IMF ຄາດເສດຖະກິດອາຊີຈະຂະຫຍາຍຕົວສູງກວ່າຂົງເຂດອື່ນ ເນື່ອງຈາກ ສປ ຈີນຊ່ວຍກະຕຸ້ນ

104

ອີງຕາມການລາຍງານຂອງກອງທຶນການເງິນສາກົນ (IMF) ຄາດວ່າເສດຖະກິດໃນຂົງເຂດອາຊີ ຈະຫຍາຍຕົວສູງກວ່າຂົງເຂດອື່ນ ເນື່ອງຈາກການເປີດປະເທດຂອງ ສປ ຈີນ ຈະຊ່ວຍກະຕຸ້ນເສດຖະກິດຂອງຂົງເຂດນີ້ ໂດຍສະເພາະປະເທດໃກ້ຄຽງ ລວມທັງ ສປປ ລາວເຮົານຳ.

No photo description available.

ໃນເດືອນ ເມສາ 2023 IMF ໄດ້ລາຍງານຄືນການຕີລາຄາເສດຖະກິດໂລກປີ 2023 ອາດຈະຂະຫຍາຍຕົວຊ້າກວ່າປີທີ່ຜ່ານມາຈາກ 3,4%ໃນປີ 2022 ມາເປັນ 2,8%ໃນປີ 2023. ໂດຍສະເພາະ ບັນດາປະເທດມະຫາອຳນາດຍັງຈະສືບຕໍ່ໄດ້ຮັບຜົນກະທົບຂອງການຕໍ່ສູ້ກັບໄພເງິນເຟີ້ ເຊັ່ນ: ປະເທດສະຫາລັດອາເມລິກາ ຈະຂະຫຍາຍຕົວພຽງ 1,6% ໃນປີ 2023 (2022 ຢູ່ໃນລະດັບ 2,1%), ປະເທດ ເຢຍລະມັນ – 0,1% (ປີ 2022 ແມ່ນ 1,8%), ຝລັ່ງ 0,7% (ປີ 2022 ແມ່ນ 2,6%) ແລະ ປະເທດ ອັງກິດ -0,3% (ປີ 2022 ແມ່ນ 4%).

May be an image of skyscraper

ໃນຂະນິທີ່ຂົງເຂດອື່ນໆໃນໂລກພວມພົບກັບສະພາບຖົດຖອຍທາງດ້ານເສດຖະກິດ, ບັນດາປະເທດໃນຂົງເຂດອາຊີ ພັດກຳລັງຢູ່ໃນໄລຍະຟື້ນຕົວ ໂດຍສະເພາະ ສປ ຈີນ ຄາດວ່າຈະຂະຫຍາຍຕົວໃນລະດັບ 5,2%(ປີ 2022 ແມ່ນ 3%), ຫວຽດນາມ, ໄທ ແລະ ມາເລເຊຍ ແມ່ນຄາດວ່າຈະດີຂຶ້ນ ເນື່ອງຈາກ ສປ ຈີນ ໄດ້ເປີດປະເທດ ຊຶ່ງຈະເພີ່ມອຸປະທານ (ຄວາມຕ້ອງການ) ໃນຕະຫຼາດສູງ, ສ້າງໃຫ້ການຊົມໃຊ້ເພີ່ມຂຶ້ນ ຄາດວ່າເສດຖະກິດຂະຫຍາຍຕົວ ໃນລະດັບ 5,7%, 3,4% ແລະ 4,5% ຕາມລຳດັບ.

May be an image of Victoria Peak and skyscraper
ສຳລັບ ສປປ ລາວ ໄລຍະ 3 ເດືອນຕົ້ນປີ 2023 ເຫັນວ່າເສດຖະກິດຢູ່ໃນທ່າຟື້ນຕົວຫຼາຍຂະແໜງການ, ສາມາດຕີລາຄາທ່າອ່ຽງເສດຖະກິດຂອງ ສປປ ລາວ ໝົດປີ 2023 ຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບ 4,5% ໃນນັ້ນ: ຂະແໜງກະສິກຳ: ຄາດວ່າຈະຂະຫຍາຍຕົວ 3.4%; ຂະແໜງອຸດສາຫະກຳ: ຄາດວ່າຈະຂະຫຍາຍຕົວໃນລະດັບ 4.9% ໂດຍສະເພາະອຸດສາຫະກຳປຸງແຕ່ງຄາດວ່າຈະຂະຫຍາຍຕົວປະມານ 6%; ຂະແໜງບໍລິການ: ຈະຂະຫຍາຍຕົວ 4.8% ໃນນັ້ນຂະແໜງການຂົນສົ່ງ ແລະ ສາງ, ການບໍລິການທີ່ພັກອາໄສ ແລະ ຮ້ານອາຫານ, ແລະ ຂາຍຍົກ-ຂາຍຍ່ອຍ ຈະເປັນຕົວຂັບເຄື່ອນ ໃນລະດັບ 17.8%, 17.2%, ແລະ 4.1% ຕາມລຳດັບ.

No photo description available.
ແຫລ່ງຂໍ້ມູນ:  ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ.
ສາມາດເບິ່ງລາຍລະອຽດໄດ້ທີ່ www.lsb.gov.la