ເລີ່ມມື້ນີ້ ເປີດຖ້ຽວລົດໄຟປະຖົມມະລຶກຂ້າມແດນລາວ-ຈີນ

168

ວັນທີ 13 ເມສາ 2023 ໄດ້ຈັດພິທີເປີດຖ້ຽວລົດໄຟປະຖົມມະລຶກ ນະຄອນຫຼວງວຽງຈັນສປປ ລາວ -ຄຸນໝິງ ສປ ຈີນ ເພື່ອບໍລິການດ້ານການຂົນສົ່ງ ແລະ ສົ່ງເສີມການທ່ອງທ່ຽວ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຮອງລັດຖະມົນຕີ ແລະ ອຳນວຍການບໍລິສັດທາງລົດໄຟລາວ-ຈີນ ພ້ອມດ້ວຜູ້ໂດຍສານທີ່ເດີນທາງໃນຮອບປະຖົມມະລຶກໃນຄັ້ງນີ້.

May be an image of train
ທ່ານ ນາງ ສວນສະຫວັນ ວິຍາເກດ ໄດ້ກ່າວວ່າ:ໂຄງການລົດໄຟລາວ-ຈີນ ເປັນໂຄງການຮ່ວມມືທີ່ການນຳຂັ້ນສູງຂອງສອງພັກ ສອງລັດ ລາວ-ຈີນ ຊຸກຍູ້ຮ່ວມກັນ ເປັນສັນຍາລັກແຫ່ງມິດຕະພາບລາວ-ຈີນແຫ່ງຍຸກສະໄໝໃໝ່ ເປັນໂຄງການຍຸດທະສາດຂອງ ສປ ປ ລາວໃນ ການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມ ໂຍງ-ເຊື່ອມຈອດ ເຮັດໃຫ້ຄວາມໄຝ່ຝັນ ຄວາມຄອງຄອຍຂອງປະຊາຊົນລາວບັນລຸຜົນເປັນຈິງຜົນ ສຳ ເລັດ ດັ່ງ ກ່າວ ເກີດ ຂຶ້ນ ໄດ້ ກໍຍ້ອນການຊຸກຍູ້ຮ່ວມກັນຈັດ ຕັ້ງ ປະ ຕິ ບັດ ຂໍ້ ລິ ເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງ ປະ ທານ ສີ ຈິ້ນ ຜິງ ເຊິ່ງທັງສອງປະເທດເຮົາຈະຕ້ອງສືບຕໍ່ເອົາໃຈໃສ່ຕໍ່ກັບວຽກງານດັ່ງກ່າວ ໃຫ້ມີການພັດທະນາດ້ວຍຄຸນນະພາບສູງ ແລະ ຍົກລະດັບການຮ່ວມມືຕົວຈິງໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.

May be an image of hospital
ລັດຖະບານແຫ່ງ ສປປ ລາວ  ມີຈຸດມຸ່ງໝາຍໃນການພັດທະນາເສັ້ນທາງລົດໄຟລາວ – ຈີນ ໃຫ້ກາຍເປັນແລວທາງເສດຖະກິດ ທີ່ສ້າງລາຍໄດ້ມະຫາສານໃຫ້ປະເທດຊາດປະກອບສ່ວນຊ່ວຍການແກ້ໄຂສະພາບເສດຖະກິດຂອງປະເທດ ສາມາດດຶງດູດນັກທ່ອງທ່ຽວໃນພາກພື້ນ ແລະ ສາກົນໃຫ້ນັບມື້ເພີ້ມຂຶ້ນ ທັງເປັນການໂຄສະນາ ສປປ ລາວ ໃຫ້ກ້ວາງຂວາງໃນເວທີສາກົນເປັນຕົ້ນແມ່ນ ການເຊື່ອມໂຍງ ດ້ານບໍລິການຂົນສົ່ງໂດຍສານເພື່ອສົ່ງເສີມການ ທ່ອງທ່ຽວຂອງ ສປປ ລາວຕໍ່ ບັນດາປະເທດໃນພາກພື້ນ ແລະ ໃນໂລກ ເຮັດໃຫ້ ສປປ ລາວ ກາຍເປັນຈຸດໃຈກາງການເຊື່ອມໂຍງຂອງບັນດາປະເທດອາຊຽນກັບ ສປ ຈີນ ເວົ້າສະລວມ ເວົ້າສະເພາະກໍແມ່ນການເຊື່ອມໂຍງລະຫ່ວາງ ສປປ ລາວ ກັບສາກົນ.

May be an image of 5 people and train
ພາຍຫລັງການລະບາດຂອງພະຍາດໂຄວິດ 19 ເພື່ອຟື້ນຟູເສດຖະກິດຂອງຕົນ ບັນດາປະເທດໃນໂລກ ໄດ້ກໍານົດນະໂຍບາຍຕ່າງໆເພື່ອຍາດແຍ່ງ ແລະ ດຶງດູດນັກທ່ອງທ່ຽວ ໂດຍສະເພາະແມ່ນນັກທ່ອງທ່ຽວ ຈາກ ສປ ຈີນ ທີ່ມີກໍາລັງຊື້ໃນອັນດັບຕົ້ນໆຂອງໂລກ ໃຫ້ເຂົ້າໄປທ່ອງທ່ຽວໃນປະເທດຂອງຕົນ ສໍາລັບ ສປປ ລາວ ກ່ອນໜ້າທີ່ຈະມີການແຜ່ລະບາດ ຂອງພະຍາດໂຄວິດ – 19 ຄື: ປີ 2019 ສາມາດຕ້ອນຮັບນັກທ່ອງທ່ຽວຈີນ ເຖີງ 1 ລ້ານກວ່າ ເທື່ອຄົນ ຊຶ່ງກວມເອົາ 21% ຂອງຈໍານວນນັກທ່ອງທ່ຽວທັງໝົດທີ່ເຂົ້າມາທ່ອງທ່ຽວໃນ ສປປ ລາວ.   ສໍາລັບປີ 2022 ເຖິງວ່າຍັງຢູ່ໃນໄລຍະທີ່ລັດຖະບານຈີນບໍ່ທັນເປີດປະເທດ ແຕ່ກໍຍັງມີນັກທ່ອງທ່ຽວຈີນທີ່ເດີນ ທາງມາຈາກປະເທດທີ່ສາມ ເຂົ້າມາທ່ຽວ ສປປ ລາວ ຈໍານວນ 45 ພັນກວ່າ ເທື່ອຄົນ.

May be an image of 6 people
ປັດຈຸບັນພວກເຮົາ ມີລົດໄຟຄວາມໄວສູງເຊື່ອມໂຍງລະຫວ່າງ ລາວ-ຈີນ  ຖືວ່າເປັນທ່າແຮງໜຶ່ງທີ່ສໍາຄັນສຳ ລັບການອໍານວຍຄວາມສະດວກ ໃຫ້ ແກ່ການເດີນທາງລະຫວ່າງປະເທດ ແລະ ມື້ນີ້ກໍເປັນໂອກາດດີທີ່ສອງປະເທດ ລາວ-ຈີນ ໄດ້ຮ່ວມກັນເປີດເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ເຊື່ອມເສັ້ນທາງ ຈາກ ນະຄອນຫລວງວຽງຈັນ  ສປປ ລາວ – ຄຸນໝິງ ສປ ຈີນ ເຮັດໃຫ້ນັກທ່ອງທ່ຽວມີຫຼາຍທາງເລືອກເພື່ອເຂົ້າມາທ່ອງທ່ຽວຢູ່ສອງປະເທດເພີ້ມຂຶ້ນ.

May be an image of 3 people
ທ່ານ ນາງ ສວນສະຫວັນ ວິຍາເກດ ໄດ້ກ່າວຕື່ມວ່າ:ພິທີໃນມື້ນີ້ ເປັນເຫດການໜຶ່ງ ທີ່ມີຄວາມໝາຍ ຄວາມສໍາຄັນ ຄັ້ງປະຫັວດສາດໃນການພົວພັນຮ່ວມມືລະຫ່ວາງລັດຖະບານ ສປປ ລາວ ແລະ ສປ ຈີນ ທີ່ຍາມໃດກໍໃຫ້ການຊຸກຍູ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພັດທະນາປະເທດຊາດໃຫ້ມີຄວາມຮັ່ງມີເຂັ້ມແຂງ ດັ່ງທີ່ ທ່ານ ສີຈິ້ນຜິງ ໄດ້ກ່າວໄວ້ວ່າ: ການຮັບໃຊ້ປະຊາຊົນແມ່ນຈຸດປະສົງຮ່ວມຂອງສອງພັກ ລາວ-ຈີນ ການພົວພັນລະຫວ່າງ ລາວ-ຈີນ ກໍໄດ້ເນັ້ນໃສ່ການໃຫ້ຄວາມສຳຄັນກັບປະຊາຊົນ ແລະ ສ້າງຜົນປະໂຫຍດໃຫ້ປະຊາຊົນໃຫ້ນັບມື້ນັບ ນັບດີຂື້ນເລື້ອຍໆກິດຈະກໍາໃນວັນນີ້ ພວກເຮົາຈະໄດ້ຈາລຶກໄວ້ໃນປຶ້ມຄໍາປະຫັວດສາດແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືຄູ່ຮ່ວມສະຕາກໍາດຽວກັນຂອງສອງຊາດລາວ-ຈີນ ຈີນ-ລາວ ຈົນຊົ່ວກາລະນານ.

May be an image of 5 people and train
ໃນພິທີຄັ້ງນີ້ໄດ້ມີພິທີສົ່ງຜູ້ໂດຍສານທີ່ເດີນທາງໃນຖ້ຽວປະຖົມມະລຶກໃນຄັ້ງນີ້ທີ່ເດີນທາງຈາກນະຄອນຫລວງວຽງຈັນ ສປປ ລາວ ໄປຫາສະຖານີໂດຍສານຄຸນຫມິງ ສປ ຈີນ ເຊິ່ງຖ້ຽວລົດໄຟນີ້ເດີນທາງອອກຈາກສະຖານີນະຄອນຫຼວງວຽງຈັນເລີ່ມເດີນທາງອອກເວລາ 8:08 ນາທີ ໃຊ້ເວລາເດີນໄປເຖິງ ຄຸນໝິງ ສປ ຈີນ ໃຊ້ເວລາ 10 ຊົ່ວໂມງເຄີ່ງໃນນັ້ນລວມທັງເວລາແຈ້ງເອກະສານຂາເຂົ້າ-ຂາອອກ ສຳລັບລາຄາປີ້ຊັ້ນ 1 ແມ່ນ 864 ຢວນ ຊັ້ນ 2 ລາຄາ 542 ຢວນ ສຳລັບຖ້ຽວລົດໄຟ ນະຄອນຫຼວງວຽງຈັນ – ຄຸນໝິງ ສປ ຈີນເປີດບໍລິການມື້ລະ 1 ຖ້ຽວ.