ຫວຽດນາມ ຫຼຸດອັດຕາດອກເບ້ຍເງິນກູ້ໄລຍະສັ້ນລົງ 0,5%

46

ຂ່າວຫວຽດນາມລາຍງານວ່າ: ທະນາຄານແຫ່ງລັດ ( ທະນາຄານກາງ ) ຫວຽດນາມ ຕັດສິນໃຈຫຼຸດອັດຕາດອກເບ້ຍເງິນກູ້ໄລຍະສັ້ນລົງ 0,5% ສໍາລັບພາກທຸລະກິດທີ່ເປັນບຸລິມະສິດຈໍານວນໜຶ່ງ ເພື່ອກະຕຸ້ນຄວາມຕ້ອງການສິນເຊື່ອໃຫ້ເຕີບໂຕ ແນໃສ່ໃຫ້ວິສາຫະກິດທີ່ເປັນບຸລິມະສິດກູ້ຢືມທຶນ ເພື່ອຟື້ນຟູການຜະລິດ ແລະ ພັດທະນາທຸລະກິດໃຫ້ດີຂຶ້ນ.

อาจเป็นรูปภาพของ 1 คน และ เงิน

ທະນາຄານແຫ່ງລັດຫວຽດນາມ ເປີດເຜີຍວ່າ: ການເຕີບໂຕຂອງສິນເຊືື່ອໃນໄຕມາດທໍາອິດຂອງປີນີ້ຂ້ອນຂ້າງຕໍ່າ ເຊິ່ງມີພຽງແຕ່ 2% ສ່ວນເປົ້າໝາຍຂອງປີແມ່ນຕ້ອງມີການເຕີບໂຕ 14%. ດັ່ງນັ້ນ, ເພື່ອກະຕຸ້ນການເຕີບໂຕຂອງສິນເຊື່ອ ຈຶ່ງຕັດສິນໃຈຫຼຸດອັດຕາດອກເບ້ຍເງິນກູ້ໄລຍະສັ້ນລົງ 0,5%.

ການຫຼຸດອັດຕາດອກເບ້ຍດັ່ງກ່າວ, ໄດ້ເຮັດໃຫ້ອັດຕາດອກເບ້ຍເງິນກູ້ໄລຍະສັ້ນຢູ່ສະຖາບັນສິນເຊື່ອຫຼຸດລົງຈາກ 5% ຕໍ່ປີ ມາເປັນ 4,5% ຕໍ່ປີ; ສ່ວນອັດຕາດອກເບ້ຍເງິນກູ້ໄລຍະສັ້ນຢູ່ກອງທຶນສິນເຊື່ອປະຊາຊົນ ແລະ ສະຖາບັນການເງິນຈຸລະພາກ ລົງຈາກ 6% ຕໍ່ປີ ມາເປັນ 5,5% ຕໍ່ປີ.

อาจเป็นรูปภาพของ 1 คน และ เงิน

ທ່ານ ຮສຈ. ປອ. ດິງ ຈ້ອງ ທິ້ງ ອາຈານອາວຸໂສສະຖາບັນການເງິນ ກ່າວວ່າ: ການຫຼຸດອັດຕາດອກເບ້ຍນີ້ ຈະຊ່ວຍກະຕຸ້ນຢ່າງແຂງແຮງໃຫ້ບັນດາວິສາຫະກິດໃນການກູ້ຢືມທຶນບົນພື້ນຖານນັ້ນ, ບັນດາວິສາຫະກິດ ຈະມີຕົ້ນທຶນຕໍ່າ ແລະ ສາມາດຂະຫຍາຍທຸລະກິດໄດ້ດີຂຶ້ນ.