ປາກຊັນ ມີຜູ້ປະລະການຮຽນເຖິງ 100ກວ່າຄົນໃນສົກຮຽນນີ້

168

ການປະລະການຮຽນເບິ່ງຜີວເພີນອາດເປັນເລື່ອງທຳມະດາ ແຕ່ໃນຕົວຈີງແລ້ວມັນເປັນການຕັດອະນາຄົດຂອງຄົນໆໜຶ່ງໄປຕະຫຼອດການ ແມ່ນຢູ່ວ່າການຮຽນບໍ່ໄດ້ຢັ້ງຢືນເຖິງຜົນສຳເລັດໃນຊີວິດໄດ້ແຕ່ການຮຽນຊ່ວຍໃຫ້ຄົນໆໜຶ່ງມີຫຼາຍທາງເລືອກໃນການໃຊ້ດຳລົງຊີວິດ ສະນັ້ນພັກ-ລັດຈິ່ງຢ້ຳສະເໝີໃຫ້ເອົາການສຶກສາຮ່ຳຮຽນເປັນວຽກບຸລິມະສິດ ແລະພະຍາຍາມບໍ່ໃຫ້ມີການປະລະການຮຽນ ແຕ່ດ້ວຍສະພາບເສດຖະກິດຍັງມີບັນຫານີເກີດຂຶ້ນອີກ ສະເພາະເມືອງປາກຊັນ ແຂວງບໍລິຄຳໄຊ ເມືອງດຽວພົບຜູ້ປະລະການຮຽນເຖິງ 100 ກວ່າຄົນ.

May be an image of 2 people, dais and text
ເພື່ອແກ້ໄຂບັນຫາດັ່ງກ່າວ ຂະແໜງສຶກສາໃນເມືອງປາກຊັນໄດ້ຈັດກອງປະຊຸມປຶກສາຫາລື ຄົ້ນຄວ້າຫຼຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນ ແລະ ເຜີຍແຜ່ນິຕິກຳສົ່ງເສີມຫັດກາຍຍະບໍລິຫານ, ອອກກຳລັງກາຍ ແລະ ຫຼິ້ນກິລາ ເພື່ອສຸຂະພາບ ຂອງມວນຊົນ ຂອງເມືອງປາກຊັນ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 3 ພຶດສະພາຜ່ານມານີ້ ຢູ່ຫ້ອງປະຊຸມຫ້ອງວ່າການ ເມືອງປາກຊັນ ໂດຍການເປັນປະທານຮ່ວມຂອງທ່ານ ໂພຄໍາ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ ຕະຫຼອດຮອດພະນັກງານ ຄູ- ອາຈານເຂົ້າຮ່ວມ.

May be an image of 4 people, people studying and text

ຈຸດປະສົງການເປີດກອງປະຊຸມໃນຄັ້ງ ກໍເພື່ອເປັນການປະຕິບັດຕາມແຜນພັດທະນາສຶກສາຂອງພະແນກສຶກສາທິການ ແລະ ກິລາແຂວງ 5 ປີ 2021-2025 ໃຫ້ປະກົດຜົນເປັນຈິງ, ທັງເປັນການເຜີຍແຜ່ນິຕິກໍາສົ່ງເສີມຫັດກາຍຍະບໍລິຫານ, ອອກກໍາລັງກາຍ ແລະ ຫຼິ້ນກິລາເພື່ອສຸຂະພາບຂອງສັງຄົມ ແລະ ເພື່ອເຮັດໃຫ້ບັນລຸ 15 ຄາດໝາຍຂອງຂະແໜງການສຶກສາ ຕາມທີ່ວາງໄວ້, ຍັງເປັນການປຶກສາຫາຫຼືຫຼຸດຜ່ອນອັດຕາການປະລະຂອງນັກຮຽນ.

May be an image of 4 people and text

ພ້ອມນີ້ ທີ່ປະຊຸມ ທ່ານ ຄໍາແວ່ນ ປັນຍານຸວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ ຍັງໄດ້ລາຍງານອັດຕາປະລະການຮຽນໃຫ້ຮູ້ວ່າ: ຕໍ່ກັບສະພາບສັງຄົມໃນປະຈຸບັນ ເຮັດໃຫ້ນັກຮຽນແລ່ນນໍາກະແສສັງຄົມ ຄອບຄົວຂາດເຂີນ ແລະ ຂາດແຮງງານຮັບໃຊ້ວຽກຄອບຄົວ ເຮັດໃຫ້ນັກຮຽນປະລະການຮຽນ ເກີດປະກົດການຫຍໍ້ທໍ້ໃນສັງຄົມ ຜູ້ປົກຄອງສ່ວນຫຼາຍຄິດວ່າຮຽນຈົບໄປກໍບໍ່ໄດ້ໄປປະກອບອາຊີບຕາມສາຍທີ່ຮຽນຈົບມາ ແລະ ຊອກວຽກເຮັດງານທໍາໄດ້ຍາກ ເຫັນໄດ້ຫຼາຍໃນສັງຄົມປະຈຸບັນ ເຊິ່ງສະແດງອອກໃນສົກຮຽນ 2022 -2023 ໂຮງຮຽນມັດທະຍົມຕົ້ນ ແລະ ຕອນປາຍທົ່ວເມືອງປາກຊັນ ໃນຕົ້ນເດືອນກັນຍາມີນັກຮຽນທັງໝົດ: 4.557 ຄົນ ຍິງ 2.305 ຄົນ ມາເຖິງເດືອນພຶດສະພາ ນັກຮຽນທີ່ມີໜ້າທັງໝົດ 4.422 ຄົນ ຍິງ 2.237 ຄົນ ດັ່ງນັ້ນ ເຫັນໄດ້ແຈ້ງວ່າ ໃນສົກຮຽນ 2022-2023 ມີຈໍານວນນັກຮຽນທີ່ປະລະການຮຽນທັງໝົດ: 135 ຄົນ ຍິງ 68 ຄົນ.

May be an image of 2 people, dais and text

ນອກຈາກນີ້ ທາງຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງໄດ້ສົມທົບກັບຄູ-ອາຈານລົງປະເມີນ, ເກັບກໍາຂໍ້ມູນນັກຮຽນທີ່ອ່ານພາສາລາວບໍ່ອອກ ແລະ ຂຽນບໍ່ເປັນ, ຄິດໄລ່ເລກ 4 ປະການບໍ່ໄດ້ ແລະ ຍັງໄດ້ລາຍງານຕໍ່ຜູ້ປົກຄອງວ່າ ລູກຂອງຕົນຈະຕ້ອງໄດ້ຈັດການບໍາລຸງ ຜູ້ປົກຄອງຕ້ອງມີສ່ວນຮ່ວມກັບຄູ-ອາຈານ ຕ່າງຝ່າຍຕ່າງມີສ່ວນຮ່ວມ ປຸກລະດົມຂົນຂວາຍຊ່ວຍກັນ.