ທ້າວ ເພັງ ມົງລີ ນັກຮຽນເກັ່ງວິຊາຟີຊິກສາດ ຂັ້ນນະຄອນຫຼວງຈາກໂຮງຮຽນ ມ.ສ ວຽງຈັນ

44

ທ້າວ ເພັງ ມົງລີ ເປັນນັກຮຽນເກັ່ງຄົນໜຶ່ງຂອງໂຮງຮຽນ ມສ ວຽງຈັນ ທີ່ມີຜົນງານການຮຽນດີຕະຫຼອດມາ ແລະ ໄດ້ເຂົ້າຮ່ວມສອບເສັງນັກຮຽນເກັ່ງຫຼາຍຄັ້ງຕັ້ງແຕ່ຕອນຮຽນຢູ່ປະຖົມເປັນຕົ້ນມາ ເຊິ່ງປັດຈຸບັນນ້ອງຮຽນຢູ່ຊັ້ນ ມ 7 ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ( ມສ ວຽງຈັນ ) ແລະ ຫຼ້າສຸດໄດ້ເປັນຕົວແທນເຂົ້າຮ່ວມສອບເສັງນັກຮຽນເກັ່ງວິຊາຟີຊິກສາດລະດັບຊາດອີກດ້ວຍ.

 

ທ້າວ ເພັງ ມົງລີ ໃຫ້ສໍາພາດວ່າ: ນ້ອງເປັນຄົນມັກຄວາມສະຫງົບ, ມັກໃນການຄົ້ນຄວ້າສຶກສາຮໍ່າຮຽນທຸກໆວິຊາ ພິເສດແມ່ນວິຊາຟີຊິກສາດ. ໃນສົກຮຽນ 2015 – 2016 ຕອນຮຽນຢູ່ຊັ້ນປະຖົມ ປ 5 ໄດ້ເຂົ້າຮ່ວມສອບເສັງນັກຮຽນເກັ່ງວິຊາຄະນິດສາດ ສາມາດຍາດໄດ້ອັນດັບທີ 1 ແລະ ໄດ້ຮັບລາງວັນຊົມເຊີຍໃນການສອບເສັງນັກຮຽນເກັ່ງຂັ້ນເມືອງ; ສົກຮຽນ 2019 – 2020 ໄດ້ເປັນຕົວແທນຂອງໂຮງຮຽນເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງຂັ້ນແຂວງ ແລະ ກໍໄດ້ລາງວັນຊະນະເລີດອັນດັບທີ 1 ວິຊາຟີຊິກສາດ ຊັ້ນ ມ 4 ຂອງແຂວງ. ໃນອະນາຄົດນ້ອງມີ ຄວາມຝັນຢາກຮຽນຕໍ່ໃນສາຍໄອທີ ( IT programmer ) ຢູ່ປະເທດຍີ່ປຸ່ນ ຍ້ອນວ່ານ້ອງມີຄວາມມັກຮຽນໃນສາຍວິຊານີ້ຢູ່ປະເທດຍີ່ປຸ່ນ ແລະ ຢາກຈະໄປສຳຜັດແບບແຜນການດຳລົງຊີວິດ, ວັດທະນະທຳ ແລະ ເຕັກໂນໂລຊີຂອງຍີ່ປຸ່ນ.

ນ້ອງມີເຕັກນິກໃນການຄົ້ນຄວ້າຮໍ່າຮຽນ ຄື: ເອົາໃຈໃສ່ຕັ້ງໃຈຮຽນໃນເວລາຄູສອນ ຖ້າມີບັນຫາບໍ່ເຂົ້າໃຈກໍຖາມອາຈານຕອນນັ້ນເລີຍ ເພື່ອໃຫ້ຄູອະທິບາຍຄືນຈົນເຂົ້າໃຈ. ນອກຈາກນັ້ນກໍຮຽນຕາມປຶ້ມແບບຮຽນຟີຊິກສາດ ແຕ່ ມ 1 ເຖິງ ມ 7 ຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກີລາເປັນຫຼັກ, ແກ້ບົດຝຶກຫັດຢູ່ຕາມປື້ມແບບຮຽນ, ຕາມບົດສອບເສັງຂັ້ນເມືອງ, ຂັ້ນນະຄອນຫຼວງ, ຂັ້ນແຂວງຕ່າງໆ ແລະ ລະດັບຊາດໃນແຕ່ລະປີ ເມື່ອມີຂໍ້ຂ້ອງໃຈຈຶ່ງຖາມຄູ – ອາຈານຈະເຮັດໃຫ້ເຮົາເຂົ້າໃຈເລິກເຊິ່ງ, ຈື່ໄດ້ດີ ແລະ ຈື່ໄດ້ດົນ. ນອກຈາກນັ້ນ, ນ້ອງຍັງຄົ້ນຄວ້າຮໍ່າຮຽນຕາມປຶ້ມຟີຊິກສາດໄທ, ອັງກິດ ເພື່ອຊອກຮູ້ຫາບົດຮຽນດີໆໃໝ່ໆ ມາເສີມທັກສະໃຫ້ຕົນເອງໃຫ້ຫຼາກຫຼາຍເລື້ອຍໆ, ຊອກຮູ້ຮໍ່າຮຽນຈາກອິນເຕີເນັດ ແລະ ສື່ອອນລາຍຕ່າງໆ ເພື່ອໃຫ້ເຂົ້າໃຈງ່າຍຍິ່ງຂຶ້ນ.

ສິ່ງໜຶ່ງທີ່ເຮັດໃຫ້ນ້ອງມີ ຄວາມຫວັງຢາກເປັນນັກຮຽນເກັ່ງກໍຄື ຕອນທີ່ນ້ອງຮຽນຢູ່ຊັ້ນ ມ 3 ເຫັນຮຸ່ນເອື້ອຍອ້າຍໄດ້ເປັນນັກຮຽນເກັ່ງ ແລະ ມີໂອກາດສູງໃນການໄປຮຽນຕໍ່ຢູ່ຕ່າງປະເທດ ນ້ອງຈຶ່ງໄດ້ຕັ້ງເປົ້າໝາຍໄວ້ສູງ ແລະ ພະຍາຍາມພັດທະນາຕົນເອງ, ທຸ່ມເທໃສ່ການຮຽນມາຕະຫຼອດ ເພື່ອຈະໄປເຖິງເປົ້າໝາຍທີ່ນ້ອງຝັນໄວ້. ຜົນສໍາເລັດທີ່ສໍາຄັນ ແລະ ເປັນສິ່ງທີ່ພາກພູມໃຈທີ່ສຸດແມ່ນສາມາດສອບເສັງນັກຮຽນເກັ່ງໄດ້ອັນດັບທີ 1 ຂັ້ນ ແຂວງ ເຊິ່ງເປັນຄວາມພາກພູມໃຈຂອງຕົນເອງ, ຄອບຄົວ ແລະ ຄູ – ອາຈານ ແລະ ໂຮງຮຽນ. ໃນສົກຮຽນນີ້ 2022 – 2023 ເປັນອີກຄັ້ງໜຶ່ງທີ່ສຳຄັນທີ່ສຸດຄື ສາມາດສອບເສັງນັກຮຽນເກັ່ງວິຊາຟີຊິກສາດຊັ້ນ ມ 7 ໄດ້ທີ 1 ລະດັບນະຄອນຫຼວງວຽງຈັນ.

ອຸປະສັກໃນການຮຽນຂອງນ້ອງ ແມ່ນເລື່ອງຖານະຄອບຄົວມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເພາະວ່ານ້ອງມາຈາກເຂດຫ່າງໄກສອກຫຼີກ ຄອບຄົວບໍ່ມີທຶນສົ່ງຮຽນ ບໍ່ສາມາດຈ້າງຮຽນເພີ່ມວິຊາຕ່າງໆທີ່ສົນໃຈຢາກຮຽນໄດ້ ໂຊກດີທີ່ນ້ອງໄດ້ທຶນນັກຮຽນດີຮຽນເກັ່ງຂອງແຂວງຈາກກະຊວງສຶກສາທິການ ແລະ ກີລາມາຮຽນຕໍ່ຊັ້ນມັດທະຍົມຢູ່ ໂຮງຮຽນ ມສ ວຽງຈັນ ເຊິ່ງຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວໄດ້ ເຖິງວ່າຄວາມທຸກຈົນຈະເປັນອຸປະສັກ ແຕ່ນ້ອງບໍ່ເຄີຍຕໍ່າຄ້ອຍນ້ອຍໃຈພະຍາຍາມຄິດບວກ, ດຸໝັ່ນ, ອົດທົນ, ພາກພຽນພະຍາຍາມຊອກຮູ້ຮໍ່າຮຽນຢູ່ສະເໝີ ໂດຍການຂໍຢືມປຶ້ມຮຸ່ນອ້າຍເອື້ອຍ ແລະ ຄູ – ອາຈານທີ່ສິດສອນມາສຶກສາຮໍ່າຮຽນເຮັດໃຫ້ນ້ອງສາມາດກ້າວຂ້າມຜ່ານຈຸດນັ້ນມາໄດ້ ແລະ ໄດ້ກາຍເປັນນັກຮຽນເກັ່ງວິຊາຟີຊິກສາດຊັ້ນ ມ 7 ອັນດັບທີ 1 ຂັ້ນນະຄອນຫຼວງວຽງຈັນ ແລະ ກໍເປັນຕົວແທນຂອງນະຄອນຫຼວງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດໃນສົກຮຽນ 2022 – 2023.
ນອກຈາກຈະຮຽນຢູ່ໃນໂຮງຮຽນແລ້ວ ວັນເສົາ – ວັນອາທິດ ນ້ອງກໍໄດ້ແບ່ງເວລາສອນບົດຮຽນໃຫ້ແກ່ຮຸ່ນນ້ອງທີ່ອາໄສຢູ່ຫໍພັກໂຮງຮຽນ ມສ ວຽງຈັນອີກ ນ້ອງມີຄະຕິປະຈຳໃຈ ຄື: “ ຄວາມຮູ້ມີຢູ່ທຸກບ່ອນໃນໂລກ ຖ້າເຮົາຮຽນຮູ້ຫຼາຍເທົ່າໃດ ເຮົາກໍຈະມີໂອກາດຫຼາຍເທົ່ານັ້ນ ຢ່າລໍຖ້າໂອກາດມາຫາ ຈົ່ງຊອກຫາໂອກາດໃຫ້ກັບຕົນເອງ ”.
ອາຈານ ທອງຂານ ທະປັນຍາ ຄູສອນວິຊາຟີຊິກສາດ ມ 4, ມ 6 ແລະ ມ 7 ໃຫ້ຄໍາເຫັນຕໍ່ການຮຽນຂອງ ທ້າວ ເພັງ ມົງລີ ວ່າ: ຂ້າພະເຈົ້າໃນນາມທີ່ເປັນຄູສອນປະຈຳຢູ່ຫ້ອງ ແລະ ໃນຖານະເປັນຄູທີ່ສອນບຳລຸງນັກຮຽນເກັ່ງ ເຫັນວ່ານັກຮຽນຄົນນີ້ເປັນຄົນທີ່ມີຄວາມຕັ້ງໃຈສູງ ເພື່ອຈະເປັນນັກຮຽນເກັ່ງວິຊາຟີຊິກສາດ, ມີຄວາມມຸ່ງໝັ້ນ, ເອົາໃຈໃສ່, ດຸໝັ່ນ, ອົດທົນ, ພາກພຽນຄົ້ນຄວ້າຊອກຮູ້ຮໍ່າຮຽນ ເມື່ອມີຂໍ້ໃດບໍ່ເຂົ້າໃຈ ລາວກໍໃຫ້ຄູ – ອາຈານຊ່ວຍອະທິບາຍ ແລະ ວິທີແກ້ໃຫ້ຢ່າງສະໝໍ່າສະເໝີ. ຕັ້ງຄວາມຫວັງກັບນັກຮຽນຄົນນີ້ສູງພໍສົມຄວນ ຄື ຢາກໃຫ້ນ້ອງ ເພັງ ມົງລີ ເປັນນັກຮຽນເກັ່ງອັນດັບທີ 1 ລະດັບຊາດໃນສົກຮຽນ 2022 – 2023 ເພາະລາວມີຄວາມພ້ອມສູງຮອບດ້ານສົມຄວນ ເປັນຄວາມຫວັງສູງສຸດຂອງລາວເອງ, ຂອງຄູ – ອາຈານ, ຂອງໂຮງຮຽນ ມສ ວຽງຈັນ ແລະ ຂອງນະຄອນຫຼວງວຽງຈັນ.