ເສັ້ນທາງສູ່ຮອບຊີງບານເຕະຊາຍຊີເກມ 2023 ຂອງ ທີມຊາດ ອິນໂດເນເຊຍ ກັບ ໄທ

143

ການແຂ່ງຂັນບານເຕະຊາຍໃນຊີເກມ 2023 ທີ່ປະເທດກໍາປູເຈຍ ໄດ້ມາເປັນທີ່ຮຽບຮ້ອຍຄູ່ງຊີງຊະນະເລີດ ໂດຍຈະແຂ່ງຂັນໃນວັນທີ 16 ພຶດສະພາ 2023 ລະຫວ່າງ ທີມຊາດອິນໂດເນເຊຍ ພົບກັບ ທີມຊາດໄທ ເວລາ 19:30 ໂມງ ທີ່ສະໜາມ ໂອແລມປິກ ສະເຕດ້ຽມ ປະເທດກໍາປູເຈຍ.

ແນ່ນອນການຜ່ານເຂົ້າສູ່ຮອບຊີງຊະນະເລີດບໍ່ແມ່ນເລື່ອງງ່າຍ ໂດຍສະເພາະ ທີມຊາດອິນໂດເນເຊຍ ຜ່ານເຂົ້າຮອບຊີງຊະນະເລີດດ້ວຍການບຽດເອົາຊະນະ ຫວຽດນາມ ໄປຫວຸຸດຫວິດ 3-2 ໃນຮອບ 4 ທີມສຸດທ້າຍ ແລະ ຜົນງານກ່ອນໜ້ານັ້ນຂອງ ອິນໂດເນເຊຍ ຖືວ່າໂດດເດັ່ນຊະນະລວດ 4 ນັດໃນຮອບແບ່ງກຸ່ມ ແລະ ເສຍພຽງ 1 ປະຕູໄດ້ແກ່ ຊະນະ ຟິລິບປິນ 3-0, ຊະນະ ມຽນມາ 5-0, ຊະນະ ຕີມໍ ເລສເຕ 3-0 ແລະ ຊະນະ ກໍາປູເຈຍ 2-1.

ສ່ວນ ທີມຊາດໄທ ຜ່ານເຂົ້າຮອບຊີງໄດ້ແບບບໍ່ຍາກປານໃດເອົາຊະນະ ມຽນມາ ໄປສະບາຍໆ 3-0 ໃນຮອບ 4 ທີມສຸດທ້າຍ ແລະ ຜົນງານໃນຮອບແບ່ງກຸ່ມກໍໂດດເດັ່ນຊະນະ ສິງກະໂປ 3-1, ຊະນະ ມາເລເຊຍ 2-0, ຊະນະ ລາວ 4-1 ແລະ ສະເໝີ ຫວຽດນາມ 1-1.

ສໍາລັບ ທີມຊາດອິນໂດເນເຊຍ ກັບ ທີມຊາດໄທ ເຄີຍພົບກັນໃນຮອບ 4 ທີມສຸດທ້າຍ ໃນບານເຕະຊີເກມ ທີ່ຜ່ານໃນປີ 2021 ທີ່ເລື່ອນມາແຂ່ງຂັນໃນປີ 2022 ປາກົດວ່າ: ທີມຊາດໄທ ບຽດເອົາຊະນະ ອິນໂດເນເຊຍ 1-0 ໃນການຕໍ່ເວລາພິເສດ ຜ່ານເຂົ້າຮອບຊີງເອົາຊະນະ ຫວຽດນາມ 1-0 ຄວ້າຫຼຽນຄໍາໄປຄອງ, ສ່ວນ ອິນໂດເນເຊຍ ໄປຊີງຫຼຽນທອງບຽດເອົາຊະນະ ມາເລເຊຍ 4-3 ໃນການດວນຈຸດໂທດຫຼັງສະເໝີກັນ 1-1 ຕ້ອງມາເບິ່ງວ່າປີນີ້ ອິນໂດນເຊຍ ຈະສາມາດລ້າງຕາທີມຊາດໄທ ໄດ້ ຫຼື ບໍ?.
ຕາຕະລາງແຂ່ງຂັນວັນສຸດທ້າຍຂອງກີລາບານເຕະຊາຍ ໃນຊີເກມ 2023 ໃນວັນທີ 16 ພຶດສະພາ 2023 ມີດັ່ງນີ້:
-ເວລາ 16:00 ໂມງ ນັດຊີງຫຼຽນທອງ ທີມຊາດຫວຽດນາມ ພົບ ທີມຊາດມຽນມາ
-ເວລາ 19:30 ໂມງ ນັດຊີງຫຼຽນຄໍາ ທີມຊາດອິນໂດນເຊຍ ພົບ ທີມຊາດໄທ
ໂດຍ: Larh Creators