ເຕືອນຈາກທະນາຄານແຫ່ງ ສປປ ລາວ! ແລກປ່ຽນເງິນນຳບຸກຄົນທີ່ບໍ່ໄດ້ຮັບອານຸຍາດ ແມ່ນຜິດກົດໝາຍ

47

ເພື່ອຮັກສາສະຖຽນລະພາບທາງການເງິນ ແລະເສດຖະກິດມະຫາພາກຂອງປະເທດເຮົາ ລັດຖະບານແມ່ນໄດ້ມີການດັດສົມບັນດາຮ້ານແລກປ່ຽນທັງໝົດ ເພື່ອໃຫ້ອັດຕາມແລ່ນປ່ຽນສາມາດຄວບຄຸມໄດ້ງ່າຍ ແຕ່ເຖິງແນວໃດກໍ່ຕາມຍັງມີຄົນຈຳນວນໜຶ່ງທີ່ລັກແລກປ່ຽນນອກຂອບຂອງກົດໝາຍ ກໍ່ຄືແລກກັບບຸກຄົນທີ່ບໍໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຊຶ່ງຖືວ່າເປັນການກະທຳທີ່ຜິດຕໍ່ລະບຽບກົດໝາຍ.

No photo description available.
ການລະບາດຂອງພະຍາດໂຄວິດ ເຮັດໃຫ້ເສດຖະກິດຂອງປະເທດລາວເຮົາໄດ້ຮັບຜົນກະທົບຢ່າງໜັກໜ່ວງ ເຊິ່ງສົ່ງຜົນເຮັດໃຫ້ເງິນກີບລາວເຮົາອ່ອນຄ່າລົງ ແລະ ເກີດມີປະກົດການເຂົ້າຍາກໝາກແພງເກີດຂຶ້ນໃນສັງຄົມ ດັ່ງນັ້ນ, ເພື່ອເປັນການແກ້ໄຂບັນຫາດັ່ງກ່າວທັງລັດຖະບານຈຶ່ງໄດ້ມີນະໂຍບາຍເພື່ອຄຸມຄອງເງິນຕາ ຕ່າງໆ ເພື່ອເຮັດໃຫ້ເງິນກີບກັບມາແຂງຄ່າຄືນ ໜຶ່ງໃນນັ້ນຄືືການອອກຄຳສັງປິດຮ້ານແລກປ່ຽນເງິນຕາທັງໝົດໃນທົ່ວປະເທດ ຈຳນວນ 419 ຮ້ານ.
ພາຍຫຼັງຈັດຕັ້ງປະຕິບັດມາດຕະການດັ່ງກ່າວກໍສົ່ງຜົນເຮັດໃຫ້ຄ່າເງິນກີບຟື້ນໂຕກັບຄືນມາແຂງຄ່າໃນລະດັບໜຶ່ງ ແຕ່ເຖິງຢ່າງໃນກໍຕາມກໍຍັງມີຮ້ານຄ້າ ແລະ ບຸກຄົນຈຳນວນໜຶ່ງທີ່ຍັງມີການລັກລອບແລກປ່ຽນເງິນຕາ ເຊິ່ງເປັນການກະທຳທີ່ຜິດກົດໝາຍ. ດັ່ງນັ້ນ, ໃນວັນທີ 24 ເມສາ 2023 ນີ້ ທາງທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກໜັງສືແຈ້ງການ ໃຫ້ເພີ່ມທະວີມີສະຕິໃນການແລກປ່ຽນເງິນຕານຳບຸກຄົນ ແລະ ນິຕິບຸກຄົນທີ່ບໍ່ໄດ້ຮັບອານຸຍາດ.

No photo description available.
ໂດຍໃນໄລຍະຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາໃນຂອບເຂດທົ່ວປະເທດ ທັງໝົດ 419 ຮ້ານ ໝາຍຄວາມວ່າ ສປປ ລາວ ແມ່ນບໍ່ມີການອະນຸຍາດດໍາເນີນທຸລະກິດຮ້ານແລກປ່ຽນເງິນຕາແລ້ວ.
ແຕ່ຜ່ານການຕິດຕາມກວດກາ ເຫັນວ່າ ມີບຸກຄົນ ຫຼື ນິຕິບຸກຄົນຈຳນວນໜຶ່ງ ຍັງມີການສວຍໃຊ້ຄວາມຊິນເຄີຍກັບລູກຄ້າຂອງຕົນ ແລະ ມີການໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດໃຫ້ແກ່ສັງຄົມ, ຕໍ່ກັບບັນຫາດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ໄດ້ມີການລົງຕິດຕາມກວດກາ ແລະ ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ໃນການປະຕິບັດມາດຕະການທາງກົດໝາຍຕໍ່ຫົວໜ່ວຍທຸລະກິດທີ່ໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ຖືກຕ້ອງດັ່ງກ່າວແຕ່ລະໄລຍະ.

No photo description available.
ດັ່ງນັ້ນ, ເພື່ອປະຕິບັດໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ, ບໍ່ເປັນການຊຸກຍູ້ສົ່ງເສີມການແລກປ່ຽນເງິນຕາທີ່ບໍ່ຖືກຕ້ອງ ແລະ ປ້ອງກັນຄວາມສ່ຽງຈາກປະກົດການຫຍໍ້ທໍ້ຂອງສັງຄົມ ທະນາຄານແຫ່ງ ສປປ ລາວ ຂໍຄວາມຮ່ວມມືມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານ,ທະຫານ ແລະ ຕຳຫຼວດ, ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ນໍາໃຊ້ບໍລິການປ່ຽນເງິນຕານໍາ ທະນາຄານທຸລະກິດ, ໜ່ວຍບໍລິການ ແລະ ໜ່ວຍແລກປ່ຽນເງິນຕາ ຂອງທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ເທົ່ານັ້ນ ຫຼີກລ່ຽງການໃຊ້ບໍລິການແລກປ່ຽນເງິນຕາ ບຸກຄົນ ຫຼື ນິຕິບຸກຄົນ ທີ່ບໍ່ໄດ້ຮັບອະນຸຍາດ ລວມທັງຜູ້ທີ່ມີການໂຄສະນາແລກປ່ຽນເງິນຕາຜ່ານສື່ ແລະ ຊ່ອງທາງອອນລາຍຕ່າງໆຊຶ່ງຖືວ່າບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.