ເພື່ອເປັນຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ ແລະ ອົດສະຕາລີ ໃຫ້ປະກົດຜົນເປັນຈິງ. ໃນຕອນແລງຂອງວັນທີ 15 ພຶດສະພາ 2023 ທີ່ຜ່ານມາ, ໄດ້ມີພິທີລົງນາມ ຂໍ້ຕົກລົງເພີ່ມຕື່ມ ສຳລັບໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ. ຕາງໜ້າ ລັດຖະບານ ສປປລາວ ລົງນາມໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ອົດສະຕຣາລີ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ.
ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ຂະແໜງພະລັງງານ ເປັນຂະແໜງການໜຶ່ງທີ່ສຳຄັນ ທັງແມ່ນເປັນເປົ້າໝາຍຂອງ ລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ທີ່ຈະນຳໄປສູ່ ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບ ການເປັນປະເທດດ້ອຍພັດທະນາ ພ້ອມທັງຈະຊ່ວຍ ເຮັດໃຫ້ ສປປລາວ ບັນລຸໄດ້ເປົ້າໝາຍດ້ານດິນຟ້າອາກາດ ທີ່ໄດ້ວາງໄວ້. ທ່ານ ລັດຖະມົນຕີ ໄດ້ກ່າວຕື່ມອີກວ່າ “ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ແມ່ນມີຈຸດປະສົງ ເພື່ອຕອບສະໜອງຄວາມຕ້ອງການໃນດ້ານການພັດທະນາ ໂດຍສະເພາະ ການພັດທະນາພະລັງງານທົດແທນແບບຍືນຍົງ ຢູ່ໃນ ສປປ ລາວ. ໂຄງການດັ່ງກ່າວ ເປັນໂຄງການສ້າງຄວາມເຂັ້ມແຂງ ແລະ ເສີມສ້າງຄວາມເຂົ້າໃຈ ໃນດ້ານວຽກງານການວາງແຜນນະໂຍບາຍຂອງຂະແໜງພະລັງງານໃຫ້ດີຂື້ນ”
ທ່ານ ໂພລ ແຄລລີ ໄດ້ກ່າວວ່າ “ທັງສອງປະເທດ ສປປ ລາວ ແລະ ອົດສະຕຣາລີ ພວມຫັນປ່ຽນດ້ານພະລັງງານເພື່ອຊຸກຍູ້ການເຕີບໃຫ່ຍຂະຫຍາຍຕົວດ້ານເສດຖະກິດ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ. ຢູ່ອົດສະຕຣາລີ ແຕ່ນີ້ ຮອດປີ 2030 ພວກເຮົາພວມຫັນປ່ຽນຂະແໜງໄຟຟ້າ ໂດຍມີຄາດຫມາຍ ທີ່ຈະນຳໃຊ້ໄຟຟ້າຈາກພະລັງງານທົດແທນ ໃຫ້ໄດ້ ເປັນອັດຕາສ່ວນ 82 ສ່ວນຮ້ອຍ.
ພວກເຮົາມີປະສົບການຫຼາຍໃນດ້ານນີ້ ທີ່ສາມາດແບ່ງປັນບົດຮຽນ ແລະ ປະສົບການ ເປັນຕົ້ນແມ່ນ: ດ້ານການວາງແຜນພະລັງງານ ແລະ ເຕັກໂນໂລຊີ ທີ່ຊ່ວຍຫລຸດຜ່ອນການປ່ອຍອາຍພິດກາກບອນ ເພື່ອສະໜັບສະໜູນເປົ້າໝາຍດ້ານພະລັງງານທີ່ວາງໄວ້ຂອງ ສປປ ລາວ. ທ່ານ ໃຫ້ຮູ້ຕື່ມວ່າ: ການຊ່ວຍເຫຼືອຄັ້ງນີ້ ເປັນການຊ່ວຍເຫຼືອຜ່ານໂຄງການດ້ານພື້ນຖານໂຄງລ່າງ (P4I) ຂອງອົດສະຕຣາລີ, ຫນ່ວຍງານດັ່ງກ່າວ ຈະຈັດຕັ້ງປະຕິບັດ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ໂດຍການຮ່ວມມື ກັບກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປລາວ. ຄາດວ່າ ງົບປະມານໄລຍະເບື້ອງຕົ້ນ ຂອງໂຄງການນີ້ປະມານ 3 ລ້ານໂດລາອົດສະຕຣາລີ (ປະມານ 2 ລ້ານໂດລາ ສະຫະລັດ).
ຂອບໃຈຂ່າວຈາກ: ສູນຂ່າວພະລັງງານ ແລະ ບໍ່ແຮ່