ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ກົມພາສີ ກະຊວງການເງິນ ໄດ້ເຊັນສັນຍາຮ່ວມກັນໃນວັນທີ 16 ພຶດສະພາ 2023 ຜ່ານມາເພື່ອຄຸ້ມຄອງວຽກງານພາສີ ແລະ ການນຳເຂົ້າ-ສົ່ງອອກສິນຄ້າ.
ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ມີຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.
ບົດບັນທຶກຄວາມເຂົ້າໃຈສະບັບນີ້, ສ້າງຂຶ້ນເພື່ອກໍານົດຫລັກການ ແລະ ກົນໄກ ການຮ່ວມມື ລະຫວ່າງສອງຝ່າຍ ກໍຄື ການແລກປ່ຽນຂໍ້ມູນຂ່າວສານ ແລະ ຄໍາຄິດຄໍາເຫັນ ກ່ຽວກັບການຄຸ້ມຄອງວຽກງານພາສີ ແລະ ການນໍາເຂົ້າ-ສົ່ງອອກສິນຄ້າ ແນໃສ່ເພື່ອຍົກສູງປະສິດທິພາບ, ປະສິດທິຜົນ ແລະ ຄວາມໂປ່ງໄສໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ທີ່ຕິດພັນກັບວຽກງານພາສີ ແລະ ການຄ້າລະຫວ່າງປະເທດ.
ຂ່າວ-ພາບ: ກະຊວງການເງິນ