ຈີນ ເປັນຜູ້ນຳໃນການຜະລິດເຫຼັກລາຍໃຫຍ່ທີ່ສຸດຂອງໂລກ

47

ເວັບໄຊສຳນັກຂ່າວ vneconomy.vn ລາຍງານວ່າ: ຂໍ້ມູນຈາກສະມາຄົມເຫຼັກໂລກ ( World Steel Association ) ໄດ້ເປີດເຜີຍ 10 ປະເທດຜູ້ຜະລິດເຫຼັກລາຍໃຫຍ່ທີ່ສຸດຂອງໂລກ ເຊິ່ງ ຈີນ ເປັນຜູ້ນໍາດ້ວຍການຜະລິດທີ່ມີສັດສ່ວນຫຼາຍກວ່າ 50% ຂອງຜົນຜະລິດເຫຼັກໃນໂລກ. ຂະນະທີ່ ຫວຽດນາມ ຢູ່ທີ່ 13 ດ້ວຍການຜະລິດເຫຼັກໃນປະລິມານ 20 ລ້ານໂຕນ ໃນປີ 2022 ຄິດເປັນ 1,1%.

ໃນປີ 2022 ການຜະລິດເຫຼັກໃນທົ່ວໂລກ ມີ 1.878 ລ້ານໂຕນ ເພີ່ມຂຶ້ນເລັກໜ້ອຍຈາກລະດັບ 1.875 ລ້ານໂຕນ ໃນປີ 2019 ( ໄລຍະກ່ອນໂຄວິດ – 19 ).

ຈີນ ເປັນຜູ້ນໍາຂອງໂລກໃນການຜະລິດເຫຼັກດ້ວຍປະລິມານ 1,01 ພັນລ້ານໂຕນ ຄິດເປັນ 53,9% ຂອງການຜະລິດທັງໝົດ ເຖິງແມ່ນວ່າຈະຍັງເປັນຜູ້ນໍາແຕ່ປີ 2023 ນີ້ ເປັນປີທີ່ການຜະລິດເຫຼັກຂອງຈີນ ຫຼຸດລົງເປັນປີທີ 2 ຕິດຕໍ່ກັນ.

ຕາມຫຼັງຈີນ ແມ່ນປະເທດ ອິນເດຍ ດ້ວຍການຜະລິດ 124,8 ລ້ານໂຕນ ຄິດເປັນ 6,6%; ຍີ່ປຸ່ນ 89,2 ລ້ານໂຕນ ( 4,8% ), ອາເມຣິກາ 80,5 ລ້ານໂຕນ ( 4,3% ) ແລະ ຣັດເຊຍ 71,5 ລ້ານໂຕນ ( 3,8% ).