ລາຄານໍ້າມັນເພີ່ມຂຶ້ນ ຫຼັງໂອເປັກພລັສ ປັບຫຼຸດການຜະລິດລົງ

56

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ລາຄານໍ້າມັນດິບ West Texas Intermediate ( WTI ) ເພີ່ມຂຶ້ນ 5% ຫຼັງຈາກທີ່ກຸ່ມປະເທດຜູ້ສົ່ງອອກນໍ້າມັນ ( ໂອເປັກ ) ແລະ ປະເທດພັນທະມິດ ຫຼື ໂອເປັກພລັສ ປະກາດຫຼຸດກຳລັງການຜະລິດລົງອີກ 1,16 ລ້ານບາເຣວຕໍ່ວັນ.

อาจเป็นรูปภาพของ 2 คน และ ข้อความ

ການປະກາດດັ່ງກ່າວ ໄດ້ສ້າງຄວາມປະຫຼາດໃຈໃຫ້ແກ່ຕະຫຼາດ, ຂະນະທີ່ນັກວິເຄາະ ຄາດວ່າການຕັດສິນໃຈດັ່ງກ່າວຂອງໂອເປັກພລັສ ຈະສົ່ງຜົນໃຫ້ລາຄານໍ້າມັນເພີ່ມຂຶ້ນຢ່າງແຮງ ແລະ ອາດສ້າງຄວາມບໍ່ພໍໃຈໃຫ້ແກ່ສະຫະລັດອາເມຣິກາ ທີ່ຕ້ອງການໃຫ້ໂອເປັກພລັສ ເພີ່ມການຜະລິດຂຶ້ນ. ກ່ອນໜ້ານີ້, ນັກວິເຄາະສ່ວນໃຫຍ່ຄາດການວ່າ ໂອເປັກພລັສ ຈະຍັງໃຊ້ນະໂຍບາຍການຜະລິດນໍ້າມັນດ້ວຍການຫຼຸດກຳລັງການຜະລິດ 2 ລ້ານບາເຣວຕໍ່ວັນຈົນເຖິງໝົດປີ 2023.

อาจเป็นรูปภาพของ ข้อความ

ການຫຼຸດການຜະລິດໃນຄັ້ງນີ້, ໄດ້ສົ່ງຜົນໃຫ້ການປັບຫຼຸດການຜະລິດນໍ້າມັນໂດຍລວມຂອງ ໂອເປັກພລັສ ຢູ່ທີ່ 3,66 ລ້ານບາເຣວຕໍ່ວັນ ຫຼື 37% ຂອງຄວາມຕ້ອງການໃຊ້ນໍ້າມັນໃນທົ່ວໂລກ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ເດືອນພຶດສະພາເປັນຕົ້ນໄປ ຈົນໝົດປີນີ້.

ນອກນີ້, ນັກວິເຄາະຈາກບໍລິສັດ Pickering Energy Partners ຄາດການວ່າ: ໂອເປັກພລັສ ປັບຫຼຸດການຜະລິດນໍ້າມັນລົງ ເປັນທີ່ເໜືອຄວາມຄາດໝາຍແບບນີ້ ອາດຈະສົ່ງຜົນໃຫ້ລາຄານໍ້າມັນເພີ່ມຂຶ້ນເຖິງ 100 ໂດລາຕໍ່ບາເຣວ.