ຫຼາຍບ້ານໃນນະຄອນ ຫຼວງພະບາງ ພວມດຳເນີນການສ້າງເສັ້ນທາງເບຕົງ

54

ເພື່ອເຮັດໃຫ້ການສັນຈອນໃນແຕ່ລະບ້ານ ພາຍໃນນະຄອນຫຼວງພະບາງ ມີຄວາມສະດວກ ຮັບປະກັນໃຫ້ບັນລຸຄາດໝາຍ ທີ່ອົງການປົກຄອງຕັ້ງໄວ້ຄື ຮອດປີ 2025 ໃນເທດສະບານນະຄອນ ຫຼວງພະບາງ ຕ້ອງມີເສັ້ນທາງເຂົ້າຫາບ້ານທີ່ມີຄວາມສະດວກ ກວມ 80% ຂື້ນໄປ.

May be an image of 2 people

ອົງການປົກຄອງບ້ານພາຍໃນນະຄອນ ໄດ້ປຸກລະດົມການມີສ່ວນຮ່ວມຂອງຫຼາຍພາກສ່ວນ ເພື່ອສ້າງເສັ້ນທາງເບຕົງເຂົ້າຫາບ້ານ ເພື່ອໃຫ້ມີຄວາມສະດວກໃນການສັນຈອນ.

May be an image of 1 person and text

ທ່ານ ຄຳຫວັນ ແກ້ວວິລາວົງ ປະທານບໍລິສັດເຄວີຄອນກີດ ຕັ້ງຢູ່ບ້ານນູນສະຫວາດນະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ບໍລິສັດເຄວີຄອນກີດ ໄດ້ຮັບເໝົາກໍ່ສ້າງເສັ້ນທາງເບຕົງເຂົ້າຫາບ້ານ ພາຍໃນນະຄອນຫຼວງພະບາງສຳເລັດມາແລ້ວ ຫຼາຍເສັ້ນ ແລະພວມສືບຕໍ່ໃນການດຳເນີນການກໍ່ສ້າງຕື່ມບາງເສັ້ນ ຕາມແຜນການຂອງຫ້ອງການໂຍທານະຄອນ ຫຼວງພະບາງ ສ່ວນໃຫຍ່ແມ່ນການມີສ່ວນຮ່ວມລະຫວ່າງບ້ານ, ບໍລິສັດ ແລະອົງການປົກຄອງນະຄອນ ຫຼວງພະບາງ ມີບາງເສັ້ນ ແມ່ນບໍລິສັດໄດ້ດຳເນີນການລົງມືກ່ອນ ຍ້ອນຄວາມຕ້ອງການຂອງປະຊາຊົນ.

May be an image of 3 people
ສຳລັບເສັ້ນທາງທີ່ຫາກໍ່ສ້າງສຳເລັດ ແມ່ນເສັ້ນທາງເຂົ້າຫາບ້ານຜານົມມີຄວາມຍາວ 200 ກວ່າແມັດ ກວ້າງ 7 ແມັດ ແລະເສັ້ນທາງເຂົ້າຫາບ້ານໂພນສະອາດ ແລະບ້ານຊຽງເຫຼັກ ມີຄວາມຍາວ 75 ແມັດ ກວ້າງ 8 ແມັດ, ພາຍຫຼັງສໍາເລັດການກໍ່ສ້າງ ຄະນະກຳມະການຄຸ້ມຄອງການລົງທືນຂັ້ນນະຄອນ ນໍາໂດຍ ທ່ານ ສະເຫວີຍ ສີລາວັນ ຮອງເຈົ້ານະຄອນຫຼວງພະບາງ ແລະທ່ານ ຈັນສະຫວັດ ບຸນຍົງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງນະຄອນ ໄດ້ລົງກວດກາການກໍ່ສ້າງຕົວຈີງ ໃນວັນທີ່ 11 ພືດສະພາຜ່ານມາ ພາຍຫຼັງກວດກາສຳເລັດຕາມເຕັກນິກ ຈະມີການເປີດການສັນຈອນເປັນປົກກະຕິ.

May be an image of 13 people

ຂ່າວ: ອາພຸດເດດ ບຸບຜາ