ການປະຕິບັດງານ ທາງດ້ານການຕະຫຼາດ ແມ່ນອາໄສຄວາມສາມາດຂອງຜູ້ບໍລິການ ຫຼື ຜູ້ຈັດການດ້ານການຕະຫຼາດ ເພື່ອໃຫ້ແຕ່ລະຝ່າຍເຮັດວຽກບັນລຸເປົ້າໝາຍທີ່ກຳນົດໄວ້

63

ການປະຕິບັດທາງການຕະຫຼາດເປັນຂັ້ນຕອນທີ່ສອງໃນການບໍລິຫານການຕະຫຼາດມີກິດຈະກຳທີ່ສຳຄັນ 3 ປະການຄື: ການຈັດອົງກອນທາງການຕະຫຼາດ; ການຈັດບຸກຄະລາກອນເຂົ້າໃນການອົງນັ້ນ ແລະ ການປະຕິບັດການທາງການຕະຫຼາດ ເຊິ່ງມີລາຍລະອຽດຄື:

▶ການຈັດອົງກອນທາງການຕະຫຼາດ: ໝາຍເຖິງການກຳນົດພາລະໜ້າທີ່ ແລະ ໂຄງສ້າງທາງການຕະຫຼາດຂອງອົງກອນ ໂດຍຖືເກນການຕະຫຼາດເປັນວິທີການຈັດອົງກອນຕະຫຼາດທີ່ໃຊ້ກັນຢ່າງຫຼາຍ ຕຳແໜ່ງທີ່ສູງສຸດດ້ານການຕະຫຼາດຄື ປະທານດ້ານການຕະຫຼາດ, ຜູ້ຈັດການຝ່າຍການຂາຍ, ຜູ້ຈັດການຝ່າຍການກະຈາຍຕົວສິນຄ້າ, ຜູ້ຈັດການຝ່າຍກິດຈະກຳການຕະຫຼາດອື່ນໆ. ຜູ້ຈັດການແຕ່ລະຝ່າຍຈະຕ້ອງຄຸມງານຂອງຕົນເຊັ່ນ: ຜູ້ຈັດການຝ່າຍຂາຍຈະຄຸມງານແຕ່ລະໜ່ວຍງານການຂາຍພາກສະໜາມເປັນຕົ້ນ.

▶ການຈັດອົງກອນຕະຫຼາດຕາມພູມມີສາດ: ເປັນການກຳນົດພາລະໜ້າທີ່ ແລະ ໂຄງສ້າງຂອງອົງກອນການຕະຫຼາດຕາມອານາເຂດທາງພູມມີສາດ ຕຳແໜ່ງສູງສຸດຄື: ຜູ້ບໍລິຫານການຕະຫຼາດລະດັບສູງ ຈະຄວບຄຸມຜູ້ຈັດການຝ່າຍຕ່າງໆ ເຊິ່ງມີການແບ່ງອົງກອນການຕະຫຼາດຕາມໜ້າທີ່ກ່ອນ ໃນສ່ວນທີ່ເປັນຝ່າຍການຂາຍທົ່ວໄປ ຈະແຍກໜ້າທີ່ຄວາມຮັບຜິດຊອບຕາມເຂດພູມມີສາດ ຕົວຢ່າງ: ຜູ້ຈັດການພາກເໜືອ, ຜູ້ຈັດການພາກໃຕ້, ພາກກາງ ຜູ້ຈັດການແຕ່ລະພາກກໍຈະຄວບຄຸມເບິ່ງແຍງພະນັກງານຂາຍປະຈຳພາກຂອງຕົນ.


▶ການຈັດອົງກອນການຕະຫຼາດຕາມຜະລິດຕະພັນ ຫຼື ຍີ່ຫໍ້: ເປັນການກຳນົດພາລະໜ້າທີ່ ແລະ ໂຄງສ້າງຂອງອົງກອນການຕະຫຼາດໂດຍແຍກປະເພດຕາມລັກສະນະຜະລິດຕິພັນ ຫຼື ກາຍີ່ຫໍ້ ຖືວ່າມີການຈັດໂຄງສ້າງອົງກອນຕາມຜະລິດຕະພັນກໍ່ຄື: ຜູ້ຈັດການຝ່າຍຜະລິດຕະພັນ ກ ຂ ຄ ຢູ່ພາກໃຕ້ ຜູ້ຈັດການຝ່າຍຂາຍທົ່ວໄປ ຫຼື ແຍກເປັນຜູ້ຈັດການຝ່າຍຜະລິດຕະພັນຂຶ້ນກັບຜູ້ບໍລິຫານການຕະຫຼາດລະດັບສູງໄດ້, ທັງການຈັດອົງກອນການຕະຫຼາດຕາມປະເພດລູກຄ້າ, ເປັນການກຳນົດພາລະໜ້າທີ່ ແລະ ໂຄງສ້າງຂອງອົງກອນການຕະຫຼາດ ໂດຍແຍກຕາມກຸ່ມລູກຄ້າທີ່ແຕກຕ່າງກັນ ຕົວຢ່າງ: ຜູ້ຈັດການຝ່າຍຂາຍທົ່ວໄປສຳລັບລົດກະບະຈະແຍກຄວາມຮັບຜິດຊອບຕາມປະເພດລູກຄ້າເຊັ່ນ: ສຳລັບຜູ້ບໍລິໂພກ ຜູ້ຈັດການຂາຍສຳລັບກຸ່ມການກະເສດ, ຜູ້ຈັດການຂາຍສຳລັບກຸ່ມທຸລະກິດ, ຜູ້ຈັດການຂາຍສຳລັບກຸ່ມພະນັກງານ-ລັດຖະກອນເປັນຕົ້ນ.

▶ການຈັດໂຄງສ້າງການຕະຫຼາດໂດຍອາໄສຫຼັກເກນຫຼາຍວິທີຮ່ວມກັນ: ມັກຈະໃຊ້ໃນທຸລະກິດຂະໜາດກາງ ແລະ ໃຫຍ່, ໂຄງສ້າງຂອງອົງກອນການຕະຫຼາດທີ່ແຍກຕາມໜ້າທີ່ຮ່ວມກັບຜະລິດຕິພັນເປັນຕົ້ນ.
ການຈັດຫາບຸກຄະລາກອນເຂົ້າເຮັດວຽກ: ປະກອບດ້ວຍການສັນຫາ ແລະ ຄັດເລືອກບຸກຄົນເຂົ້າເຮັດວຽກໃນອົງກອນ ໃນຂະບວນການຄັນເລືອກບຸກຄະລາກອນເປັນສິ່ງສຳຄັນຫຼາຍ ໂດຍສະເພາະໜ່ວຍງານຂາຍເພາະໜ່ວຍງານນີ້ເປັນໜ່ວຍງານທີ່ສ້າງລາຍໄດ້ ແລະ ກຳໄລ ໂດຍເຫດນີ້ຈຶ່ງເປັນສິ່ງສຳຄັນທີ່ຈະຕ້ອງມີໂປແກຼມການຄັດເລືອກໜ່ວຍງານຂາຍທີ່ດີຄື:
1.ພະນັກງານທີ່ດີ ຍາກທີ່ຈະສັນຫາແລະ ເຮັດໃຫ້ເກີດຄວາມລຳບາກໃນການຄັດເລືອກ;
2.ການທີ່ໄດ້ພະນັກງານທີ່ບໍ່ມີຄຸນນະພາບເມື່ອເລື່ອນຕຳແໜ່ງເປັນຜູ້ຈັດການກໍຈະກາຍເປັນຜູ້ຈັດການທີ່ບໍ່ມີຄຸນນະພາບ;
3. ການຄັດເລືອກທີ່ດີຈະເຮັດໃຫ້ວຽກການບໍລິຫານງ່າຍຂຶ້ນ ພະນັກງານທີ່ໄດ້ຮັບຄັດເລືອກທີ່ດີ ຈະງ່າຍຕໍ່ການເຝິກອົບຮົມ;
4.ພະນັກງານຂາຍທີ່ໄດ້ຮັບການເຝິກອົບຮົມທີ່ດີຈະສາມາດເຮັດວຽກໃຫ້ບັນລຸວັດຖຸປະສົງໄດ້.
(ຈາກ: : elearning.
bu.ac.th)