີ 11 ຈຸດ, ມີເນື້ອທີ່ 18.000 ກວ່າເຮັກຕາ, ມີເບ້ຍທັງຫມົດ 8.952 ເບ້ຍ.

ໂດຍ: ສູນຂ່າວຊາວພາກໃຕ້