ຢູ 10 W.I.G ຊະນະໃຈກອງເຊຍ ເຖິງຈະຕົກຮອບສາມາດສູ້ກັບ MBF ແຊັມຊົນແຊັມ ສຸດມັນ

249

W.I.G NAGA ສະໂມສອນບານເຕະເຍົາວະຊົນລາວ ໃນຮຸ່ນອາຍຸບໍ່ເກີນ 10 ປີສາມາດເອົາຊະນະໃຈກອງເຊຍ ເຖິງວ່າຈະຕົກຮອບໄປ ໂດຍສະເພາະນັດສຸດທ້າຍຮອບແບ່ງກຸ່ມສາມາດສູ້ກັບ MBF ອໍາພາວາ ທີມຊຸດແຊັມລາຍການ 108 ລາຍການແຊັມຊົນແຊັມ 2022 ທັງເປັນຕົວເຕັງແຊ້ມໄດ້ຢ່າງໂດດເດັ່ນ ກ່ອນຈະເສຍໄປ ໃນລາຍການ PAN CCFA FOOTBALL YOUTH CUP 2023 ລະຫວ່າງວັນທີ 11-13 ພຶດສະພາ 2023 ທີ່ສະໜາມ ເອັສເອັສ ອາຣີນາ ແຂວງບູຣີຣໍາ ປະເທດໄທ.

ສໍາລັບ W.I.G NAGA U10 ແມ່ນໃຊ້ນັກເຕະຢູ 8-9 ເລື່ອນຂຶ້ນມາຫຼິ້ນຊຸດນີ້ເປັນສ່ວນໃຫຍ່ ແລະ ຍັງຂາດ 2 ຕົວຫຼັກເນື່ອງຈາກຄາສອບເສັງບໍ່ສາມາດມາຊ່ວຍທີມໄດ້ ໂດຍລາຍການນີ້ ຢູ 10 W.I.G ຖືກຈັດຢູ່ໃນກຸ່ມ F ຮ່ວມກັບ MBF ອຳພາວາ ແຊັມຢູ 10 ລາຍການແຊ້ມຊົນແຊ້ມທີ່ຊຽງຣາຍ ປີ 2022, ລຳປາຍມາສ ອາຄາເດມີ້ ແລະ ເດວິດ ເລີບາສ.

ຜ່ານການແຂ່ງຂັນປາກົດວ່າ: ນັດທໍາອິດເສຍ ຢູ 10 W.I.G NAGA ພາດທ່າເສຍໃຫ້ກັບ ເດວິດ ເລີບາສ ທີມຈາກໄທ 0-1 ທັງທີ່ມີໂອກາດຍິງຫຼາຍກວ່າ ແຕ່ຈົບບໍ່ລົງ, ສ່ວນນັດທີ 2 ຄືນຟອມ ເອົາຊະນະ ລຳປາຍມາສ ອາຄາເດມີ້ ໄປຂາດລອຍ 4-1 ກ່ອນທີ່ນັດສຸດທ້າຍຮອບແບ່ງກຸ່ມຈະໄປຕັດສິນເຂົ້າຮອບກັບ MBF ອຳພາວາ ເຊິ່ງການແຂ່ງຂັນດໍາເນີນໄປຢ່າງດຸເດືອດ ທາມກາງສຽງເຊຍຈາກແຟນບານກາງສະໜາມ ກ່ອນທີ່ໄລຍະທ້າຍເກມ MBF ອຳພາວາ ຈະມາໄດ້ປະຕູໄຊບຽດເອົາຊະນະ ຢູ 10 W.I.G NAGA ໄປຫວຸດຫວິດ 1-0.

ຈາກຜົນດັ່ງກ່າວ ເຮັດໃຫ້ ຢູ 10 W.I.G NAGA ມີ 3 ຄະແນນບໍ່ພຽງພໍຕໍ່ການເຂົ້າຮອບ ເນື່ອງຈາກ MBF ອຳພາວາ ຊະນະ 3 ນັດລວດມີ 9 ຄະແນນ ແລະ ເດວິດ ເລີບາສ ມີ 6 ຄະແນນ ຜ່ານເຂົ້າຮອບໃນຖານະອັນດັບ 1 ແລະ 2 ຂອງສາຍ, ສ່ວນ ລຳປາຍມາສ ອາຄາເດມີ້ ຕົກຮອບໄປເຊັ່ນດຽວກັນ, ສ່ວນຮອບ 16 ທີມຈະໄປແຂ່ງຂັນກັນຕໍ່ໃນວັນທີ 12 ພຶດສະພາ 2023.

ຫຼັງຈົບການແຂ່ງຂັນ ໂຄຊ ເອກ ໜຶ່ງໃນຄູຝຶກຂອງ W.I.G NAGA ຊຸດນີ້ໃຫ້ສໍາພາດວ່າ: ຊົມເຊີຍນັກເຕະເຍົາວະຊົນ W.I.G NAGA ຢູ 10 ທີ່ຊະນະໃນກອງເຊຍ ແລະ ຄູຝຶກເອງ ເນື່ອງຈາກໃຊ້ນັກເຕະອາຍຸ 8-9 ຍັງບໍ່ພໍນັກເຕະຕົວຫຼັກ 2-3 ແມ່ນຄາສອບເສັງບໍ່ສາມາດເດີນທາງມາແຂ່ງຂັນໄດ້ ລວມທັງຍັງພົບກັບ ທີມແຊ້ມລາຍການໃຫຍ່ປີ 2022 ກໍຄືລາຍການ ແຊ້ມຊົນແຊັມ ທີ່ຜ່ານມາ, ແຕ່ກໍສາມາດສູ້ໄດ້ຢ່າງໂດດເດັ່ນ ກ່ອນຈະເສຍໄປຫວຸດຫວິດ. ຢ່າງໃດກໍຕາມ ຂໍໃຫ້ນ້ອງສືບຕໍ່ພັດທະນາຕົວເອງຕໍ່ໄປ.

ຜົນງານກ່ອນໜ້ານີ້ຂອງ W.I.G NAGA ໃນປີ 2023 ເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023 ຜ່ານການແຂ່ງຂັນສາມາດປະຫວັດສາດເຂົ້າຮ່ວມ 4 ຮຸ່ນສາມາດເຂົ້າຮອບຊີງໄດ້ທັງ 4 ຮຸ່ນ ກ່ອນທີ່ຈະຍາດໄດ້ 2 ແຊັມຈາກ ຢູ 9 ແລະ 10 ປີ, ສ່ວນ ຢູ 11 ກັບ ຢູ 12 ແມ່ນມີນັກເຕະເຈັບຫຼາຍ ຈົນຕ້ອງໄດ້ເອົານັກເຕະຈາກຢູ 9 ກັບ 10 ປີຂຶ້ນມາເຕະຊ່ວຍ ກ່ອນເສຍໄປໃນຮອບຊີງຊະນະເລີດໄດ້ອັນດັບ 2 ທັງສອງຮຸ່ນ.
ຂ່າວ-ຮູບ: Larh Creators