ພິທີມອບ-ຮັບ ລົດຍົກເຄື່ອງ ແລະ ເຄື່ອງກອງນ້ຳສະອາດປອດໄພ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາຜ່ານມາ, ທີ່ພະແນກສາທາລະນະສຸກ ແຂວງສາລະວັນ ໃຫ້ກຽດມອບໂດຍ ທ່ານ ດຣ ບົວແກ້ວ ສຸວັນທອງ ຮອງກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ແລະ ຮັບໂດຍ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ດຣ ອາຄົມ ລ່ຳວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຫົວໜ້າສູນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ ໄດ້ມອບ-ຮັບລົດຍົກເຄື່ອງ 1 ຄັນ ແລະ ເຄື່ອງກອງນ້ຳສະອາດປອດໄພ 1 ຊຸດ, ໂດຍການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ທ່ານ ດຣ ບົວແກ້ວ ສຸວັນທອງ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການມອບ-ຮັບລົດຍົກເຄື່ອງ ແລະ ເຄື່ອງກອງນ້ຳສະອາດປອດໄພ ແມ່ນເພື່ອການກະກຽມຕອບໂຕ້ ໄພພິບັດທຳມະຊາດນ້ຳຖ້ວມ.
ລົດດັ່ງກ່າວເປັນລົດທີ່ສາມາດຜະລິດນ້ຳດື່ມໄດ້ ແລະສາມາດແຈກຍາຍໃຫ້ປະຊາຊົນໄດ້ຊົມໃຊ້ໄດ້ຢ່າງທົ່ວເຖິງ, ເຊິ່ງມີມູນຄ່າທັງໝົດ 150.000 ໂດລາສະຫະລັດ ຫຼື ເທົ່າກັບ 2 ຕື້ກວ່າກີບ ໂດຍການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ.
ຂ່າວຈາ່ກ: ພະແນກສາລາລະນະສຸກແຂວງສາລະວັນ