ຫວຍພັດທະນາມອບພັນທະໃຫ້ລັດ 218 ຕື້ກວ່າກີບໃນປີ 2022

88

ກອງປະຊຸມສາມັນສະພາບໍລິຫານບໍລິສັດລັດ ວິສາຫະກິດ ຫວຍພັດທະນາປະຈໍາປີ 2023 ຄັ້ງທີ I ຈັດຂຶ້ນທ້າຍອາທິດຜ່ານມາທີ່ສໍານັກງານໃຫຍ່ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ເປັນປະທານຂອງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ ປະທານສະພາບໍລິຫານບໍລິສັດລັດວິສາຫະກິດ ຫວຍພັດທະນາ ມີຄະນະສະພາບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 6 people and text
ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ໄດ້ໃຫ້ຮູ້ວ່າ ໃນປີ 2022 ຜ່ານມາ ລັດວິສາຫະກິດຫວຍພັດທະນາສາມາດປະຕິບັດລາຍຮັບໄດ້ 355,93 ຕື້ກີບ ຫຼື ເທົ່າກັບ 150,81% ຂອງແຜນການປີ 2022 ລື່ນແຜນທີ່ຕັ້ງໄວ້ 50,81% ໃນນັ້ນໄດ້ມອບພັນທະງົບປະມານໃຫ້ລັດ 218,80 ຕື້ກີບ ຫຼື ເທົ່າກັບ 157,16% ຂອງແຜນການ ລື່ນແຜນການປີ 57,16%.

May be an image of hospital and text
ສໍາລັບການເຄື່ອນໄຫວດໍາເນີນທຸລະກິດປະຈໍາງວດ I (3 ເດືອນຕົ້ນປີ 2023) ດ້ານລາຍຮັບປະຕິ ບັດໄດ້ 116,21 ຕື້ກີບ ຫຼື ເທົ່າກັບ 130,24% ຂອງແຜນການ ລື່ນແຜນການປີ 30,24% ມອບພັນທະໃຫ້ລັດ 57,61 ຕື້ກີບ ຫຼື ເທົ່າກັບ 146,48% ຂອງແຜນການ ລື່ນແຜນການປີ 46,48% ຄຽງຄູ່ກັບວຽກງານການດໍາເນີນທຸລະກິດບໍລິສັດຍັງໄດ້ເອົາໃຈໃສ່ການປະກອບສ່ວນຊ່ວຍເຫຼືອສັງຄົມເປັນຕົ້ນວຽກງານສຶກສາ ສາທາ ສະມາຄົມຄົນພິການ ແລະ ອື່ນໆ ປີ 2022 ລວມມູນຄ່າ 3,60 ຕື້ກີບ.

May be an image of 8 people, people studying, newsroom and text

ຈາກຜົນງານດັ່ງກ່າວສະແດງໃຫ້ເຫັນເຖິງການດໍາເນີນທຸລະກິດຫວຍພັດທະນາມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ແລະ ຜົນງານທີ່ຍາດມາໄດ້ນັ້ນຍ້ອນມີການຊີ້ນໍາ-ນໍາພາຂອງຂັ້ນເທິງກໍຄືກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງທີ່ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວດໍາເນີນທຸລະກິດ ນອກນີ້ບັນດາຕົວແທນຈໍາໜ່າຍຫວຍພັດທະນາປະຕິບັດຕາມລະບຽບຫຼັກການຂອງການຈັດຕັ້ງວາງອອກ ແລະ ສັງຄົມມີຄວາມເຊື່ອໝັ້ນໃຫ້ ການສະໜັບສະໜູນຫວຍຂອງລັດຕາມເຫື່ອແຮງ ແລະ ຄວາມສາມາດ.

No photo description available.

ສໍາລັບທິດທາງແຜນການຕໍ່ໜ້າ ໂດຍສະເພາະໃນໄຕມາດທີ II ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ຈະສືບຕໍ່ສູ້ຊົນຈັດຕັ້ງປະຕິບັດການດໍາເນີນທຸລະກິດໃຫ້ໄດ້ຕາມແຜນການ ແລະ ລື່ນແຜນການປະກອບສ່ວນມອບພັນທະເຂົ້າງົບປະມານໃຫ້ລັດແຕ່ລະປີເພີ່ມຂຶ້ນເລື້ອຍໆ ປະກອບສ່ວນຊ່ວຍເຫຼືອສັງຄົມຕາມທ່າແຮງ ແລະ ດໍາເນີນທຸລະກິດດ້ວຍຄວາມໂປ່ງໃສ ແລະ ທັນສະໄໝ ໂດຍສະເພາະຈະໄດ້ທົດລອງພິມ-ຈໍາໜ່າຍຫວຍພັດທະນາຜ່ານແອັບມືຖື (Mobile Application) ຂອງບໍລິສັດລັດໃນົໄລຍະ 1 ປີ.