5 ເດືອນຕົ້ນປີນີ້ ຫວຽດນາມ ລົງທຶນຢູ່ຕ່າງປະເທດ ມູນຄ່າກວ່າ 316 ລ້ານໂດລາ

27

VTV.vn ລາຍງານວ່າ: ອີງຕາມຂໍ້ມູນກົມການລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ເດືອນຕົ້ນປີນີ້ ນັກທຸລະກິດຫວຽດນາມ ໄດ້ໄປລົງທຶນຢູ່ຕ່າງປະເທດ ມີ 20 ປະເທດ ແລະ ເຂດແຄວ້ນ ເຊິ່ງມີການລົງທຶນໂຄງການໃໝ່ ແລະ ປັບປຸງມູນຄ່າໂຄງການລົງທຶນເກືອບເຖິງ 316,4 ລ້ານໂດລາ ເທົ່າກັບ 93,5% ທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ.

ໃນນັ້ນ, ມີ 47 ໂຄງການ ໄດ້ຮັບໃບຮັບຮອງການຈົດທະບຽນການລົງທຶນໃໝ່ ໂດຍມີທຶນຈົດທະບຽນກວ່າ 142,7 ລ້ານໂດລາ ຄິດເປັນ 48,6%; ມີການປັບປຸງມູນຄ່າໂຄງການລົງທຶນ ໂດຍມີເງິນລົງທຶນທັງໝົດເພີ່ມຂຶ້ນເກືອບ 173,7 ລ້ານໂດລາ ຫຼື ເພີ່ມຂຶ້ນເກືອບ 3,9 ເທົ່າ ທຽບໃສ່ໄລຍະເວລາດຽວກັນຂອງປີຜ່ານມາ.

ນັກລົງທຶນຫວຽດນາມ ໄດ້ລົງທຶນໃນຕ່າງປະເທດ ປະກອບມີ 13 ອຸດສາຫະກຳ; ໃນນັ້ນການຄ້າຂາຍສົ່ງ ແລະ ຄ້າຍ່ອຍ ເປັນອັນດັບໜຶ່ງ ມີ 15 ໂຄງການລົງທຶນໃໝ່ ແລະ 5 ໂຄງການທີ່ໄດ້ປັບປຸງມູນຄ່າການລົງທຶນ ລວມມູນຄ່າການລົງທຶນທີ່ໄດ້ຈົດທະບຽນເກືອບ 147,7 ລ້ານໂດລາ ສະເລ່ຍເກືອບ 46,7% ຂອງທຶນຈົດທະບຽນທັງໝົດໃນຕ່າງປະເທດ. ຂະແໜງຂໍ້ມູນຂ່າວສານ ເປັນອັນດັບສອງ ດ້ວຍມູນຄ່າການລົງທຶນຫຼາຍກວ່າ 108,5 ລ້ານໂດລາ ຄິດເປັນ 34,3%, ຕໍ່ມາແມ່ນບັນດາຂະແໜງການເງິນ – ທະນາຄານ, ກະສິກຳ, ການປະມົງ…

ໃນ 5 ເດືອນຕົ້ນປີນີ້ ມູນຄ່າການລົງທຶນຂອງຫວຽດນາມ ຫຼາຍກວ່າໝູ່ແມ່ນ ການາດາ ອັນດັບໜຶ່ງແມ່ນມີ 1 ໂຄງການລົງທຶນໃໝ່ ແລະ 1 ໂຄງການທີ່ປັບປຸງມູນຄ່າການລົງທຶນ ລວມມູນຄ່າການລົງທຶນທີ່ໄດ້ຈົດທະບຽນຫຼາຍກວ່າ 150,2 ລ້ານໂດລາ ຄິດເປັນ 47,5% ຂອງການລົງທຶນ, ຮອງລົງມາແມ່ນ ສິງກະໂປ, ລາວ, ກູບາ… ຕາມລຳດັບ.

ກົມການລົງທຶນຕ່າງປະເທດ ໃຫ້ຮູ້ວ່າ: ການລົງທຶນໃນຕ່າງປະເທດ ສະສົມມາຮອດວັນທີ 20 ພຶດສະພາ 2023, ຫວຽດນາມ ໄດ້ລົງທຶນ 1.648 ໂຄງການທີ່ຍັງມີການລົງທຶນຢູ່ ດ້ວຍມູນຄ່າການລົງທຶນທັງໝົດ 22,1 ຕື້ໂດລາ; ໃນນັ້ນມີ 141 ໂຄງການ ຂອງບັນດາທຸລະກິດທີ່ເປັນການລົງທຶນຂອງລັດ ລວມມູນຄ່າການລົງທຶນເກືອບ 11,67 ຕື້ໂດລາ ສະເລ່ຍເກືອບ 52,8% ຂອງການລົງທຶນທົ່ວປະເທດ.

ການລົງທຶນຂອງຫວຽດນາມ ໃນຕ່າງປະເທດ ແມ່ນສຸມໃສ່ຂະແໜງຂຸດຄົ້ນບໍ່ແຮ່ຫຼາຍທີ່ສຸດ ( 31,5% ), ກະສິກຳ – ປ່າໄມ້ ແລະ ການປະມົງ ( 15,6% ), ບັນດາປະເທດທີ່ໄດ້ຮັບການລົງທຶນຂອງຫວຽດນາມ ຫຼາຍທີ່ສຸດແມ່ນລາວ ( 24,4% ), ກຳປູເຈຍ ( 13,3% ), ເວເນຊູເອລາ ( 8,3% ).