ຄວາມດັນເລືອດສູງມີຜົນເສຍຫຍັງແດ່ຕໍ່ສຸຂະພາບ?

37

ຄວາມດັນເລືອດສູງ ເປັນພາວະທີ່ກວດພົບວ່າມີຄວາມດັນເລືອດຢູ່ໃນລະດັບສູງຜິດປົກກະຕິຄື 140/90 ເຊິ່ງອາດຈະບໍ່ສະແດງອາການ ແຕ່ເປັນສາເຫດພາໃຫ້ເກີດພາວະແຊກຊ້ອນຕ່າງໆ ເຊັ່ນ: ພະຍາດຫົວໃຈ, ພະຍາດຫຼອດເລືອດສະໝອງ, ເສັ້ນເລືອດແດງໃຫຍ່, ໄຕວາຍ ເປັນຕົ້ນ. ຖ້າບໍ່ໄດ້ຮັບການປິ່ນປົວຢ່າງຖືກຕ້ອງ ແລະ ເໝາະສົມ ອາດຈະເຮັດໃຫ້ເຈັບປ່ວຍ ແລະ ເສຍຊີວິດ ໄດ້.
ຄວາມດັນເລືອດສູງລະດັບອ່ອນ ຫຼື ປານກາງ ມັກຈະບໍ່ມີອາການ ແຕ່ມີການທຳລາຍອະໄວຍະວະຕ່າງໆໄປເທື່ອລະໜ້ອຍຢ່າງຊ້າໆ ແຕ່ຖ້າຄວາມດັນເລືອດສູງຢ່າງຮຸນແຮງ ຄົນເຈັບອາດເກີດອາການເຫຼົ່ານີ້ໄດ້ ເຊັ່ນ: ເລືອດດັງອອກ, ຕາເບິ່ງບໍ່ເຫັນຂ້າງໜຶ່ງຊົ່ວຄາວ, ເມື່ອຍງ່າຍ, ເຈັບໜ້າເອິກ, ວິນຫົວ ເຈັບຫົວຕຸບໆ ເປັນຕົ້ນ. ຄວາມດັນເລືອດສູງມີຜົນຕໍ່ອະໄວຍະວະຂອງຮ່າງກາຍຄື:
1. ຫົວໃຈ: ຄວາມດັນເລືອດສູງ ຈະມີຜົນຕໍ່ຫົວໃຈ 2 ທາງ ຄື: ເຮັດໃຫ້ຫົວໃຈໃຫຍ່ ແລະ ເສັ້ນເລືອດຫົວໃຈໜາໂຕ ແລະ ແຂງໂຕຂຶ້ນ ເຮັດໃຫ້ເກີດການເຈັບໜ້າເອິກຈາກຫົວໃຈຂາດເລືອດ ເຮັດໃຫ້ມີອາການເມື່ອຍຫອບ ນອນພຽງບໍ່ໄດ້ ຫຼື ຫົວໃຈເຕັ້ນຜິດປົກກະຕິ ເຮັດໃຫ້ມີອາການໃຈສັ່ນ.

2. ສະໝອງ: ຄວາມດັນເລືອດສູງ ເປັນສາເຫດຂອງ ອຳມະພຶກ – ອຳມະພາດ ເຊິ່ງມັກຈະເກີດຈາກເສັ້ນເລືອດນ້ອຍໆອັດຕັນ ໂດຍຕະກອນເລືອດ ເຊິ່ງມັກພົບ ຫຼື ເກີດຈາກເສັ້ນເລືອດໃນສະໝອງແຕກ ເຮັດໃຫ້ເລືອດອອກໃນສະໝອງ.
3. ໄຂ່ຫຼັງ: ເປັນອະໄວຍະວະທີ່ມີເສັ້ນເລືອດຫຼາຍທີ່ສຸດ ໃນຮ່າງກາຍ ເຮັດໜ້າທີ່ຕອງສິ່ງບໍ່ດີອອກຈາກເລືອດ ຄວາມດັນເລືອດສູງກໍມີຜົນຕໍ່ເສັ້ນເລືອດຢູ່ໄຂ່ຫຼັງ ເຮັດໃຫ້ໄຂ່ຫຼັງເຮັດວຽກໜັກ ເປັນສາເຫດໜຶ່ງຂອງພາວະໄຂ່ຫຼັງເສື່ອມຊໍ້າເຮື້ອຈົນເຖິງຂັ້ນໄຂ່ຫຼັງຊຸດໂຊມ ຄົນເຈັບຍ່ຽວດຸຕອນກາງຄືນ, ຂາບວມ, ອ່ອນເພຍ, ບໍ່ຄ່ອຍມີແຮງຈາກພາວະໂຕຊີດ ເຊິ່ງມັກພົບໃນຄົນເຈັບໄຂ່ຫຼັງຊຸດໂຊມຊໍ້າເຮື້ອ ແລະ ປວດຮາກ ຊຶມລົງໃນຄົນເຈັບໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ.

4. ຕາ: ຄວາມດັນເລືອດສູງຈະມີຜົນຕໍ່ຫຼອດເລືອດຢູ່ຕາ ເຊັ່ນ: ເລືອດອອກທີ່ຈໍຕາ ເສັ້ນເລືອດຝອຍຢູ່ຈໍຕາອັດຕັນ ຫຼື ເຮັດໃຫ້ຈໍຕາຫຼຸດຫຼອກອອກໄດ້ ເຊິ່ງມັກພົບຮ່ວມກັບຄວາມດັນເລືອດສູງ ຈະເຮັດໃຫ້ເກີດຜົນແຊກຊ້ອນທາງຕາໄດ້ໄວ.
5. ເສັ້ນເລືອດ: ຄວາມດັນເລືອດສູງ ຈະເຮັດໃຫ້ເກີດການປ່ຽນແປງຂອງເສັ້ນເລືອດທົ່ວຮ່າງກາຍ ເຮັດໃຫ້ເສັ້ນເລືອດຕີບ ຫຼື ໂພງ ມີຜົນເຮັດໃຫ້ເລືອດລ້ຽງບໍລິເວນແຂນ – ຂາ ແລະ ອະໄວຍະວະພາຍໃນຫຼຸດລົງ ຄົນເຈັບຍ່າງບໍ່ໄດ້ໄກ ເພາະປວດຂາຈາກການຂາດເລືອດ ຕ້ອງນັ່ງພັກຈຶ່ງຈະເຊົາ ແລະ ຈຶ່ງຈະຍ່າງຕໍ່ໄດ້.
ເພື່ອຫຼີກລ່ຽງພະຍາດນີ້ເຮົາຄວນປັບປ່ຽນພຶດຕິກໍາບາງຢ່າງ ຄື: ປັບປ່ຽນພຶດຕິກໍາການດໍາລົງຊີວິດປະຈໍາວັນ: ຄວບຄຸມນໍ້າໜັກຮ່າງກາຍໃຫ້ພໍດີ, ອອກກໍາລັງກາຍໃຫ້ເໝາະສົມ ຊ່ວຍໃຫ້ຫົວໃຈ ແລະ ປອດເຮັດວຽກດີຂຶ້ນ, ເລືອດໝູນວຽນໄດ້ດີ, ຫຼຸດອາຫານເຄັມ, ຫຼີກລ່ຽງ ຄວາມຕຶງຄຽດ ເຮັດໃຈໃຫ້ສະບາຍ, ງົດສູບຢາ, ງົດເຄື່ອງດື່ມແອວກໍຮໍ, ນອນຫຼັບໃຫ້ພຽງພໍ.
[ ອ້າງອີງຈາກ: ໂຮງໝໍກ້ວຍນໍ້າໄທ ]