ເສດຖະກິດເຢຍລະມັນ ເຂົ້າສູ່ພາວະຖົດຖອຍ

139

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເສດຖະກິດເຢຍລະມັນ ເຊິ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດຂອງສະຫະພາບເອີຣົບ ( ອີຢູ ) ເຂົ້າສູ່ພາວະຖົດຖອຍແລ້ວ, ຫຼັງຈາກຂໍ້ມູນບົ່ງຊີ້ວ່າໃນໄຕມາດທຳອິດຂອງປີນີ້ ເສດຖະກິດເຢຍລະມັນ ຫົດຕົວລົງ ເມື່ອທຽບກັບໄຕມາດສຸດທ້າຍຂອງປີ 2022.

ສຳນັກງານສະຖິຕິຂອງເຢຍລະມັນ ເປີດເຜີຍວ່າ: GDP ຂອງເຢຍລະມັນຫຼຸດລົງ 0,3% ໃນໄຕມາດທຳອິດຂອງປີ 2023 ເຊິ່ງເປັນການຫຼຸດລົງ 2 ໄຕມາດຕິດຕໍ່ກັນ, ຫຼັງຈາກທີ່ໄຕມາດສຸດທ້າຍຂອງປີຜ່ານມາ ຫຼຸດລົງ 0,5%.

ທັງນີ້, ເມື່ອມາເບິ່ງຄຳນິຍາມຂອງພາວະເສດຖະກິດຖົດຖອຍ ຈະເກີດຂຶ້ນຫຼັງຈາກທີ່ເສດຖະກິດຫົດຕົວ 2 ໄຕມາດຕິດຕໍ່ກັນ, ດັ່ງນັ້ນເມື່ອ ຈີດີພີ ຂອງເຢຍລະມັນຫົດຕົວໃນໄຕມາດທຳອິດຂອງປີນີ້ ແລະ ໄຕມາດສຸດທ້າຍຂອງປີຜ່ານມາ ສະແດງວ່າເສດຖະກິດເຢຍລະມັນ ເຂົ້າສູ່ພາວະຖົດຖອຍຢ່າງເປັນທາງການ.

ລາຍງານລະບຸວ່າ: ການບໍລິໂພກຂອງພາກຄົວເຮືອນຫຼຸດລົງ 1,2% ເມື່ອທຽບໄຕມາດຕໍ່ໄຕມາດ, ຂະນະທີ່ການໃຊ້ຈ່າຍຂອງລັດຖະບານກໍຫຼຸດລົງເຖິງ 4,9% ໃນໄຕມາດ 1 ຂອງປີນີ້.

ແນວໃດກໍຕາມ, ຍັງມີຂໍ້ມູນທີ່ຈະພໍມີຄວາມຫວັງ ເມື່ອການລົງທຶນເພີ່ມຂຶ້ນໃນໄຕມາດທຳອິດຂອງປີນີ້, ຫຼັງຈາກທີ່ການລົງທຶນອ່ອນແອລົງມາແຕ່ໄລຍະ 6 ເດືອນທ້າຍປີ 2022, ການລົງທຶນໃນຂະແໜງເຄື່ອງຈັກ ແລະ ອຸປະກອນເພີ່ມຂຶ້ນ 3,2% ແລະ ການລົງທຶນໃນຂະແໜງກໍ່ສ້າງເພີ່ມຂຶ້ນ 3,9%, ຂະນະທີ່ການສົ່ງອອກເພີ່ມຂຶ້ນ 0,4% ແລະ ການນຳເຂົ້າຫຼຸດລົງ 0,9%.

ຫຼັງຈາກທີ່ລາຍງານການຖົດຖອຍຂອງເສດຖະກິດເຢຍລະມັນ ຖືກເຜີຍແຜ່ອອກສູ່ສັງຄົມ, ຄ່າເງິນເອີໂຣອ່ອນຄ່າລົງທັນທີ 0,2% ຢູ່ລະດັບຕ່ຳສຸດໃນຮອບ 2 ເດືອນ ຢູ່ທີ່ 1,071 ໂດລາຕໍ່ເອີໂຣ.