ນັບຖອຍຫຼັງອີກ 3 ມື້ຈະປັບເພີ່ມຄ່າແຮງຂັ້ນຕ່ຳແລ້ວ

476

ວັນທີ 1 ພຶດສະພາ 2023 ນອກຈາກຈະເປັນວັນກຳມະກອນສາກົນແລ້ວ ຍັງເປັນວັນທີ່ມີຄວາມໝາຍສຳລັບພະນັກງານກຳມະກອນຜູ້ອາໄສກິນເງິນເດືອນ ເພາະໃນວັນດັ່ງກ່າວຈະມີການປັບຂຶ້ນຄ່າແຮງງານຂັ້ນຕ່ຳຂອງ ສປປ ລາວ ເຮົາ ຊຶ່ງແນ່ນອນຈະຊ່ວຍແບ່ງເບົາພາລະຄ່າໃຊ້ຈ່າຍຂອງປະຊາຊົນໄດ້ລະດັບໜຶ່ງ.

No photo description available.
ກ່ຽວກັບການປັບຂຶ້ນເງິນເດືອນຂັ້ນຕ່ຳຢູ່ ສປປ ລາວ ອີງຕາມຂໍ້ມູນທີ່ເປີດເຜີຍໃນກອງປະຊຸມ /ລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2023 ທີ່ໄດ້ເປີດຂຶ້ນໃນວັນທີ 25-26 ເມສາ 2023 ທີ່ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແມ່ນຈະເລີ່ມມີຜົນນັບແຕ່ວັນທີ 1 ພຶດສະພາ 2023 ນີ້ເປັນຕົ້ນໄປ.

No photo description available.
ໂດຍກອງປະຊຸມໄດ້ພິຈາລະນາ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023 ເຫັນດີໃຫ້ເພີ່ມຄ່າແຮງງານຂັ້ນຕ່ຳເປັນ 1.300.000 ກີບ ຕາມທີ່ລັດຖະບານໄດ້ຕົກລົງແລ້ວ ແລະ ໄດ້ ລະບຸໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 13 ມິຖຸນາ 2022 ໂດຍເລີ່ມປະຕິບັດໃນວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ.

No photo description available.
ສຳລັບການສະເໜີເພີ່ມເປັນອັດຕາໃໝ່ ທີ່ສູງກ່ວາອັດຕາທີ່ໄດ້ກ່າວມານັ້ນ, ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສືບຕໍ່ເປັນໃຈກາງສົມທົບກັບກະຊວງການເງິນ, ກະຊວງ ແຜນການ ແລະ ການລົງທຶນ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ລົງເລິກຄົ້ນຄວ້າຢ່າງຮອບດ້ານຕື່ມ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າຕາມທິດກໍານົດອັດຕາຄ່າແຮງງານຂັ້ນຕໍ່າ ໂດຍແບ່ງເປັນເຂດຕື່ມ ເພື່ອໃຫ້ສອດຄ່ອງກັບຄ່າຄອງຊີບຕົວຈິງຢູ່ແຕ່ລະບ່ອນ, ພາຍຫຼັງຄົ້ນຄວ້າສໍາເລັດແລ້ວ ໃຫ້ລາຍງານລັດຖະບານ ພິຈາລະນາ ໃນໄຕມາດ 3 ຂອງປີນີ້.

No photo description available.

ສຳລັບຄ່າແຮງງານຂັ້ນຕ່ຳຢູ່ ສປປ ລາວໃນໄລຍະຜ່ານມາ ໄດ້ປັບຂຶ້ນມາແລ້ວ 8 ຄັ້ງ, ໃນນີ້ ຄັ້ງຫລ້າສຸດ ກ່ອນໜ້ານີ້ແມ່ນປັບຂຶ້ນຈາກ 900.000 ກີບ ຂຶ້ນເປັນ 1.100.000 ກີບ ເຊີ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ພຶດສະພາ ປີ 2018 ຈົນມາຮອດປັດຈຸບັນນີ້ ແຕ່ເຫັນວ່າຍັງບໍ່ທັນພຽງພໍຈິ່ງມີການຄົ້ນຄວ້າພິຈາລະນາ ເປັນປັບໃຫ້ສູງຂຶ້ນຕື່ມອີກ.

No photo description available.
ອີງໃສ່ສະພາບເສດຖະກິດທີ່ຜັນຜວນ ເຮັດໃຫ້ຄ່າຄອງຊີບ ກໍຄື ລາຄາສິນຄ້າຕາມທ້ອງຕະຫລາດມີການເໜັງຕີງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ກໍາມະກອນ ແລະ ຜູ້ອອກແຮງງານທີ່ມີເງິນເດືອນຕໍ່າ ຈິ່ງສະເໜີໃຫ້ປັບປຸງຄ່າແຮງງານຂັ້ນຕໍ່າຄືນໃໝ່ທີ່ຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ພຶດສະພາ 2023ນີ້ເປັນຕົ້ນໄປ.