ອຸດສາຫະກຳໂທລະຄົມມະນາຄົມຂອງຈີນ ຂະຫຍາຍຕົວຢ່າງຕໍ່ເນື່ອງ

19

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງຈີນ ໄດ້ເປີດເຜີຍຂໍ້ມູນວ່າ ອຸດສາຫະກຳການສື່ສານໂທລະຄົມມະນາຄົມຂອງຈີນ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນໄລຍະເດືອນມັງກອນ ຫາ ເດືອນເມສາຜ່ານມາ ໂດຍໄດ້ຮັບແຮງຍູ້ຈາກກຸ່ມທຸລະກິດທີ່ເກີດໃໝ່.

ລາຍງານລະບຸວ່າ: ລາຍໄດ້ທາງທຸລະກິດຂອງກຸ່ມບໍລິສັດໃນພາກທຸລະກິດການສື່ສານໂທລະຄົມມະນາຄົມຂອງຈີນ ລວມຢູ່ທີ່ 5,69 ແສນລ້ານຢວນ ເພີ່ມຂຶ້ນ 7,2% ເມື່ອທຽບປີຕໍ່ປີ.

ພາກທຸລະກິດທີ່ເກີດໃໝ່ ເຊັ່ນ: ສູນຂໍ້ມູນອິນເຕີເນັດ, ການປະມວນຜົນຄລາວ ແລະ ອິນເຕີເນັດແຫ່ງສັບພະສິ່ງ ມີລາຍໄດ້ເພີ່ມຂຶ້ນ 22,3% ເມື່ອທຽບປີຕໍ່ປີ ເຊິ່ງໄດ້ຊຸກດັນໃຫ້ລາຍໄດ້ຂອງກຸ່ມທຸລະກິດໂທລະຄົມມະນາຄົມ ເພີ່ມຂຶ້ນ 4,3 ຈຸດ.

ຈີນ ມີຄວາມຄວບຄຸມຂອງບໍລິການ 5G ເພີ່ມຂຶ້ນ ເຊິ່ງມາເຖິງເດືອນເມສາ ຈີນ ມີສະຖານີຖານ 5G ຫຼາຍກວ່າ 2,73 ລ້ານແຫ່ງແລ້ວ ແລະ ມີປະລິມານຜູ້ໃຊ້ໂທລະສັບມືຖື 5G ເພີ່ມຂຶ້ນ 73,08 ລ້ານຄົນ ໃນໄລຍະ 4 ເດືອນທໍາອິດຂອງຕົ້ນປີນີ້.