ຄວາມຂັດແຍ່ງດ້ານເຕັກໂນໂລຊີ ຈີນ – ອາເມຣິກາ ອາດກະທົບຕໍ່ ຈີດີພີ ໂລກ ຫຼຸດລົງ 2%

78

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ ກອງທຶນການເງິນລະຫວ່າງປະເທດ ( ໄອເອັມເອັຟ ) ຄາດການວ່າ: ຄວາມເຄັ່ງຕຶງທາງການເມືອງທີ່ເກີດຂຶ້ນທົ່ວໂລກ ໂດຍສະເພາະ ຄວາມຂັດແຍ່ງດ້ານເຕັກໂນໂລຊີລະຫວ່າງ ຈີນ ແລະ ສະຫະລັດອາເມຣິກາ ຈະສົ່ງຜົນກະທົບຕໍ່ການລົງທຶນໃນຕ່າງປະເທດ ແລະ ຈະເຮັດໃຫ້ GDP ໂລກຫຼຸດລົງເຖິງ 2% ໃນໄລຍະຍາວ.

อาจเป็นรูปภาพของ พิมพ์เขียว และ แผนผังในอาคาร

ໄອເອັມເອັຟ ລະບຸວ່າ: ຄວາມເຄັ່ງຕຶງລະຫວ່າງ ຈີນ ແລະ ອາເມຣິກາ ທະວີຄວາມຮຸນແຮງຂຶ້ນ ເຊິ່ງຍ້ອນກົດໝາຍຫຼາຍສະບັບຂອງອາເມຣິກາ ໂດຍສະເພາະກົດໝາຍ Chips and Science Act ທີ່ມີຂໍ້ກຳນົດຫ້າມບໍ່ໃຫ້ບໍລິສັດທີ່ຮັບທຶນຈາກອາເມຣິກາ ຂະຫຍາຍການຜະລິດ ເຊມີຄອນດັກເຕີ ( ຊິບ ) ໃນຈີນ.

ເມື່ອບໍ່ດົນມານີ້, ຍີ່ປຸ່ນ ໄດ້ປະກາດວ່າ: ຈະຂະຫຍາຍຂອບເຂດມາດຕະການຈໍາກັດການສົ່ງອອກເຕັກໂນໂລຊີ ຊິບ ທີ່ທັນສະໄໝ 23 ຊະນິດ ເຊິ່ງຖືວ່າເປັນການເຂົ້າຮ່ວມກັບ ອາເມຣິກາ ໃນການສະກັດຈີນ. ໄອເອັມເອັຟ ກັງວົນວ່າມາດຕະການເຫຼົ່ານັ້ນຈະສົ່ງຜົນກະທົບຕໍ່ການລົງທຶນໃນປະເທດກຸ່ມຕະຫຼາດເກີດໃໝ່ ແລະ ກຸ່ມປະເທດທີ່ກຳລັງພັດທະນາ.

ไม่มีคำอธิบายรูปภาพ

ຂະນະທີ່ຜົນການສຳຫຼວດຫຼ້າສຸດ ໂດຍສະພາການຄ້າ ອາເມຣິກາ ໃນ ຈີນ ( AmCham China ) ລະບຸວ່າ: ບໍລິສັດຂອງອາເມຣິກາ ທີ່ເຂົ້າໄປດຳເນີນທຸລະກິດໃນປະເທດຈີນ ມີທັດສະນະທາງລົບຫຼາຍຂຶ້ນ ກ່ຽວກັບທ່າອຽງເສດຖະກິດຈີນ ເປັນຄັ້ງທໍາອິດໃນປະຫວັດສາດ 25 ປີ ຂອງສະພາການຄ້າ ອາເມຣິກາ.

ທັງນີ້, 66% ຂອງບໍລິສັດທີ່ໄດ້ຮັບການສໍາຫຼວດ ກໍມີທັດສະນະວ່າ: ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ຍັງຄົງເປັນຄວາມທ້າທາຍອັນດັບ 1 ໃນການດໍາເນີນທຸລະກິດ, ອີກ 65% ຂອງບໍລິສັດທີ່ໄດ້ຮັບການສໍາຫຼວດ ລະບຸວ່າ: ພວກເຂົາບໍ່ໝັ້ນໃຈວ່າ ລັດຖະບານຈີນ ຈະຍັງເປີດກວ້າງສໍາລັບການລົງທຶນຈາກຕ່າງຊາດຕໍ່ໄປອີກ ຫຼື ບໍ່.