ໄປຕໍ່ບໍ່ເປັນ ເສຍຫາຍກວ່າ 15 ຕື້ກີບຍ້ອນໄຟໄໝ້ ສວນໝາກໄມ້ເປັນເທົ່າຖ່ານ

182

ເນື້ອທີ່ສວນໄມ້ໃຫ້ໝາກ 20 ກວ່າເຮັກຕາທີ່ກຳລັງໃຫ້ໝາກຜົນ ແລະມີແຜນສົ່ງອອກສູ່ ສປ ຈີນປີນີ້ ຖືກໄຟໄໝ້ກ້ຽງ ຍ້ອນບັນຫາການຈູດເຜົາໄຮ່ສວນຈາກດ້ານນອກ ລວມເຖິງທໍ່ສົ່ງນ້ຳໃນສວນກໍ່ບໍເຫຼືອຫຍັງລວມໆ 15 ຕື້ຫາຍໄປພາຍໃນພິບຕາ.

May be an image of fog and grass

ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ນັກທຸລະກິດຍິງ ຜູ້ທີ່ຢືນດ້ວຍ ລຳແຂ່ງຕົນເອງ ທັງເປັນຜູ້ອຳນວຍການ ບໍລິສັດບໍລິຄຳໄຊ ພັດທະນາ ສົ່ງເສີມກະສິກຳ ຈຳກັດໄດ້ລາຍງານຕໍ່ສື່ມວນຊົນໃນອາທິດນີ້ວ່າ ໃນເວລາຕອນບ່າຍຂອງວັນທີ 26 ກຸມພາ 2023 ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ ໂດຍສະເພາະ ຢູ່ເຂດສວນປູກໄມ້ກິນໝາກ ເພື່ອກຽມສົ່ງອອກ ໝາກມີ້ໄປປະເທດຈີນ ຫລາຍຮ້ອຍໂຕນ ພາຍໃນປີ 2023 ຜ່ານເສັ້ນທາງ ທາງລົດໄຟລາວ-ຈີນ ຊຶ່ງຜ່ານມາທາງບໍລິສັດ ໄດ້ລົງທຶນລົງຮອນຫລາຍລ້ານໂດລາ ແລະ ໃຊ້ເວລາທຸ້ມເທການປູກໝາກໄມ້ກິນໝາກ 4 ປີ ໃນເນື້ອທີ່ປູກປະມານ 300 ກວ່າເຮັກຕາເພື່ອມຸ່ງໝັ້ນກັບຄວາມຫວັງທີ່ຈະສົ່ງອອກໃຫ້ໄດ້ຕາມແຜນການທີ່ນັດໝາຍໄວ້ຈົນເຖິງປັດຈຸບັນໝາກມີ້ກໍໄດ້ເກີດດອກອອກຜົນເຕີບໃຫຍ່ຂຽວງາມ, ເປັນໝາກດົກ ແລະ ເຖິງເວລາຈະເກັບກ່ຽວຜົນຜະລິດຄັ້ງທໍາອິດໃນປີ 2023 ນີ້ ແຕ່ສິ່ງບໍ່ຄາດຄິດມັນເກີດຂຶ້ນຄື:

May be an image of map

ໄດ້ເກີດມີໄຟໄໝ້ລາມປ່າ ເຊິ່ງໄຟໄໝ້ໄດ້ລຸກໄໝ້ເຂົ້າບໍລິເວນສວນໝາກມີ້ຈຳນວນໜຶ່ງ ໄດ້ສ້າງຜົນເສຍຫາຍຈໍານວນບໍ່ໜ້ອຍ ເປັນຕົ້ນ ມີຕົ້ນໝາກມີ້ ຖືກໄຟໄໝ້ໃນເນື້ອທີ່ທັງໝົດ 20 ກວ່າເຮັກຕາ,ເປັນຈຳນວນ 6.563 ຕົ້ນ ນອກຈາກນັ້ນຍັງໄໝ້ທໍ່ສົ່ງນໍ້າລ້ຽງຕົ້ນໄມ້ຈຳນວນ 17 ລາຍການ ໂດຍຄິດໄລ່ເປັນມູນຄ່າເປັນເງິນຈຳນວນ 1 ລ້ານກວ່າໂດລາ ຫລື ປະມານ 15 ຕື້ກວ່າກີບ.

No photo description available.
ທ່ານ ນາງ ກິ່ງແກ້ວ ຈັນທະລັງສີຍັງອະທິບາຍວ່າ: ຄວາມຈິງແລ້ວເຫດເກີດໄຟໄໝ້ລາມປ່າແລ້ວລຸກລາມໄໝ້ສວນໝາກໄມ້ກິນໝາກຂອງຂ້າພະເຈົ້າເອງ ແມ່ນໄດ້ເລີ້ມມາແຕ່ຕອນບ່າຍຂອງວັນທີ 26 ກຸມພາ 2023 ຈົນເຖິງເວລາ 18:45 ໂມງຂອງວັນດຽວກັນ, ມີຕົ້ນເຫດເກີດໄຟໄມ້ມາຈາກບ່ອນອື່ນ ທີ່ມີການຈູດສວນມັນຕົ້ນຂອງປະຊາຊົນ ບວກກັບສະພາບອາກາດມີຟ້າລົມແຮງຕະຫລອດວັນ ຈຶ່ງເຮັດໃຫ້ມີແປວໄຟລຸກລາມເປັນວົງກວ້າງ ເຮັດໃຫ້ການຄວບຄຸມໄຟໄໝ້ໄດ້ຍາກ, ໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍຕໍ່ຜົນລະປູກ ຂອງບໍລິສັດບໍ.

No photo description available.
ພາຍຫລັງທີ່ເກີດໄຟໄໝ້ບໍລິເວນສວນໝາກມີ້ໃນຄັ້ງນີ້ ເຈົ້າໜ້າທີ່ເມືອງ ໄດ້ສົມທົບກັບອົງການປົກຄອງບ້ານ ແລະ ພະນັກງານກຳມະກອນຂອງບໍລິສັດ ໄດ້ສະກັດກັ້ນບໍ່ໃຫ້ເກີດໄຟລາມເຖິງເຮືອນປະຊາຊົນ ໃນນັ້ນ ບໍລິສັດບໍລິຄຳໄຊພັດທະນາ ສົ່ງເສີມກະສິກຳ ໄດ້ຈັດຕັ້ງກຳລັງເພື່ອເຝົ້າລະວັງທັງກາງເວັນ ແລະ ກາງຄືນຕະຫລອດເວລາ ພ້ອມນີ້ ພວກຂ້າພະເຈົ້າ ໄດ້ນຳເອົາລົດບັນທຸກຖັງນໍ້າເພື່ອກະກຽມຄວາມພ້ອມ ແລະ ໄດ້ລົງປະຕິບັດວຽກງານຕົວຈິງໃນການເຂົ້າຮ່ວມດັບໄຟໄໝ້ໃນຄັ້ງນີ້ດ້ວຍ.
ຕໍ່ມາໃນວັນທີ 9 ມີນາ 2023 ກໍໄດ້ມີເຫດເກີດໄຟໄໝ້ບໍລິເວນສວນໝາກມີ້ຂອງບໍລິສັດບໍລິຄຳໄຊ ພັດທະນາ ສົ່ງເສີມກະສິກຳ ຈຳກັດ ຕື່ມອີກ ແລະ ຖືເປັນຄັ້ງທີ 2 ເຊິ່ງທາງບໍລິສັດພວກເຮົາແມ່ນສາມາດສະກັດກັ້ນຕ້ານໄຟໄໝ້ປ່າ ແລະ ໄຟໄໝ້ບໍລິເວນສວນໝາກມີ້ ແລະ ສາມາດດັບໄຟໄວ້ໄດ້ທັນເຫດການ.

May be an image of fruit
ທ່ານຜູ້ຊົມ ນັ້ນເປັນການສູນເສຍທີ່ໃຫຍ່ຫຼວງ ສຳລັບການລົງທຶນຂອງບໍລິສັດ ຫຼື ຈະເວົ້າຕາມພາສາຊາວບ້ານເຮົາຄືການທຸ່ມໝົດໂຕ ເພື່ອສິ່ງນີ້ແຕ່ກັບມາສູນເສຍຍ້ອນໄຟໄໝ້ ເຊິ່ງເປັນສິ່ງທີ່ສາມາດປ້ອງກັນໄດ້ ຖ້າທຸກຄົນໃຫ້ຄວາມໃສ່ໃຈ ຂໍໃຫ້ບັນຫາແບບນີ້ຢ່າເກີດຂຶ້ນອີກເລີຍ!