ໂຕໂຍຕ້າລາວ ປະກາດເປີດຕົວ “Hilux Revo Prerunner”

93

ບໍລິສັດ ໂຕໂຍຕ້າ ລາວ ຈຳກັດ Toyota Laos ຜູ້ຜະລິດລົດອັນດັບ 1 ໄດ້ປະກາດເປີດຕົວ “Hilux Revo Prerunner” ໃໝ່ທີ່ TOYOTA SQUARE, ຕັ້ງຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 19 ພຶດສະພາ 2023.
ໃໝ່ “Hilux Revo Prerunner” ເປັນລົດສອງລໍ້ (2WD) ທີ່ມີພະລັງ ແລະ ມີຊື່ສຽງໂດ່ງດັງ, ເປັນລົດທີ່ຂາຍດີທີ່ສຸດໃນປະເທດລາວ. ມັນຫາກໍ່ເປີດຕົວກັບຮູບຊົງໃຫມ່ຂອງ Revo Prerunner ໃນປະຈຸບັນ, ເພາະມາພ້ອມກັບ ການອອກແບບພາຍນອກຮູບໂສມ Adventure ບໍ່ວ່າຈະເປັນ ກັນຊົນຫນ້າ, ຕາໄຟລົດດ້ານໜ້າ, ກະຈັງໜ້າ, ໄຟຕັດໝອກ, ລໍ້ດຳ, ໂລໂກ້ Hilux, ເບາະຫຼັງ ແລະ ອື່ນໆອີກ.

May be an image of 2 people, car and text
ບໍລິສັດໂຕໂຢຕ້າລາວມີຄວາມຍິນດີ ແລະ ພູມໃຈຫຼາຍທີ່ໄດ້ເປີດຕົວລົດລຸ້ນນີ້ໃຫ້ກັບຄອບຄົວ Revo Prerunner ຂອງພວກເຮົາ ດ້ວຍຮູບຊົງໃໝ່ທັງ ພາຍໃນ ແລະ ພາຍນອກ, ໄດ້ຍົກລະດັບຄວາມປອດໄພຂອງເພີ່ມຂຶ້ນອີກກັບ Toyota Safety Sense ເຊິ່ງເປັນລະບົບຄວາມປອດໄພຈາກໂຕໂຢຕ້າ, ເຊິ່ງເປັນເທັກໂນໂລຢີລ່າສຸດເພື່ອຄວາມປອດໄພຂອງຜູ້ຂັບຂີ່ ແລະ ຜູ້ໂດຍສານ.
ຜູ້ຂັບຂີ່ທຸກທ່ານຈະເພີດເພີນກັບການຂັບຂີ່ກັບລົດທີ່ມີຄວາມແຂງແກ່ນທົນທານ ແລະ ມີປະສິດທິພາບ, ເໝາະສົມກັບຂັບຂີ່ໃນເມືອງ ແລະ ນອກເມືອງ.

May be an image of 2 people and text that says 'BMT ADVENTURE VRPK PACKAGE HILLIX'
ໂຕໂຍຕ້າລາວ ຂໍເຊີນຊວນຄົນຮັກລົດ Revo ແລະ ລູກຄ້າທຸກທ່ານເຂົ້າມາເບິ່ງ ແລະ ສຳຜັດກັບ “Toyota Revo Prerunner Adventure” ທີ່ຫ້ອງວາງສະແດງຕົວແທນຈຳໜ່າຍຂອງພວກເຮົາ.
ສະເປັກລົດ TOYOTA Hilux Revo Prerunner Adventure
– Toyota Safety Sense (TSS)
– ລະບົບແຈ້ງເຕືອນກ່ອນການຕຳ (PSC)
– ການແຈ້ງເຕືອນອອກນອກເສັ້ນທາງ (LDA)
– ລະບົບຊ່ວຍຄວບຄຸມຄວາມໄວໃນການຂັບຂີ່(ACC)
– ລະບົບຊ່ວຍການອອກລົດໃນທາງຄ້ອຍຊັນ (HAC)
– Diff Lock
– ລະບົບປ້ອງກັນລໍ້ໝຸນຟຣີ
– ແອກ້ອງເບາະນັ່ງຄົນຂັບ ແລະ ຜູ້ໂດຍສານ
– ໄຟ ambient
– ຈັກ 2400 cc ເກຍ ໂອໂຕ້

May be an image of car and text
– ແຮງຈັກ 150 ແຮງມ້າ 3400 ຮອບໝຸນ ແລະ ແຮງບິດ: 400 ນິວຕັນແມັດ /1600-2000 rpm
– ໄຟໜ້າ: ໄຟແລ່ນຕອນກາງເວັນ LED
– ລໍ້ລົດ 265 / ຢາງ 60 R18 Alumi MLM
– ລະບົບເປີດປະຕູລົດອັດສະລິຍະ ປຸ່ມສະຕາດ
– ສຽງ 8 ນິ້ວ ລະບົບເຄື່ອງສຽງ ຮອງຮັບ Apple car play ແລະ Android auto
– ປັບແອໄດ້ສອງຈຸດ ຂ້າງຄົນຂັບ ແລະ ຜູ້ໂດຍສານທາງຂ້າງ
– ເບາະໜັງ
– ລະບົບຊ່ວຍຄວບຄຸມການຊົງໂຕໃນການເຂົ້າໂຄ້ງ (VSC)
– ລະບົບຄວບຄຸມການແກວ່ງຂອງສ່ວນພ່ວງທ້າຍ (TSC)
– ລະບົບຊ່ວຍເບກ ແລະ ປ້ອງກັນລໍ້ລ໋ອກ(ABS)
– ລະບົບຊ່ວຍເຕືອນຄະນະຖອຍລົດ
– ກ້ອງຫຼັງ
– ເຊັນເຊີ້ຖອຍລົດ ໜ້າ 2 ຈຸດ ຫຼັງ 4 ຈຸດ

No photo description available.
– ຖົງລົມນິລະໄພ SRS 7 ອັນ
– ລະບົບປ້ອງກັນການລັກລົດ: ຢຸດການເຄື່ອນທີ່ຂອງລົດ ແລະ ສົ່ງສັນຍານເຕືອນ
– ມີໃຫ້ເລືອກນຳກັນທັງໝົດ 8 ສີ
ໂຕໂຢຕ້າລາວລາວມີຄວາມຍິນດີທີ່ຈະເຊີນລູກຄ້າທຸກທ່ານໃຫ້ສຳຜັດກັບ Hilux Revo Prerunner Adventure ແລະ ທ່ານສາມາດເຂົ້າໄປຢ້ຽມຊົມໄດ້ໃນໂຊລູມຂອງໂຕໂຢຕ້າລາວທົ່ວປະເທດ ເພື່ອທີ່ຈະພົບກັບຄວາມເພີດເພີນກັບສິນຄ້າໃໝ່ຂອງພວກເຮົາ
➢ ສຳນັກງານໃຫຍ່ໂຕໂຢຕ້າລາວ: ຕຶກ ໂລໂຢສະແຄ, ຖະໜົນສາມແສນໄທ, ບ້ານໜອງດ້ວງເໜືອ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສ ປ ປ ລາວ ໂທ: 021 221080

???? ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ຕົວແທນຈໍາໜ່າຍສາຂາໃກ້ບ້ານທ່ານ
https://toyota.com.la/dealers/

???? ຂໍ້ມູນເພີ່ມຕື່ມໃນເວັບໄຊ້:
https://toyota.com.la

➢ ຕົວແທນຈຳໜ່າຍຢ່າງເປັນທາງການຈາກໂຕໂຢຕ້າລາວ
1. ບໍລິສັດ ໂຕໂຢຕ້າ ລາວທານີຈຳກັດ ​: ຖະໜົນ ກຳແພງເມືອງ, ບ້ານ ໂພນທັນເໜືອ, ນະຄອນຫຼວງວຽງຈັນ, ເມືອງໄຊເສດຖາ ໂທ 021 453 801
2. ບໍລິສັດໂຕໂຢຕ້າ ລາວທານີຈຳກັດ : ຖະໜົນ 23 ສິງຫາ, ບ້ານ ໂພນໄຊ, ນະຄອນຫຼວງວຽງຈັນ, ເມືອງໄຊເສດຖາ ໂທ 021 453 777
3. ບໍລິສັດລາວໂຕໂຢຕ້າ ບໍລິການຈຳກັດ: ຖະໜົນ ທົ່ງຂັນຄຳ, ບ້ານ ທົ່ງຂັນຄຳ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ໂທ 021 253 004
4. ບໍລິສັດລາວໂຕໂຢຕ້າ ບໍລິການຈຳກັດ : ຫຼັກ7 ຖະໜົນ ຫຼວງພະບາງ, ບ້ານ ນາແຮ, ນະຄອນຫຼວງວຽງຈັນ, ເມືອງ ສີໂຄດຕະບອງ ໂທ 021 253004
5. ບໍລິສັດ ໂຕໂຢຕ້າລາວສະຫວັນຈຳກັດ : ຖະໜົນ ເລກ9, ບ້ານໂພນສະຫວ່າງເໜືອ, ສະຫວັນນະເຂດ, ນະຄອນໄກສອນພົມວິຫານ ໂທ 041 260 882
6. ບໍລິສັດ ໂຕໂຢຕ້າ ຈຳປາ ຈຳກັດ: ບ້ານ ຮ່ອງຄະຍອມ, ແຂວງ ຈຳປາສັກ, ເມືອງ ປາກເຊ ໂທ 031 218 888
7. ບໍລິສັດ ໂຕໂຢຕ້າ ເມືອງຫຼວງ ຈຳກັດ: ບ້ານຜາໂຄມ, ແຂວງ ຫຼວງພະບາງ, ເມືອງ ຫຼວງພະບາງໂທ 071 214 111
8. ບໍລິສັດ ລາວໂຕໂຢຕ້າ ພາກໃຕ້ ຈຳກັດ: ຖະໜົນ ສາລາຂຽວ-ດົງຈອງ, ບ້ານ ພູມ່ວງ, ແຂວງ ຈຳປາສັກ, ເມືອງ ປາກເຊ ໂທ 031 251 400