ຕົ້ມສົ້ມອື່ງ ໃສ່ໃບໝາກຂາມອ່ອນ

179

ໄລຍະນີ້ຖືວ່າເລີ່ມເຂົ້າລະດູຂອງກົບ, ຂຽດ, ອອກຫາກິນແລ້ວ ຫຼາຍເຂດຝົນຕົກສັດເຄິ່ງບົກເຄິ່ງນໍ້າເຫຼົ່ານີ້ກໍພາກັນອອກຈາກຮູຈາກຂຸມມາຊອກກິນ ແລະ ຊອກປະສົມພັນ. ໄລຍະນີ້ແມ່ນອື່ງເປັນທີ່ສົນໃຈຂອງຫຼາຍຄົນ ແລະ ລາຄາຕາມທ້ອງຕະຫຼາດກໍປະມານກໍໂລລະ 110.000 – 120.000 ກີບ ( ອາດຈະແພງຍ້ອນເປັນໄລຍະໃໝ່ ), ດັ່ງນັ້ນມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດເມນູຕົ້ມສົ້ມອື່ງແບບໄຂ່ເຕັມທ້ອງກິນເອງ.

▶ ສ່ວນປະກອບ: ອື່ງ 6 ຂີດ ຫາ 1 ກິໂລ ( ລ້າງສະອາດຈະໃສ້ຂີ້ ຫຼື ບໍ່ໃສ້ກໍໄດ້ ), ນໍ້າສະອາດ, ເກືອ, ແປ້ງນົວ, ນໍ້າປາ, ຫົວຜັກບົ່ວ 2 – 3 ຫົວ, ຫົວຜັກທຽມ 4 – 5 ກີບ, ຂີງ 1 ຂໍ້, ຄະນໍ, ໝາກເຜັດດິບ 3 – 4 ໜ່ວຍ, ຫົວສີໃຄ 3 ຫົວ, ໃບໝາກຂາມອ່ອນ 2 – 3 ກຳມື, ໃບຂີ້ຫູດ ( ຖ້າບໍ່ມັກບໍ່ໃສ່ກໍໄດ້ ), ຂ່າ 1 ຂໍ້, ຜັກຫອມປ້ອມ, ຫອມບົ່ວ ຫຼື ຫອມເປ ກໍໄດ້ ( ລ້າງຜັກທຸກຢ່າງໃຫ້ສະອາດ ພ້ອມຊອຍໄວ້ ).

▶ຂັ້ນຕອນເຮັດ: ຄ້າງໝໍ້ເອົານໍ້າສະອາດປະມານ 1 ລິດໃສ່, ຕາມດ້ວຍເກືອ, ແປ້ງນົວ, ພ້ອມທຸບຫົວຜັກບົ່ວ, ຫົວສີໃຄ, ຫົວຜັກທຽມ, ຂີງ, ຄະນໍ, ໝາກເຜັດດິບ ( ຫັກເຄິ່ງ ) ພ້ອມຊອຍຂ່າເປັນປ່ຽງໃສ່ປະມານ 4 – 8 ປ່ຽງລົງໝໍ້ ຕົ້ມໃຫ້ນໍ້າຟົດແລ້ວເອົາອື່ງລົງໄປຕົ້ມໃຫ້ສຸກ ຕາມດ້ວຍໃບໝາກຂາມອ່ອນ ຄົນໃຫ້ນໍ້າສົ້ມໃບໝາກຂາມອອກ ຊີມລົດຊາດ ແລະ ປຸງດ້ວຍນໍ້າປາລົດຊາດຕາມໃຈມັກ, ຈາກນັ້ນກໍເອົາຫອມທີ່ຊອຍໄວ້ລົງ ພ້ອມປິດໄຟທັນທີ ເທົ່ານີ້ທ່ານກໍຈະໄດ້ຕົ້ມສົ້ມອື່ງໃສ່ໃບໝາກຂາມອ່ອນແຊບໆໄວ້ກິນແລ້ວ.

[ ໂດຍ: ນົກແຕນແວນ ]