ເມືອງຫຼາ ປະກາດໃຫ້3ບ້ານປອດຢາເສບຕິດ

80

ໃນວັນທີ 22 ພຶດສະພາທີ່ຜ່ານມາ ໄດ້ມີພິທີປະກາດໃຫ້ 3 ບ້ານໃນເມືອງຫຼາ ແຂວງອຸດົມໄຊ ເປັນບ້ານປອດຢາເສັບຕິດ ໂດຍການເຂົ້າຮ່ວມ ທ່ານ ສົມພາວັນ ສຸດຈະລິດ ຮອງເຈົ້າເມືອງຫຼາ, ມີບັນດາຄະນະພັກ, ຄະນະບັນຊາການປ້ອງກັນຄວາມສະຫງົບຈາກຂັ້ນແຂວງ, ຂັ້ນເມືອງ, ມີຄະນະກຳມະການສ້າງຄອບຄົວ ແລະ ບ້ານປອດຢາເສບຕິດຂັ້ນເມືອງ, ມີເລຂາພັກບ້ານ-ນາຍບ້ານ 3 ບ້ານ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມ.

No description available.

3 ບ້ານດັ່ງກ່າວເປັນບ້ານທີ່ຕັ້ງຢູ່ໃນເທດສະບານເມືອງຫຼາ ແຂວງອຸດົມໄຊ, ປະຊາຊົນສ່ວນໃຫຍ່ແມ່ນມີອາຊີບເຮັດໄຮ່ເຮັດນາ ເປັນຕົ້ນຕໍ, ປູກຝັງ-ລ້ຽງສັດ ແລະ ຄ້າຂາຍເປັນສຳຮອງ ໃນ 3 ບ້ານມີ 270 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 1.331 ຄົນ, ຍິງ 656 ຄົນ; ໃນນັ້ນ ອາຍຸ 15 ປີ ຂຶ້ນໄປ ມີ 940 ຄົນ, ຍິງ 459 ຄົນ.

No description available.
ຜ່ານມາ ຄະນະຮັບຜິດຊອບການສ້າງຄອບຄົວ ແລະ ບ້ານປອດຢາເສບຕິດກໍ່ໄດ້ນໍາພາຊຸກຍູ້ປະຊາຊົນໄດ້ມີຄວາມຕື່ນຕົວເຫັນແຈ້ງໃນການສ້າງຄອບຄົວ ແລະ ບ້ານປອດຢາເສບຕິດ, ເຊິ່ງສາມາດຕີລາຄາ, ປະເມີນການສ້າງຄົນ, ຄອບຄົວ ແລະ ບ້ານ ບັນລຸຕາມ 04 ມາດຖານເງື່ອນໄຂຂອງການສ້າງຄອບຄົວປອດຢາເສບຕິດໄດ້ດັ່ງນີ້:

No description available.

ຄອບຄົວທີ່ບໍ່ໄດ້ມີຄົນປູກ, ຜະລິດ ແລະ ປຸງແຕ່ງຢາເສບຕິດ ໃນຈຳນວນ 270 ຫຼັງຄາ, ມີ 342 ຄອບຄົວ ກວມ 100%; ຄອບຄົວເຮືອນທີ່ບໍ່ມີຜູ້ເສບຢາເສບຕິດ ຈຳນວນ 240 ຫຼັງຄາ, ມີ 310 ຄອບຄົວ ກວມ 90,64%; ຄອບຄົວທີ່ບໍ່ມີຜູ້ຄ້າຂາຍ ແລະ ຈຳໜາຍຢາເສບຕິດ ມີຈຳນວນ 268 ຫຼັງຄາ, 339 ຄອບຄົວ ກວມ 99,12%; ຄອບຄົວຄອບຄົວທີ່ບໍ່ມີຢາເສບຕິດໄວ້ໃນຄອບຄອງບໍ່ເປັນບ່ອນມົ້ວສຸມ ຫຼື ບໍລິການເສບຢາເສບຕິດ ໃນຈຳນວນ 250 ຫຼັງຄາ, 322 ຄອບຄົວ ກວມ 94,15%.

No description available.
ໂດຍ: ວາລະສານປ້ອງກັນຄວາມສະຫງົບ