Nvidia ຈັບມື MediaTek ພັດທະນາເຕັກໂນໂລຊີລົດໃຫຍ່ ໃຫ້ເຊື່ອມຕໍ່ອິນເຕີເນັດ

82

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ບໍລິສັດເອນວິເດຍ ຄອບ ( Nvidia Corp ) ແລະ ມີເດຍເທກ ອິ້ງ ( MediaTek Inc ) ໄດ້ເປີດເຜີຍກ່ຽວກັບການຮ່ວມມືກັນໃນດ້ານເຕັກໂນໂລຊີ ເພື່ອສົ່ງເສີມລະບົບຂໍ້ມູນຂ່າວສານ ( Infotainment ຫຼື ສາລະບັນເທີງ ) ສຳລັບລົດໃຫຍ່ທີ່ສາມາດສະຕຣີມສົດ ວີດີໂອ ຫຼື ເກມ, ສາມາດໂຕ້ຕອບກັບຄົນຂັບໄດ້ໂດຍໃຊ້ປັນຍາປະດິດ ( AI ).

ພາຍໃຕ້ຂໍ້ຕົກລົງທີ່ໄດ້ປະກາດທີ່ງານສະແດງເຕັກໂນໂລຊີຄອມພິວເທັກ ( Computex ) ທີ່ນະຄອນໄທເປ ເຊິ່ງບໍລິສັດມີເດຍເທັກ ຈະບູລະນາການຊິບເລດ ( Chiplet ) ໜ່ວຍປະເມີນຜົນພາບກຣາຟຟິກ ແລະ ຊ໊ອຟແວຣ໌ຂອງ ເອນວິເດຍ ເຂົ້າກັບລະບົບຊິບ ( System – on – chips ) ທີ່ມີເດຍເທັກ ຈັດສົ່ງໃຫ້ກັບບັນດາຜູ້ຜະລິດລົດໃຫຍ່ ເພື່ອການສະແດງຜົນອິນໂຟເທນເມນ.

ສອງບໍລິສັດ ໄດ້ລະບຸວ່າ: ລະບົບຕ່າງໆຂອງມີເດຍເທັກ ທີ່ໃຊ້ຊ໊ອຟແວຣ໌ຂອງເອນວິເດຍ ຈະເຮັດວຽກໄດ້ດີກັບລະບົບຂັບຂີ່ອັດຕະໂນມັດທີ່ໃຊ້ເຕັກໂນໂລຊີຂອງເອນວິເດຍ ໂດຍໜ້າຈໍຄວບຄຸມຈະສະແດງພາບສິ່ງແວດລ້ອມຕ່າງໆຮອບຍານພາຫະນະ ຂະນະທີ່ກ້ອງຈະຄອຍຈັບພາບຂອງຜູ້ຂັບຂີ່.

ການເປັນພັນທະມິດກັບມີເດຍເທັກ ຊ່ວຍໃຫ້ເອນວິເດຍ ສາມາດເຂົ້າເຖິງຕະຫຼາດຊິບອິນໂຟເທນເມນ ມູນຄ່າ 1,2 ໝື່ນລ້ານໂດລາ ໄດ້ຢ່າງກວ້າງຂວາງຫຼາຍຂຶ້ນ.