ລວກຜັກກາດຮ່ອງເຕ້ ຫຼື ຜັກກາດກວາງຕຸ້ງ ລາດນໍ້າມັນຫອຍ

54

ຜັກກາດຮ່ອງເຕ້ ຫຼື ຜັກກາດກວາງຕຸ້ງ ນອກຈາກຄົນຈະນິຍົມນຳໄປແກງ, ຂົ້ວ, ລວກແລ້ວ ເມນູອື່ນກໍຖືກເອົາໄປນຳໃຊ້ໜ້ອຍ ແລະ ມື້ນີ້ເຮົາຈະແນະນຳອີກເມນູໜຶ່ງທີ່ຄ້າຍກັບຂົ້ວ ແຕ່ຈະບໍ່ແມ່ນຂົ້ວ ເຊິ່ງເປັນເມນູທີ່ຄົນຈີນນິຍົມເຮັດກິນ ແລະ ຈະພົບເຫັນໃນຮ້ານອາຫານຈີນ ນັ້ນກໍຄື: ລວກຜັກກາດຮ່ອງເຕ້ ຫຼື ຜັກກາດກວາງຕຸ້ງ ລາດນໍ້າມັນຫອຍ.

▶ວັດຖຸດິບ: ຜັກກາດຮ່ອງເຕ້ ( ລ້າງສະອາດແລ້ວຜ່າເຄິ່ງ ຫຼື ຜ່າ 4 ໄວ້ ), ຊັອດນໍ້າມັນຫອຍ, ຄະນໍ, ເກືອ, ແປ້ງນົວ, ຫົວຜັກທຽມ, ນໍ້າມັນພືດ.
▶ຂັ້ນຕອນເຮັດ: ຄ້າງໝໍ້ຕົ້ມນໍ້າສະອາດ ເພື່ອຈະລວກຜັກ ໂດຍຢິບເກືອລົງໄປເລັກໜ້ອຍ ເພື່ອໃຫ້ຜັກມີລົດຊາດ, ເມື່ອໝໍ້ຟົດແລ້ວໃຫ້ນຳຜັກທີ່ກຽມໄວ້ລົງລວກໃຫ້ສຸກດີ, ຈາກນັ້ນກໍນຳຂຶ້ນມາໃສ່ກະເຕາະໃຫ້ສະເດັດນໍ້າ ແລ້ວຈັດໃສ່ຈານໄວ້.

ຈາກນັ້ນກໍໃຫ້ທຸບຫົວຜັກທຽມໃຫ້ມຸ່ນ ແລ້ວຄ້າງໝໍ້ຂາງຂຶ້ນແລ້ວເທນໍ້າມັນພືດລົງໄປ ຈຽວກະທຽມໃຫ້ຫອມແລ້ວຕື່ມນໍ້າລົງໄປເລັກໜ້ອຍ ຕາມດ້ວຍຄະນໍ ແລະ ນໍ້າມັນຫອຍ ຊີມລົດຊາດຕາມໃຈມັກ ( ຖ້າບໍ່ກິນແປ້ງນົວໃສ່ແຕ່ຄະນໍກໍໄດ້ ) ຖ້າພໍດີແລ້ວໃຫ້ນຳໄປລາດລົງຜັກທີ່ຈັດໃສ່ຈານໄວ້ນັ້ນ ເທົ່ານີ້ກໍຖືວ່າສຳເລັດແລ້ວ.
[ ໂດຍ: ນົກແຕນແວນ ]