ເສຍຄ່າທາງແບບເອເລັກໂຕຣນິກ ກໍສາມາດຢັ້ງຢືນການຊຳລະໄດ້ເຊັ່ນດ່ຽວກັບແບບແຜ່ນເຈ້ຍ

1737

ຈາກກໍລະລະນີທີ່ເປັນຂ່າວໃນສື່ອອນລາຍໃນ 2-3 ວັນຜ່ານມາວ່າ ມີຜູ້ໜຶ່ງໄດ້ເສຍຄ່າທາງຜ່ານລະບົບອອນລາຍ ແລ້ວພໍຖືກເຈົ້າໜ້າທີ່ຕຳຫຼວດລັດກວດເອກະສານຕາມປົກກະຕິ ຖາມຫາການເສຍຄ່າທາງເພິ່ນເອົາຫຼັກຖານນັ້ນມາໃຫ້ເບິ່ງແຕ່ປະກົດວ່າບໍຜ່ານ.

No photo description available.
ຮູບປະກອບຂ່າວເທົ່ານັ້ນ

ຄວາມເປັນຈິງຂອງການເສຍຄ່າທາງ ຖ້າອີງໃສ່ແຈ້ງການຂອງ ຫ້ອງການ ກະຊວງການເງິນ ເລກທີ 0529/ຫກ ລົງວັນທີ 21 ກຸມພາ 2023ແມ່ນລະບຸໄວ້ ການນຳໃຊ້ການເສຍຄ່າທາງຜ່ານທາງລະບົບເອເລັກໂຕຣນິກນັ້ນແມ່ນສາມາດນຳໃຊ້ເປັນຫຼັກຖານການຊຳລະໄດ້ ເພື່ອເປັນການຮັບປະກັນການຈັດຕັ້ງປະຕິບັດການເກັບລາຍຮັບຄ່າທໍານຽມທາງ ປະຈຳປີ 2023 ໃຫ້ຖືກຕ້ອງ, ສອດຄ່ອງ, ມີຄວາມໂປງໃສ, ສາມາດກວດສອບໄດ້ ແລະ ໄດ້ຮັບປະສິດທິຜົນສູງ.

ກ່ຽວກັບແຈ້່ງການ ການນຳໃຊ້ແບບພິມ ໃບເສຍຄ່າທາງແບບໃໝ່ໄດ້ລະບຸໄວ້ດັ່ງນີ້: ກະຊວງການເງິນໄດ້ມີການພັດທະນາລະບົບຄຸ້ມຄອງເກັບລາຍຮັບຄ່າທໍານຽມທາງ ແບບເອເລັກໂຕຣນິກເຊິ່ງໄດ້ມີການປັບປຸງແບບພິມ ໃບເສຍຄ່າທໍານຽມທາງ ໂດຍມີ 02 ຮູບແບບຄື: ແບບເອເລັກໂຕຣນິກ (E-Sticker) ແລະ ແບບແຜ່ນເຈັ້ຍ (Sticker) ເຊິ່ງ 02 ຮູບແບບດັ່ງກ່າວແມ່ນສາມາດຢັ້ງຢືນທາງດ້ານກົດໝາຍຄືກັນ.

May be an image of car and ticket stub
ໃນກໍລະນີຊຳລະຄ່າທຳນຽມທາງ ຜ່ານລະບົບແອັບພິເຄຊັນຂອງທະນາຄານ, ລະບົບຈະອອກໃບເສຍຄ່າທໍານຽມທາງແບບເອເລັກໂຕຣນິກ (E-Sticker) ໃນທັນທີ, ເຊິ່ງຜູ້ເສຍຄ່າທໍານຽມທາງສາມາດນໍາໃຊ້ ເພື່ອຢັ້ງຢືນຕໍ່ເຈົ້າໜ້າທີ່ກ່ຽວຂ້ອງ, ຖ້າຕ້ອງການ ໃບເສຍຄ່າທໍານຽມທາງ ແບບແຜ່ນເຈ້ຍ (Sticker) ໃຫ້ເຂົ້າໄປພົວພັນນຳປ່ອງບໍລິການຂອງບັນດາທະນາຄານທີ່ເຂົ້າຮ່ວມໂຄງການ ຫຼື ຫ້ອງການສ່ວຍສາອາກອນ.

ສະນັ້ນ, ການນຳໃຊ້ການເສຍຄ່າທາງຜ່ານແບບເອເລັກໂຕຣນິກ ແມ່ນສາມາດນຳໃຊ້ໄດ້ເພື່ອຢືນຍັນກຳຊຳລະຄ່າທາງ ຫຼື ກໍຄືສາມາດຢັ້ງຢືນທາງດ້ານກົດໝາຍໄດ້ເຊັ່ນດ່ຽວກັບແບບແຜ່ນເຈ້ຍ ໂດຍມີແຈ້ງການສະບັບດັ່ງກ່າວນີ້ຂອງກະຊວງການເງິນເປັນແຫຼ່ງອ້າງອີງ.

No photo description available.

ຕາມນີ້ເລີຍ

 

May be an image of map and ticket stub