ຈີນ ມີບໍລິສັດບໍລິການຂົນສົ່ງຜ່ານແອັບພລິເຄເຊິນ ເພີ່ມຂຶ້ນເປັນ 309 ແຫ່ງ

34

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ກະຊວງຄົມມະນາຄົມຂອງຈີນ ໄດ້ເປີດເຜີຍຂໍ້ມູນວ່າ ມາຮອດທ້າຍເດືອນເມສາຜ່ານມາ ຈີນ ມີຈໍານວນບໍລິສັດເອີ້ນລົດອອນລາຍ ( ບໍລິການຂົນສົ່ງຜ່ານແອັບພລິເຄເຊິນ ) ເພີ່ມຂຶ້ນ ເປັນ 309 ແຫ່ງ.

ກະຊວງຄົມມະນາຄົມຂອງຈີນ ລະບຸວ່າ: ລັດຖະບານໄດ້ອອກໃບຮັບຮອງຍານພາຫະນະ ຈໍານວນ 2,3 ລ້ານໃບ ເພີ່ມຂຶ້ນ 22% ແລະ ໃບອະນຸຍາດການຂັບຂີ່ ສໍາລັບບໍລິການເອີ້ນລົດ 5,4 ລ້ານໃບ ເພີ່ມຂຶ້ນ 3,4% ເມື່ອທຽບເປັນລາຍເດືອນ ແລະ ຈໍານວນການເດີນທາງຜ່ານບໍລິການແອັບດັ່ງກ່າວນີ້ 706 ລ້ານຄັ້ງໃນເດືອນເມສາຜ່ານມາ.

ຂະນະທີ່ສຳນັກຂ່າວຊິນຫົວ ໄດ້ລາຍງານວ່າ: ນະຄອນຫາງໂຈ ເມືອງເອກຂອງມົນທົນເຈີ້ຈຽງ ທາງຕາເວັນອອກ ເປັນເມືອງອັນດັບໜຶ່ງໃນຈີນ ທີ່ມີລາຍງານອັດຕາການໃຫ້ບໍລິການຕາມຄໍາສັ່ງເອີ້ນໃຊ້ບໍລິການອອນລາຍຫຼາຍທີ່ສຸດ.

ທັງນີ້, ປະລິມານການເດີນທາງດ້ວຍບໍລິການເອີ້ນລົດອອນລາຍ ໄດ້ຄອງສັດສ່ວນ 40,45% ຂອງການເດີນທາງດ້ວຍລົດແທັກຊີ ທັງໝົດໃນຈີນ.