ຈີດີພີ ອິນໂດເນເຊຍ ໃນໄຕມາດ 1 ຂະຫຍາຍຕົວ 5,03%

24

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດ ຂອງອິນໂດເນເຊຍ ໄດ້ເປີດເຜີຍຂໍ້ມູນໃນຕອນເຊົ້າວັນທີ 5 ພຶດສະພານີ້ວ່າ ຈີດີພີ ໃນໄຕມາດ 1 ປີ 2023 ຂະຫຍາຍຕົວ 5,03% ເມື່ອທຽບໃສ່ປີຜ່ານມາ ເຊິ່ງດີກວ່າທີ່ນັກວິເຄາະຂອງລອຍເຕີ ທີ່ໄດ້ສຳຫຼວດ ແລະ ຄາດວ່າຈະຂະຫຍາຍຕົວ 4,95% ແລະ ແຂງແຮງກວ່າໃນໄຕມາດ 4 ຂອງປີຜ່ານມາ ທີ່ຂະຫຍາຍຕົວ 5,01%.

ไม่มีคำอธิบายรูปภาพ

ຂະນະທີ່ເສດຖະກິດຂອງອິນໂດເນເຊຍ ເຊິ່ງໃຫຍ່ເປັນອັນດັບໜຶ່ງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບແຮງໜຸນຈາກການສົ່ງອອກສິນຄ້າໂພກກະພັນທີ່ຫຼາຍຫຼາກ, ນັກເສດຖະສາດຫຼາຍຄົນ ຄາດວ່າເສດຖະກິດອິນໂດເນເຊຍ ຈະຫຼຸດລົງ ເນື່ອງຈາກການໃຊ້ນະໂຍບາຍຄຸ້ມຄອງການເງິນເຂັ້ມງວດໃນທົ່ວໂລກ ເຊິ່ງຈະສົ່ງຜົນໃຫ້ ຄວາມຕ້ອງການໃນຕະຫຼາດໂລກອ່ອນແຮງລົງ.

ທາງດ້ານທະນາຄານກາງຂອງອິນໂດເນເຊຍ ປະກາດຍັງຄົງອັດຕາດອກເບ້ຍນະໂຍບາຍໄວ້ທີ່ລະດັບ 5,75% ທີ່ໄດ້ປະກາດເມື່ອວັນທີ 19 ເມສາຜ່ານມາ ເຊິ່ງເປັນການຮັກສາອັດຕາດອກເບ້ຍຕິດຕໍ່ກັນໃນການປະຊຸມເຖິງ 3 ຄັ້ງ ໂດຍທະນາຄານກາງຄາດການວ່າ ອັດຕາເງິນເຟີ້ຈະກັບສູ່ເປົ້າໝາຍຂອງທະນາຄານກາງໃນບໍ່ດົນນີ້.

ไม่มีคำอธิบายรูปภาพ

ທ່ານ ເພີລີ ວາຈິໂຍ ຜູ້ວ່າການທະນາຄານກາງອິນໂດເນເຊຍ ກ່າວວ່າ: ອັດຕາດອກເບ້ຍນະໂຍບາຍຍັງຄົງຢູ່ໃນລະດັບທີ່ສາມາດຮັກສາອັດຕາເງິນເຟີ້ພື້ນຖານ ( core inflation ) ໃຫ້ຢູ່ໃນຂອບເປົ້າໝາຍຂອງທະນາຄານກາງ ທີ່ລະດັບ 2 – 4% ແລະ ຈະເຮັດໃຫ້ອັດຕາເງິນເຟີ້ທົ່ວໄປ ( headline inflation ) ກັບສູ່ເປົ້າໝາຍໄວກວ່າທີ່ຄາດການໄວ້.

ຜູ້ວ່າການທະນາຄານກາງອິນໂດເນເຊຍ ຍັງກ່າວອີກວ່າ: ໃນເດືອນມີນາຜ່ານມາ, ຕົວເລກເງິນເຟີ້ຂອງອິນໂດເນເຊຍປັບຕົວລົງມາຢູ່ໃນລະດັບ 4,9% ແລ້ວ ແລະ ມີທ່າອ່ຽງທີ່ຈະຫຼຸດລົງອີກ ໂດຍເຊື່ອວ່າໃນໄລຍະຕົ້ນເດືອນສິງຫາປີນີ້ ອັດຕາເງິນເຟີ້ຈະຕໍ່າກວ່າລະດັບ 4%.