ປີ້ງໄກ່ເຊໂນ ເລີ່ມບໍໄຫວເລື່ອງຄ່າເຊົ່າແພງສະເໜີລັດຊ່ວຍແກ້

166

ຂ່າວຈາກວິທະຍຸກະຈາຍສຽງແຂວງສະຫວັນນະເຂດລາຍງານວ່າ ໃນໂອກາດທີ່ ທ່ານ ວັນແສງ ແກ້ວບຸນພັນ ຫົວໜ້າ ພະແນກອຸດສາຫະກໍາ-ການຄ້າແຂວງ ລົງພົບປະກັບສະມາຄົມ ປີ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໃນວັນທີ 9 ພຶດສະພາ 2023 ນີ້, ສະມາຄົມດັ່ງກ່າວ ໄດ້ສະເໜີໃຫ້ພະແນກອຸດສາຫະກໍາ-ການຄ້າແຂວງ(ອຄ) ໃຫ້ການຊ່ວຍເຫລືອ ເພື່ອແກ້ໄຂບັນຫາ ກ່ຽວກັບຄ່າເຊົ່າສະຖານທີ່ຂາຍປີ້ງໄກ່ປະຈຸບັນແພງເກີນໄປ ໂດຍລວມຈະຢູ່ປະມານ 3-5 ລ້ານກີບຕໍ່ຫ້ອງຕໍ່ເດືອນ ບໍ່ລວມຄ່ານໍ້າ, ຄ່າໄຟຟ້າ ເຊິ່ງເຫັນວ່າແພງເກີນ.

May be an image of 2 people

ທ່ານ ບຸນທະວີ ສີສຸມັງ ຮອງຫົວໜ້າຫ້ອງການ ອຸດສາຫະກໍາ-ການຄ້າ ເມືອງອຸທຸມພອນ ໄດ້ລາຍງານວ່າ: ພາຍຫລັງທີ່ກຸ່ມ ຫລື ສະມາຄົມຜູ້ຜະລິດປີ້ງໄກ່ລາດເຊໂນ ໄດ້ຮັບອະນຸຍາດ ໃຫ້ນໍາໃຊ້ກາໝາຍໂອດັອບຢ່າງເປັນທາງການແລ້ວ, ເຫັນວ່າປີ້ງໄກ່ໄດ້ຮັບຄວາມນິຍົມ ເປັນທີ່ຕ້ອງການຂອງສັງຄົມພາຍໃນ ແລະ ນັກທ່ອງທ່ຽວພາຍນອກຫລາຍຂຶ້ນ. ປັດຈຸບັນ ສະມາຄົມດັ່ງກ່າວ ມີສະມາຊິກທັງໝົດ 52 ຮ້ານ, ມີຍອດຂາຍແຕ່ລະວັນປະມານ 1.200-1.500 ໂຕ.

May be an image of 4 people
ໂອກາດນີ້, ທ່ານ ວັນແສງ ແກ້ວບຸນພັນ ກໍໄດ້ຮັບເອົາຄໍາສະເໜີຂອງສະມາຄົມດັ່ງກ່າວ ເພື່ອໄປສະເໜີຕໍ່ຂັ້ນເທິງ ພິຈາລະນາແກ້ໄຂຕາມສະພາບຄວາມເປັນຈິງ. ຄຽງຄູ່ກັນນີ້, ທ່ານຍັງເນັ້ນໃຫ້ບັນດາແມ່ຄ້າ ຫລື ຮ້ານປີ້ງໄກ່ລາດແຕ່ລະຮ້ານ ທີ່ໄດ້ເຄື່ອງໝາຍໂອດັອບ ແລະ ຍັງບໍ່ທັນໄດ້ໂອດັອບ ຕ້ອງໄດ້ມີການພັດທະນາການຫຸ້ມຫໍ່, ຮັກສາສຸຂະອະນາໄມ ແລະ ເພີ່ມຄວາມດຶງດູດຜູ້ບໍລິໂພກ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ, ຮັກສາເອກະລັກປີ້ງໄກ່ລາດເຊໂນ ໃຫ້ຍືນຍົງ ເພາະວ່າປີ້ງໄກ່ລາດເຊໂນ ແມ່ນມີຊື່ສຽງ ແລະ ເປັນທີ່ຮູ້ຈັກຂອງຄົນທົ່ວປະເທດ.

May be an image of 9 people
ຂ່າວ: ບຸນຊູ ພົມມະເທບ