ພົບຜູ້ບໍລິການແລກປ່ຽນເງິນຕາຜິດກົດໝາຍ ແລະ ໄດ້ໃສ່ມາດຕະການທັນທີ !

420

ພາຍຫຼັງ ທຫລ ອອກ ແຈ້ງການຢຸດຕິການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ, ໃນລະຫວ່າງເດືອນ ເມສາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ປະສານສົມທົບ ເຈົ້າໜ້າທີ່ຕຳຫຼວດເສດຖະກິດ ລົງຕິດຕາມກວດກາ ການເຄື່ອນໄຫວແລກປ່ຽນເງິນຕາຜິດກົດໝາຍ, ຊື່ງສາມາດລົງກວດກາຄືນຈຳນວນ 67 ເປົ້າໝາຍແບບກັບທີ່ ຢູ່ນະຄອນຫຼວງວຽງຈັນ ຈຳນວນ 30 ຮ້ານ ແລະ ຢູ່ທ້ອງຖິ່ນ ຈໍານວນ 37 ເປົ້າໝາຍ.

May be an image of 3 people and text
ຜ່ານການລົງກວດກາ ສ່ວນໃຫຍ່ແມ່ນໄດ້ຢຸດຕິການເຄື່ອນໄຫວແລກປ່ຽນເງິນຕາ, ແຕ່ຍັງມີຈໍານວນໜຶ່ງທີ່ຍັງເຄື່ອນໄຫວແລກ ປ່ຽນເງິນຕາແບບຜິດກົດໝາຍ ເປັນຕົ້ນ ມີການເປີດໃຫ້ບໍລິການແລກປ່ຽນເງິນຕາແບບເປີດແປນ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາ ຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ ເປັນຕົ້ນ Facebook, Whatsapp ແລະ ອື່ນໆ.

May be an image of 2 people and people studying

ຕໍ່ປະກົດການດັ່ງກ່າວທາງເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານຈາກທະນາຄານແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ.

May be an image of 1 person and studying
ໃນປັດຈຸບັນ ອີງຕາມກົດໝາຍຂອງ ສປປ ລາວ ແມ່ນກຳນົດໃຫ້ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ທີ່ສາມາດໃຫ້ບໍລິການແລກປ່ຽນເງິນຕາ ຊຶ່ງຕ້ອງປະຕິບັດອັດຕາແລກປ່ຽນຕາມລະບຽບການຂອງທະນາຄານແຫ່ງ ສປປ ລາວ. ການໃຫ້ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ແລະ ໃຊ້ບໍລິການແລກປ່ຽນເງິນຕາກັບບຸກຄົນອື່ນທີ່ບໍ່ແມ່ນທະນາຄານ ເປັນການລະເມີດຂໍ້ຫ້າມ ມາດຕາ 43 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022, ຊຶ່ງຈະຖືກດຳເນີນມາດຕະການສຶກສາອົບຮົມ ແລະ ມາດຕະການປັບໃໝ ຕາມມາດຕາ 54 ແລະ ມາດຕາ 55 ຂອງກົດໝາຍສະບັບດັ່ງກ່າວ ຄື: ປັບ ໃໝ 10 ສ່ວນຮ້ອຍ ຂອງມູນຄ່າທີ່ລະເມີດ.

May be an image of 2 people and text that says 'บาย'

ຍິ່ງໄປກວ່າກນັ້ນ ບຸກຄົນ ຫຼື ນິຕິບຸກຄົນ ທີ່ປັນປ່ວນອັັດຕາແລກປ່ຽນ ດ້ວຍການສ້າງຂ່າວປອມ, ບິດເບືອນ ຂໍ້ມູນຂ່າວສານ ກ່ຽວກັບບັນດາປັດໄຈທີ່ຈະກະທົບຕໍ່ອັດຕາແລກປ່ຽນ, ກຳນົດອັດຕາແລກປ່ຽນ, ຊື້-ຂາຍ ເງິນຕາໂດຍບໍ່ສອດຄ່ອງກັບລະບຽບການຂອງທະນາຄານແຫ່ງ ສປປ ລາວ, ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສ້າງຄວາມເສຍຫາຍແກ່ລະບົບເສດຖະກິດ, ການເງິນ ແລະ ເງິນຕາ ຂອງ ສປປ ລາວ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ຫ້າປີ ແລະ ປັບໃໝ ແຕ່ ຫ້າສິບລ້ານກີບ ຫາ ໜຶ່ງຮ້ອຍລ້ານກີບ.

May be an image of 2 people, money and text
ການໃຫ້ ຫຼື ໃຊ້ ບໍລິການແລກປ່ຽນເງິນຕາ ທີ່ຜິດກົດໝາຍ ໄດ້ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການກໍານົດອັດຕາແລກປ່ຽນທີ່ບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງເສດຖະກິດ, ເປັນການປັ່ນປ່ວນອັດຕາແລກປ່ຽນອັນເຮັດໃຫ້ເກີດຜົນເສຍຫາຍທາງດ້ານເສດຖະກິດ, ເກີດມີການສໍ້ໂກງ, ການຕົວະຍົວະຫຼອກລວງໃນສັງຄົມ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

May be an image of 4 people, wind chime and text
ເພື່ອບໍ່ເປັນການສະໜັບສະໜຸນການເຄື່ອນໄຫວທຸລະກິດຜິດກົດໝາຍ, ເພື່ອຄວາມປອດໄພບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີຕົວະຕົ້ມ ຈຶ່ງຮຽກຮ້ອງເຖິງບັນດາພໍ່ແມ່ປະຊາຊົນ ທົ່ວສັງຄົມ ກໍລະນີຫາກມີຄວາມຕ້ອງການແລກປ່ຽນເງິນຕາ ທ່ານຈະຕ້ອງເຂົ້າໃຊ້ບໍລິການແລກປ່ຽນເງິນຕາກັບທະນາຄານທຸລະກິດເທົ່ານັ້ນ.

May be an image of 4 people and text

ຫາກທ່ານພົບເຫັນຂໍ້ມູນການໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ແມ່ນການບໍລິການຂອງທະນາຄານ ທ່ານສາມາດແຈ້ງ ຫຼື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ເຈົ້າໜ້າທີ່ຕຳຫຼວດ (ເບີໂທ: 020 312401) ຫຼື ທະນາຄານແຫ່ງ ສປປ ລາວ (ເບີໂທ 021 264 590) ເພື່ອເປັນຂໍ້ມູນດໍາເນີນການຕິດຕາມກວດກາ ແລະ ດໍາເນີນມາດຕະການຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ. ການຮ່ວມມືຂອງພໍ່ແມ່ປະຊາຊົນ ແມ່ນເປັນການປະກອບສ່ວນ ສ້າງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມສະຫງົບປອດໄພ ແລະ ການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ.
# ຂ່າວ-ພາບ: ກົມນະໂຍບາຍເງິນຕາ