ເຢຍລະມັນ ຈະລົງທຶນຫຼາຍກວ່າ 94 ຕື້ໂດລາ ເພື່ອຫັນລະບົບທາງລົດໄຟໃຫ້ເປັນທັນສະໄໝ

122

ສຳນັກຂ່າວ BNews.vn ລາຍງານວ່າ: ລັດຖະບານເຢຍລະມັນ ມີແຜນລົງທຶນ 88 ຕື້ເອີໂຣ ຫຼື ປະມານ 94,34 ຕື້ໂດລາ ເພື່ອພັດທະນາລະບົບທາງລົດໄຟໃຫ້ເປັນທັນສະໄໝໃນປະເທດໃນອີກ 4 ປີຂ້າງໜ້ານີ້.

ປັດຈຸບັນ, ລັດຖະບານເຢຍລະມັນ ໄດ້ປະເມີນວ່າຈໍານວນເງິນລົງທຶນທັງໝົດ ເພື່ອຈະຂະຫຍາຍ ແລະ ປັບປຸງລະບົບທາງລົດໄຟໃຫ້ທັນສະໄໝຕ້ອງໃຊ້ເງິນ 88 ຕື້ເອີໂຣ ຈະເລີ່ມໃນປີ 2024 – 2027. ແນວໃດກໍຕາມ, ເງິນທີ່ຈະລົງທຶນຫາກໍມີພຽງ 43 ຕື້ເອີໂຣ ທີ່ໄດ້ຄິດໄລ່ເຂົ້າໃນແຜນການເງິນ ສ່ວນ 45 ຕື້ເອີໂຣ ທີ່ຍັງເຫຼືອແມ່ນຈະໄດ້ຮັບການສະໜັບສະໜູນບາງສ່ວນຈາກຄ່າທໍານຽມກາກບອນຂອງລົດບັນທຸກ ເຊິ່ງແມ່ນ 200 ເອີໂຣຕໍ່ໂຕນ, ການປ່ອຍກາກບອນ ມີຜົນກັບລົດບັນທຸກສິນຄ້າທີ່ມີນໍ້າໜັກເກີນ 3,5 ໂຕນ ໂດຍຈະເລີ່ມປະຕິບັດໃນປີ 2024 ຈົນເຖິງປີ 2027.

ເຄືອຂ່າຍທາງລົດໄຟໃນແຜນການນີ້ ແມ່ນຈະໄດ້ຮັບການປັບປຸງໃຫ້ເປັນດີຈີຕອນ ເພື່ອໃຫ້ສາມາດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄດ້ຫຼາຍຂຶ້ນ. ພາຍໃນປີ 2030, ຄາດວ່າຈະມີປະລິມານການຂົນສົ່ງທາງລົດໄຟ ຄິດເປັນ 25% ຂອງສ່ວນແບ່ງຕະຫຼາດດ້ານຂົນສົ່ງສາທາລະນະ ໂດຍສະເພາະແມ່ນພື້ນທີ່ຊົນນະບົດ.